• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວິຖີຊີວິດ ຂອງ ຄົນ ຫວຽດ

ປະ​ຊາ​ຊົນ​ ຫວຽດ​ນາມ ປິ​ຕິ​ຊົມ​ຊື່ນ​ຕ້ອນ​ຮັບ​ປີ​ໃໝ່​ປີ​ມະ​ເມຍ 2026

ໃນບັນຍາກາດທີ່ຟົດຟື້ນມ່ວນຊື່ນໄດ້ແຜ່ກະຈາຍໃນທົ່ວທຸກແຖບຖິ່ນຂອງປະເທດຊາດ ເມື່ອປະຊາຊົນຕ້ອນຮັບບຸນປີໃໝ່ປະຈຳຊາດໃນຈຸດເວລາສົ່ງທ້າຍມີເກົ່າ ປີມະເສງ, ຕ້ອນຮັບປີໃໝ່ປີມະເມຍ 2026 (ໃນຄ່ຳຄືນວັນທີ 16 ກຸມພາ).
ການຍິງບັ້ງໄຟດອກຢູ່ຮ່າໂນ້ຍ

ໃນບັນຍາກາດທີ່ຟົດຟື້ນມ່ວນຊື່ນໄດ້ແຜ່ກະຈາຍໃນທົ່ວທຸກແຖບຖິ່ນຂອງປະເທດຊາດ ເມື່ອປະຊາຊົນຕ້ອນຮັບບຸນປີໃໝ່ປະຈຳຊາດໃນຈຸດເວລາສົ່ງທ້າຍມີເກົ່າ ປີມະເສງ, ຕ້ອນຮັບປີໃໝ່ປີມະເມຍ 2026 (ໃນຄ່ຳຄືນວັນທີ 16 ກຸມພາ).

ຢູ່ນະຄອນຫຼວງ ຮ່າໂນ້ຍ, ຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ໄດ້ເປັນຂີດໝາຍດ້ວຍການຍິງບັ້ງໄຟດອກ.

ຊາວ ຫວຽດນາມ ຫຼາຍຄົນໃຫ້ຮູ້ວ່າ ປີນີ້, ເຂົາເຈົ້າເລືອກເອົາການລົງຖະໜົນເພື່ອຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່, ຢາກໄດ້ສຳຜັດໂດຍກົງກັບບັນຍາກາດຂອງປີໃໝ່ທີ່ຕັ້ງຄວາມຫວັງວ່າ ຈະມີການປ່ຽນແປງຫຼາຍຢ່າງ:

“ປີນີ້, ລາຍການຍິງບັ້ງໄຟດອກງາມກວ່າທຸກໆປີ, ທຸກຄົນມີຄວາມພາກພູມໃຈ ແລະ ເບີກບານມ່ວນຊືນກວ່າທຸກໆປີ.”  

“ຫວັງວ່າ ໃນປີໃໝ່ນີ້ ພາລະກິດ ແລະ ທຸກວຽກງານຈະປະສົບຜົນສຳເລັດ, ສະດວກດີກວ່າອີກ. ປີໃໝ່ມີສຸຂະພາບເຂັ້ມແຂງ. ຖ້າຫາກມີສຸຂະພາບເຂັ້ມແຂງຖືວ່າມີຄຄົບທຸກຢ່າງແລ້ວ”.  

“ຂ້າພະເຈົ້າຂໍໃຫ້ປີໃໝ່ນີ້ຈະມີແຕ່ສິ່ງດີງາມເຂົ້າມາໃນຊີວິດ, ປາດຖະໜາສິ່ງໃດຂໍໃຫ້ໄດ້ສິ່ງນັ້ນ. ຄອບຄົວຍາມໃດກໍມີຄວາມສຸກ, ຄວາມມ່ວນຊື່ນ ແລະ ອີ່ມໜຳສຳລານສົມບູນພູນສຸກ”.

ບັນຍາກາດຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຢູ່ ດ່າໜັງ

ຢູ່ນະຄອນ ດ່າໜັງ, ໃນສອງຟາກແມ່ນ້ຳ ຮ່ານ ກໍໄດ້ຈຍິງບັ້ງໄຟດອກເຊັ່ນດຽວກັນ. ຢູ່ຖະໜົນເມືອງເກົ່າ ໂຮ້ຍອານ, ມີໂຄມໄຟນັບພັນໜ່ວຍໄດ້ໃຕ້ໄຟແຈ້ງທັງຝັ່ງແມ່ນ້ຳ ຮວ່າຍ ຢ່າງມະຫັດສະຈັນ. ມີຫຼາຍກິດຈະກຳວັດທະນະທຳ, ສິລະປະວັນນະຄະດີ, ການລະຫຼີ້ນພື້ນເມືອງ ອັນໄດ້ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼາຍ.

ຢູ່ຖະໜົນເມືອງເກົ່າ ໂຮ້ຍອານ, ມີໂຄມໄຟນັບພັນໜ່ວຍໄດ້ໃຕ້ໄຟແຈ້ງທັງຝັ່ງແມ່ນ້ຳ ຮວ່າຍ ຢ່າງມະຫັດສະຈັນ

ໂດຍເຈືອຈານເຂົ້າກັບບັນຍາກາດຂອງທົ່ວປະເທດ, ຕອນຄ່ຳວັນທີ 16 ກຸມພາ, ປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບປີໃໝ່ປີມະເມຍ 2026 ໃນບັນຍາກາດຄືກຄື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມຫວັງ. ໃນຖະໜົນສາຍຕ່າງໆຢູ່ເຂດໃຈກາງ, ມີປະຊາຊົນນັບໝື່ນຄົນໄດ້ເຕົ້າໂຮມກັນຕິດຕາມລາຍການຍິງບັ້ງໄຟດອກ.

ທ່າກ່ຳປັ່ນໂດຍສານສາກົນ ຮະລອງ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນຄະນະທຳອິດ ກວ່າ 2.300 ຄົນທີ່ມາທ່ຽວແຂວງ ກວາງນິງ ຂອງ ຫວຽດນາມ. (ພາບ: VOV)

ວັນທີ 17 ກຸມພາ, ກົງກັບວັນທີ 1 ບຸນປີໃໝ່ປະຈຳຊາດປີມະເມຍ, ທ່າກ່ຳປັ່ນໂດຍສານສາກົນ ຮະລອງ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນຄະນະທຳອິດ ກວ່າ 2.300 ຄົນທີ່ມາທ່ຽວແຂວງ ກວາງນິງ ຂອງ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ດາຟຸກ - ຈຸດນັດພົບແຫ່ງການທ່ອງທ່ຽວ ສີຂຽວ ເຂດຊານເມືອງ ຮ່າໂນ້ຍ

ດາຟຸກ - ຈຸດນັດພົບແຫ່ງການທ່ອງທ່ຽວ ສີຂຽວ ເຂດຊານເມືອງ ຮ່າໂນ້ຍ

ຕັ້ງຢູ່ເຂດຊານເມືອງ ຮ່າໂນ້ຍ, ຕາແສງ ດາຟຸກ ພວມກ້າວໄປ ເທື່ອລະກ້າວ ໃນການພັດທະນາ ຮູບແບບການທ່ອງທ່ຽວສີຂຽວ. ດ້ວຍທ່າແຮງດ້ານພື້ນທີ່ລຽບຕາມແຄມແມ່ນ້ຳ ກ່າໂລ່, ທັດສະນີຍະພາບ ຂອງໝູ່ບ້ານທີ່ງຽບສະຫງົບ, ດາຟຸກ ໄດ້ຮັບການ ຄາດຫວັງວ່າ ຈະກາຍເປັນຈຸດໝາຍປາຍທາງ ທີ່ດຶງດູດ ສຳລັບ ການທ່ອງທ່ຽວ ໄລຍະສັ້ນ, ເຊິ່ງເປັນບ່ອນ ທີ່ນັກທ່ອງທ່ຽວ ສາມາດ ຄົ້ນຫາຄວາມງາມ ຂອງເຂດຊົນນະບົດ ພາກເໜືອ ທີ່ຕັ້ງຢູ່ໃກ້ກັບ ນະຄອນຫຼວງ...

Top