ເວທີປາໄສອະນາຄົດ ອາຊຽນ 2026 (ASEAN Future Forum – AFF) ຈະດຳເນີນໃນລະຫວ່າງວັນທີ 9 - 10 ມິຖຸນາ ຢູ່ຮ່າໂນ້ຍ, ດ້ວຍຫົວຂໍ້ “ພ້ອມກັນສ້າງອະນາຄົດລວມ: ສັນຕິພາບ, ຄວາມວັດທະນາຖາວອນ ແລະ ການພັດທະນາ ຖືປະຊາຊົນເປັນໃຈກາງ”.
ທ່ານ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ)
ເນື່ອງໃນໂອກາດນີ້, ເມື່ອຕອບສຳພາດນັກຂ່າວ, ທ່ານ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຖືວ່າ, ທີ່ກອງປະຊຸມ Shangri-La 2026, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ມີບົດກ່າວປາໄສ, ໃນນັ້ນ ໄດ້ເນັ້ນໜັກເຖິງຄວາມຈຳເປັນສ້າງໂຄງປະກອບພາກພື້ນ ເປີດ, ກວມລວມ ແລະ ຖື ອາຊຽນ ເປັນໃຈກາງ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກໍໃສ່ໃຈວ່າ ບົດບາດເປັນໃຈກາງຂອງ ອາຊຽນ ບໍ່ແມ່ນສິ່ງທີ່ໃຜກໍຮັບຮູ້ເທົ່ານັ້ນ, ຫາກຍັງຕ້ອງໄດ້ຮັບການປັບປຸງດ້ວຍຄວາມສາມັກຄີ, ຄວາມເປັນເຈົ້າການຍຸດທະສາດ ແລະ ກຳລັງຄວາມສາມາດສ້າງໂຄງການດຳເນີນງານລວມ.
AFF ປີ 2026 ແມ່ນການສືບທອດ ແລະ ຫັນເນື້ອໃນຈິດໃຈນັ້ນເປັນລະອຽດ ຢູ່ລະດັບການສົນທະນາໃນພາກພື້ນ. ເວທີປາໄສ ແມ່ນບ່ອນທີ່ ອາຊຽນ ແລະ ບັນດາຄູ່ຮ່ວມມືພ້ອມກັນປຶກສາຫາລືກ່ຽວກັບແບບວິທີຮັກສາທີ່ຕັ້ງຂອງກຸ່ມ ໃນສະພາບແວດລ້ອມຍຸດທະສາດທີ່ມີການຜັນແປຫຼາຍຢ່າງ ເພື່ອໃຫ້ທຸກຂໍ້ລິເລີ່ມ, ທຸກກົນໄກໃໝ່ ລ້ວນແຕ່ເສີມສ້າງໃຫ້ກັນ ແລະ ບໍ່ເຮັດໃຫ້ບົດບາດເປັນໃຈກາງຂອງ ອາຊຽນ ຖືກຊຸດໂຊມລົງ.
(ແຫຼ່ງຄັດຈາກ VOV)