• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວິຖີຊີວິດ ຂອງ ຄົນ ຫວຽດ

ຮີດຄອງງານດອງທີ່ເປັນເອກະລັກຂອງຊາວເຜົ່າຢ້າວແດງ ຢູ່ເມືອງ ບ໋າດຊ໋າດ

ຢູ່ບ້ານ ຕຸ່ງຈີ່ນ, ຕາແສງ ຈິ້ງເຕື່ອງ (ເມືອງ ບ໋າດຊ໋າດ, ແຂວງ ລາວກາຍ), ງານດອງຂອງຊາວເຜົ່າຢ້າວແດງຍັງຄົງຮັກສາຮີດຄອງປະເພນີອັນດີງາມທີ່ມີມາແຕ່ດົນນານ. ເຖິງວ່າຊາວໜຸ່ມມີສິດເສລີພາບໃນການຮັກກັນ, ແຕ່ພິທີແຕ່ງງານຕ້ອງປະຕິບັດຕາມຮີດຄອງຢ່າງເຂັ້ມງວດ.

ຢູ່ບ້ານ ຕຸ່ງຈີ່ນ, ຕາແສງ ຈິ້ງເຕື່ອງ (ເມືອງ ບ໋າດຊ໋າດ, ແຂວງ ລາວກາຍ), ງານດອງຂອງຊາວເຜົ່າຢ້າວແດງຍັງຄົງຮັກສາຮີດຄອງປະເພນີອັນດີງາມທີ່ມີມາແຕ່ດົນນານ. ເຖິງວ່າຊາວໜຸ່ມມີສິດເສລີພາບໃນການຮັກກັນ, ແຕ່ພິທີແຕ່ງງານຕ້ອງປະຕິບັດຕາມຮີດຄອງຢ່າງເຂັ້ມງວດ.

ເຈົ້າສາວ ເຕ່ີນໄມ ໄດ້ບັນດາເພື່ອນເຈົ້າສາວ ພາເມືອເຮືອນ ຂອງ ເຈົ້າບ່າວ. ພາບ: VNP
ເມື່ອຮູ້ຝ່າຍຄອບຄົວເຈົ້າສາວ ໃກ້ຈະມາຮອດ, ຝ່າຍຄອບ ຄົວ ເຈົ້າບ່າວ ຈະແຕ່ງຜູ້ຕາງໜ້າ ໄປຊ່ວຍຝ່າຍ ຄອບຄົວເຈົ້າສາວ ແຕ່ງຕົວໃຫ້ເຈົ້າສາວ ເພື່ອໃຫ້ ຂະບວນ ຄອບຄົວເຈົ້າສາວ ເຂົ້າເຮືອນກົງກັບເລີກງາມຍາມດີ ທີ່ໄດ້ເລືອກໄວ້ກ່ອນ. ພາບ: VNP
ເມື່ອເຖິງບ່ອນ, ຝ່າຍຄອບຄົວເຈົ້າສາວຈະຢຸດ, ຝ່າຍແຫ່ໃພ້ ຂອງ ຄອບຄົວເຈົ້າບ່າວ ຈະເປົ່າແຄນ ເພື່ອສັນລະເສີນ ຄວາມເກັ່ງກ້າ ແລະ ຄວາມງາມ ຂອງເຈົ້າສາວ ແລະ ເຊື້ອເຊີນເຈົ້າສາວ ເມືອ ເຮືອນສາມີ. ຊາວເຜົ່າ ຢ້າວແດງ ຍົກສູງ ບົດບາດ ຂອງຜູ້ຍິງ.ເຂົາ ເຈົ້າມີຄວາມສຳນຶກວ່າ ເມື່ອລູກໃພ້ ມາເຮືອນ ຜົວ ແມ່ນ ນຳມາ ເຊິ່ງຄວາມໂຊກລາບ ແລະ ຈົບງາມ. ດ້ວຍເຫດນັ້ນ, ຝ່າຍ ຄອບຄົວເຈົ້າບ່າວ ຕ້ອງສະແດງ ອອກມາ ຄວາມເຄົາລົບນັບຖື ເມື່ອ ປະຕິບັດການແຫ່ໃພ້. ພາບ: VNP

ກິດຈະກຳຕົ້ນຕໍແມ່ນຈັດຂຶ້ນຢູ່ເຮືອນເຈົ້າບ່າວ. ເມື່ອຂະບວນແຫ່ໃພ້ມາຮອດຫົວບ້ານ, ເຈົ້າສາວຈະຢຸດເພື່ອແຕ່ງຕົວ ແລະ ລໍຖ້າຝ່າຍເຈົ້າບ່າວມາຕ້ອນຮັບ. ຍ້ອນໃຫ້ກຽດຜູ້ຍິງຢ່າງສູງ, ຝ່າຍເຈົ້າບ່າວໄດ້ສົ່ງຄົນເປົ່າແຄນ ແລະ ຕີກອງມາເຮັດພິທີຕ້ອນຮັບຢ່າງສົມກຽດ. ຫຼັງຈາກດື່ມເຫຼົ້າທັກທາຍແລ້ວ, ເຈົ້າສາວຈະພັກຢູ່ເຮືອນນ້ອຍຂ້າງເຮືອນໃຫຍ່ ເພື່ອລໍຖ້າເລີກງາມຍາມດີຈຶ່ງເຂົ້າເຮືອນເຮັດພິທີ.

ຕາມຮີດຄອງປະເພນີ, ເຈົ້າບ່າວຈະປະກົດຕົວ ຢູ່ຕໍ່ໜ້າ ເຈົ້າສາວ ໃນຊຸດເຄື່ອງນຸ່ງ ຂອງ ແມ່ຍິງ. ມາຮອດປັດຈຸບັນ ຍັງບໍ່ທັນ ມີການ ອະທິບາຍ ກ່ຽວກັບຮີດຄອງປະເພນີນີ້ ຂອງຊາວເຜົ່າ ຢ້າວແດງ. ພາບ: VNP
ຕາມຮີດຄອງປະເພນີ, ຊາວເຜົ່າ ຢ້າວແດງ ມອບ-ຮັບໃພ້ ດ້ວຍ ຫົວຂີງ ແລະ ຄູ່ໄມ້ຖູ່ (ເປັນສັນຍະລັກ ໃຫ້ແກ່ ການຂະຫຍາຍ ແຜ່ພັນ ແລະ ສະໜິດຕິດພັນ. ພາບ: VNP
ຜ້າສາກກັ້ງໃນງານແຕ່ງດອງ ຕາມພິທີຂອງ ຊາວເຜົ່າ ຢ້າວແດງ. ພາບ: VNP
ເຈົ້າສາວ ເຕ່ີນໄມ ໃຫ້ການເຄົາລົບ ປູ່ຍ່າຕາຍາຍ ແລະ ບັນດາ ສະມາຊິກ ຝ່າຍຄອບຄົວເຈົ້າບ່າວ. ພາບ: VNP

ປະມານ 2 ໂມງເຊົ້າ, ສອງຄອບຄົວໄດ້ນັ່ງຮ່ວມກັນດື່ມເຫຼົ້າ ແລະ ຂັບລຳໂຕ້ຕອບເພື່ອເລົ່າເຖິງບຸນຄຸນການລ້ຽງດູ. ຈຸດທີ່ພິເສດທີ່ສຸດແມ່ນເຈົ້າບ່າວຈະນຸ່ງຊຸດເຄື່ອງນຸ່ງແມ່ຍິງຢ້າວແດງ ແລະ ເອົາແພບັງເຄິ່ງໜ້າໃນເວລາເຮັດພິທີບູຊາປູ່ຍ່າຕາຍາຍຮ່ວມກັບເຈົ້າສາວ. ສຸດທ້າຍ, ເຈົ້າສາວເອົານ້ຳໃຫ້ພໍ່ແມ່ຜົວລ້າງໜ້າ. ພິທີນີ້ແມ່ນການຢັ້ງຢືນການເປັນສະມາຊິກໃໝ່ໃນຄອບຄົວຢ່າງເປັນທາງການ, ຊ່ວຍອະນຸລັກຮັກສາວັດທະນະທຳທາງດ້ານຈິດໃຈຂອງທ້ອງຖິ່ນໄວ້ຢ່າງໝັ້ນຄົງ.

ປະຕິບັດໂດຍ: VNP

ມຸ່ງໜ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ: ຊາວຫວຽດນາມ ອາໄສຢູ່ ສ ອາເມລິກາ ມີຄວາມມຸ່ງຫວັງຢ່າງເລິກເຊິ່ງຕໍ່ບັນດາທິດທາງຍຸດທະສາດຂອງພັກ

ມຸ່ງໜ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ: ຊາວຫວຽດນາມ ອາໄສຢູ່ ສ ອາເມລິກາ ມີຄວາມມຸ່ງຫວັງຢ່າງເລິກເຊິ່ງຕໍ່ບັນດາທິດທາງຍຸດທະສາດຂອງພັກ

ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ຈະຈັດຂຶ້ນໃນວັນທີ 19-25 ມັງກອນນີ້, ສະໂມສອນນັກທຸລະກິດ ແລະ ຜູ້ຮັກຊາດ ເຂດ DMV (ເຂດ ວໍຊິງຕັນ ດີຊີ, Maryland ແລະ Virginia ຂອງ ສ ອາເມລິກາ) ໄດ້ສະແດງຄວາມຮູ້ສຶກ, ຄວາມເຊື່ອໝັ້ນ ແລະ ຄວາມມຸ່ງຫວັງຢ່າງເລິກເຊິ່ງຂອງປະຊາຄົມຊາວ ຫວຽດນາມອາໄສຢູ່ຕ່າງປະເທດ, ນັກທຸລະກິດ ແລະ ປັນຍາຊົນຫວຽດນາມ ຢູ່ ສ ອາເມລິກາ ທີ່ມີຕໍ່ເຫດການການເມືອງທີ່ສຳຄັນຍິ່ງຂອງປະເທດຊາດ.

Top