• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ເຂົ້າຈີ່ ແທງລອງ

ຫຼັງຈາກນຳສະເໜີ ເຂົ້າຈີ່ ແທງລອງ (ເຂົ້າຈີ່ ໝາກມັງກອນ) ຊຶ່ງຄົນ ໄຊງ່ອນ ໃຫ້ຄວາມນິຍົມຊົມຊອບ ແລະ ລຽນແຖວ ລໍຖ້າຊື້, “ເຈົ້າຊີວິດ” ເຂົ້າຈ່ີ ກາວຊຽວລຶກ ໄດ້ເປີດເຜີຍ ຕຳ ລາ ເຮັດເຈົ້າຈີ່ ແທງລອງ ດ້ວຍຄວາມ ຫວັງເພື່ອຊ່ວຍເຫຼືອ ຊາວກະສິກອນ ໃນໄລຍະ COVID – 19 ລະບາດ. 
ຮ້ານຂາຍເຂົ້າຈີ່ ແທງລອງ ຈຳນວນໜຶ່ງ:
- ຮ້ານຂາຍເຂົ້າຈີ່ ABC Bakery ຢູ່ຖະໜົນ ຫງວຽນຈ໊າຍ (ເມືອງ 5, ນະຄອນ ໂຮ່ຈີມິນ)
- ສັບພະສິນຄ້າ Big C ສາຂາພາກເໜືອຈໍານວນໜຶ່ງ ເຊັ່ນ: BigC ທັງລອງ (ຮ່າໂນ້ຍ), BigC ຮ້າລອງ (ແຂວງ ກວ໊າງນິງ), BigC ດ່າໜັງ (ແຂວງ ດ່າໜັງ)
ທ່ານ ກາວຊຽວລຶກ, ເຈົ້າຂອງເຄື່ອງໝາຍການຄ້າ ເຂົ້າໜົມ ອາຊີ- ABC, ທັງເປັນປະທານສະມາຄົມ ເຂົ້າຈີ່ສາກົນ ພາກພື້ນ ອາຊີຕາເວັນອອກ ສ່ຽງໃຕ້ ໃຫ້ຮູ້ວ່າ ຕົວທ່ານເອງ ໄດ້ຕັດສິນໃຈປະກາດ ສູດເຮັດເຂົ້າຈີ່ ແທງລອງ ເພື່ອໃຫ້ ທຸກຄົນສາມາດເຮັດໄດ້, ຊ່ວຍເຫຼືອຊາວກະສິກອນ ທ່ີກໍາ ລັງເທຂາຍ ເພື່ອເອົາທຶນຄືນ ຍ້ອນ ໝາກມັງກອນ ບໍ່ສາ ມາດ ສົ່ງອອກໄດ້.


ໝາກມັງກອນເປັນວັດຖຸດິບພິເສດ ເພື່ອການປຸງແຕ່ງ ປະເພດ ເຂົ້າຈີ່ ທີ່ແປກໃໝ່. 


ໝາກມັງກອນ ຖືກໜີບເອົາແຕ່ນຳ້, ປົນກັບແປ້ງ ສ້າງເປັນ ສີ ອິດ ທີ່ງາມຕາ ແລະ ມີລົດຊາດຫອມແຊບ ທີ່ເປັນເອກະລັກ.  


ຊ່າງເຮັດເຂົ້າຈີ່ ຈະສ້າງຮູບຊົງ ກ່ອນນຳເຂົ້າເຕົາອົບ. 

ເຂົ້າຈີ່ ແທງລອງມີລົດຫອມຫວານຕາມທຳມະຊາດ ຂອງ ໝາກມັງກອນ. 

ເຂົ້າຈີ່ ແທງລອງ ກິນງ່າຍ, ມີລົດຫອມຫວານຕາມທຳມະ ຊາດ ຂອງໝາກໄມ້, ກິ່ນຫອມ ຂອງ ໝາກມັງກອນ ແລະ ນໍ້າໃຈຊ່ວຍເຫຼືອຊາວກະສິກອນ ໃນຂະນະນີ້. ປັດຈຸບັນ, ເຂົ້າຈີ່ ມັງກອນ ກຳລັງ ໄດ້ຮັບຄວາມນິຍົມ ຈາກຜູ້ບໍລິໂພກ ເປັນຢ່າງດີ ທາງດ້ານລົດຊາດ. ໃນບັນດາເວທີປາໄສ ກ່ຽວ ກັບອາຫານ ຫວຽດ ຊຶ່ງສະມາຊິກ ຫຼາຍພັນຄົນ ກໍໄດ້ກົດ like, share  ແລະ ໄດ້ໃຫ້ການສັງເກດທີ່ດີ ກ່ຽວກັບ ຄຸນ ນະພາບເຊ່ັນ: ເຂົ້າຈີ່ ແທງລອງ ມີຄວາມກອບ, ໜຽວ ແລະ ມີລົດຊາດ ຫອມຫວານ ອີກດ້ວຍ. 

“ບົດແປ້ງເຂົ້າຈີ່ 5 ກິໂລກຣາມ ພ້ອມ ໝາກມັງກອນ ເນື້ອ ແດງ 1,4 ກິໂລກຣາມ (ປະລິມານໝາກມັງກອນ ສາມາດ ປ່ຽນແທນໃຫ້ 60%  ປະລິມານ ນຳ້ຄັ້ນແປ້ງ). ປະສົມແປ້ງ ເຂົ້າຈີ່ ກັບໝາກມັງກອນ, ໃສ່ນົມ, ນຳ້ຕານ, ແປ້ງຟູ...ແລ້ວ ຄັ້ນ ໃຫ້ເຂົ້າກັນ ພາຍໃນເວລາ 2-6 ນາທີ, ຈາກນັ້ນປະໄວ້ 180 ນາທີ ແລ້ວນຳເຂົ້າເຕົາອົບ ແບບເຂົ້າໜົມທໍາມະດາ ກໍສາມາດ ນຳໃຊ້ໄດ້”. 
ທ່ານ ກາວຊຽວລຶກ, ເຈົ້າຂອງເຄື່ອງໝາຍການຄ້າ ເຂົ້າ ໜົມ ອາຊີ
 
 
ປະຕິບັດ: ທົງຫາຍ

ເຂົ້າໜຽວຫ້າສີ - ສິ່ງຍອດຍິ່ງ ຂອງ ດິນແດນ ເມື່ອງຫຼໍ່

ເຂົ້າໜຽວຫ້າສີ - ສິ່ງຍອດຍິ່ງ ຂອງ ດິນແດນ ເມື່ອງຫຼໍ່

ເຂົ້າໜຽວຫ້າສີ ຢູ່ ເມື່ອງຫຼໍ່ (ແຂວງ ອຽນບ໋າຍ) ມັກໄດ້ຮັບການ ປຸງແຕ່ງ ໃນໂອກາດງານບຸນປະເພນີ ອັນເປັນມູນເຊື້ອ ຜ່ານນັ້ນ ສະ ແດງ ເຖິງຄວາມປາຖະໜາ ຂອງ ຜູ້ຄົນ ທີ່ຢາກໄດ້ ຄວາມຮັກແພງ, ນັ້ນຄື: ຄວາມກະຕັນຍູ, ຄວາມຮັກແມ່, ນັບຖືພໍ່ ຂອງ ລູກຫຼານ, ໂດຍສະເພາະ ແມ່ນຄວາມປາຖະໜາ ກ່ຽວກັບຄວາມສັດຊື່່ບໍລິສຸດ ລະຫວ່າງ ບ່າວສາວ, ຜ່ານນັ້ນຂໍພອນສິ່ງທີ່ດີໆ ແລະ ຈົບງາມ ມາຍັງ ໝູ່ບ້ານ ຂອງຕົນ. 

Top