ຮສຈ ຫວໍເຕື່ອງຄາ ແລະ ຂະແໜງການແພດກິລາ ຫວຽດນາມ

ພາບຊີວິດ

ຮສຈ ຫວໍເຕື່ອງຄາ ແລະ ຂະແໜງການແພດກິລາ ຫວຽດນາມ

ຮສຈ.ປອ. ທ່ານໝໍ ຫວໍເຕື່ອງຄາ, ຜູ້ອຳນວຍການ​ໂຮງໝໍ​ກິລາ ຫວຽດນາມ ພ້ອມ​ທີມງານ ໂຮງໝໍ ກຳລັງ​ພະຍາຍາມ​ຢ່າງໜັກ ໃນ​ຂະບວນການ ​ພັດທະນາ​ດ້ານ ການແພດ ດ້ວຍ​ຄວາມ​ຫວັງ​ ຫວຽດ

ຮສຈ.ປອ. ທ່ານໝໍ ຫວໍເຕື່ອງຄາ, ຜູ້ອຳນວຍການ​ໂຮງໝໍ​ກິລາ ຫວຽດນາມ ພ້ອມ​ທີມງານ ໂຮງໝໍ ກຳລັງ​ພະຍາຍາມ​ຢ່າງໜັກ ໃນ​ຂະບວນການ ​ພັດທະນາ​ດ້ານ ການແພດ ດ້ວຍ​ຄວາມ​ຫວັງ​ ຫວຽດ ນາມ ຈະ​ສ້າງເຄືອຂ່າຍ ການ​ແພດກິລາ ​ໃນ​ທົ່ວ​ປະ​ເທດ.

1. ໃນການສົນທະນາກັບພວກຂ້າພະເຈົ້າ, ຮສຈ ຫວໍເຕື່ອງຄາ ໄດ້ ໃຫ້ກ່າວເຖິງພາບລວມ ກ່ຽວກັບ ບົດບາດ ຂອງ ການແພດກິລາ. ຕາມ​ນັ້ນ ການ​ແພດກິລາ ຈິ່ງມີ 2 ບົດບາດ​ຫຼັກ​ຄື: ບົດບາດ​ກັບ​ກິລາ ທີ່ບັນລຸໝາກຜົນສູງ ​ແລະ ບົດບາດ​ກັບ​ຜູ້ຝຶກແອບ ກິລາ​ເພື່ອພັດ ທະນາ ສຸຂະພາບ.

ສຳລັບກິລາ ທີ່ປະສົບຜົນສໍຳເລັດສູງ, ການແພດກິລາ ມີໜ້າທີ່ ສໍາ ຄັນ ຄືການຮັບປະກັນສຸຂະພາບ ຂອງ ນັກກິລາ ໃນການ ຝຶກອົບ ຮົມ ແລະ ການແຂ່ງຂັນ. ການປິ່ນປົວ ຕ້ອງຮັບປະກັນ ການຟື້ນຟູ ສຸຂະພາບ ຂອງ ນັກກິລາ 100% ຄືເບື້ອງຕົ້ນ.

ການແພກິລາ ຍັງມີອີກໜ້າທີ່ສຳຄັນຄື ໃຫ້ຄຳປຶກສາ ໃນການຄັດ ເລືອກນັກກິລາ. ດັ່ງນັ້ນ, ແພດສາມາດແນະນໍາໃຫ້ນັກ ກິລາແຕ່ ລະຄົນ ເລືອກຈຸດແຂງພິເສດ ຂອງຕົນ ໂດຍອີງໃສ່ຕົວວັດແທກ ສັດສ່ວນຮ່າງກາຍ, ສະຮິວິທະຍາ ແລະ ຊີວະເຄມີ ຂອງ ຮ່າງກາຍ ຂອງ ນັກກິລາແຕ່ລະຄົນ ໄດ້ຖືກຕ້ອງ.

ບໍ່ພຽງແຕ່ເທົ່ານັ້ນ, ການແພດກິລາ ຍັງຊ່ວຍຄວບຄຸມ ການປ່ຽນ ແປງ ມາດຖານກຳນົດຈິດວິທະຍາ, ຊີວະເຄມີ ໃນຮ່າງກາຍ ເໝາະ ກັບ ລະດັບການຝຶກແອບ ຫຼື ເປົ້າໝາຍ ຜົນສໍາເລັດຂອງນັກກິລາ ແຕ່ລະຄົນ ຫຼື ບັນຫາ ໂພຊະນາການກິລາ, ຈິດຕະວິທະຍາຂອງ ນັກກິລາ ອີກດ້ວຍ. 

ສຳລັບບົດບາດ​ທີ 2, ​ໃນ​ຊຸມ​ປີ​ມໍ່ໆ​ ມາ​ນີ້, ຄຽງ​ຄູ່​ກັບ​ການ​ພັດທະ ນາ​ ຂອງ ​ປະ​ເທດຊາດ, ຊີວິດ​ການ​ເປັນ​ຢູ່ ​ຂອງ​ປະຊາຊົນ ​ກໍ່​ໄດ້​ຮັບ​ການ​ປັບປຸງໃຫ້ດີຂຶ້ນ, ​ການ​ເຄື່ອນ​ໄຫວ​ກິລາ​ ກາຍ​ເປັນ​ຄວາມ​ຕ້ອງ ການ​ທີ່​ສຳຄັນ ​ໃນ​ການ​ປັບປຸງ​ສຸຂະພາບ. ສະ​ນັ້ນ, ການແພດ​ກິລາ, ຖ້າ​ຫາກ ​ໄດ້​ຮັບ​ການ​ພັດທະນາ​ ຢ່າງ​ເໝາະ​ສົມ ຈະປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ການ ຍົກສູງ​ພື້ນຖານກາ​ຍະ​ພາບ​ຂອງ​ຊາວ ​ຫວຽດນາມ.

ດັ່ງ​ນັ້ນ​, ການແພດ​ກິລາ ​ສາມາດ​ຊ່ວຍ​ປິ່ນປົວ​ພະຍາດບໍ່​ຕິດ​ຕໍ່​ໄດ້​ເຊັ່ນ: ພະຍາດ​ອ້ວນ, ນ້ຳ​ໜັກ​ເກີນ, ຄວາມ​ດັນ​ເລືອດ​ສູງ, ພະຍາດ​ເບົາຫວານ ​ແລະ ອື່ນໆ, ດ້ວຍ​ບັນດາ ພະຍາດ​ດັ່ງກ່າວ, ການ​ແພດ ກິລາ ​ສາມາດ​ແນະນຳ​ວິທີ​ອອກ​ກຳ​ລັງ​ກາຍ ​ເພື່ອ​ຫຼຸດຜ່ອນອາການ​ພະຍາດ ​ແລະ ຫຼີກ​ເວັ້ນ ການ​ຕິດ​ຢາ.

ການ​ອົບຮົມ, ບຳລຸງສ້າງ​ຄວາມ​ຮູ້​ ດ້ານ​ການ​ແພດ​​ກິ​ລາ​ ​ໄດ້ ຮສຈ.ປອ.ທ່ານໝໍ ຫວໍເຕື່ອງຄາ ຖືສຳຄັນຈັດຕັ້ງຢູ່ສະເໝີ​. ພາບ: ເອກະສານ ໂຮງໝໍກິລາ ຫວຽດນາມ

ໂຮງໝໍ​ກິລາ​ ຫວຽດນາມ ​ແມ່ນ​ຫົວໜ່ວຍ​ທີ່​ຕັ້ງໜ້າ​ ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ ​ກວດກາ ​ແລະ ປິ່ນປົວ​ພະຍາດ ​ໃນ​ທົ່ວ​ປະ​ເທດເພື່ອ ການກຸສົນ. ພາບ: ເອກະສານ ໂຮງໝໍກິລາ ຫວຽດນາມ

ພິທີສົ່ງຄະນະແພດໝໍໄປຊ່ວຍເຫຼືອ ນະຄອນໂຮ່ຈີມິນ ປີ 2021. ພາບ: ເອກະສານ ໂຮງໝໍກິລາ ຫວຽດນາມ

ຮສຈ.ປອ.ທ່ານໝໍ ຫວໍເຕື່ອງຄາ (ເສື້ອຂຽວຜູ້ທຳອິດ ຈາກຊ້າຍ) ໃຫ້ຄຳແນະນໍາ ແກ່ຄະນະ ກ່ອນໄປຊ່ວຍເຫຼືອ ນະຄອນ ໂຮ່ຈີມິນ ຕ້ານໂລກລະບາດ ໃນປີ 2021. ພາບ: ເອກະສານ ໂຮງໝໍກິລາ ຫວຽດນາມ

2. ຕາມ​ທ່ານ​ໝໍ ຫວໍເຕື່ອງຄາ, ລັກສະນະຈຳເພາະ​ ຂອງ ການ ແພດ​ກິ​ລາ ​ແມ່ນລັກສະນະຈຳເພາະ ກ່ຽວກັບເປົ້າໝາຍ. ນັ້ນແມ່ນ ນັກກິລາ ມືອາຊີບ ຫຼື ຜູ້ຫຼິ້ນກິລາ ເປັນປະຈຳ. ມາດຖານກຳນົດ ສີລະສາດ ແລະ ບໍລິຫານ ຮ່າງກາຍ ຂອງກຸ່ມນີ້ສູງກວ່າຄົນທົ່ວ ໄປ ຫຼາຍ, ເພາະສະນັ້ນ ວິທີການປິ່ນປົວຕ້ອງ “ທັນສະໄໝທີ່ສຸດ” ຕາມ ມາດຖານ ຂອງກິລາ ເພື່ອຕອບສະໜອງຄວາມຫວັງ ດ້ານຜົນ ສຳເລັດ ແລະ ປະສິດທິຜົນການປິ່ນປົວຢ່າງພຽງພໍ.  ສະນັ້ນ​, ວິທີ​ການ​ແພດ​ທີ່​ທັນ​ສະ​ໄໝ ​ແລະ ກ້າວໜ້າ​ ​ຈະ​ໄດ້ສົມທົບ​ກັບ​ບັນດາ​ຫຼັກການ​ຝຶກ​ອົບຮົມ​ກິລາ.

ພິ​ເສດ​ແມ່ນ​ຢູ່​ໂຮງໝໍ​ກິລາ ​ຫວຽດນາມ, ການແພດພື້ນເມືອງ ຫວຽດນາມ ກຳລັງຖືກນຳເຂົ້າການປິ່ນປົວ ແລະ ເບື້ອງຕົ້ນ ໄດ້ສະ ແດງໃຫ້ເຫັນຄຸນຄ່າທີ່ພົ້ນເດັ່ນ ຂອງ ການແພດ ພື້ນເມືອງ ຫວຽດ ນາມ. ຕາມ​ທ່ານ​ໝໍ ຫວໍເຕື່ອງຄາ​ ແລ້ວ, ບັນດາ​ປະ​ເທດ​ຄື ສປ ຈີນ, ຍີ່​ປຸ່ນ, ຫຼື ​ໃນ​ພາກ​ພື້ນ​ຄື ​ໄທ ​ໄດ້​ນຳ​​ການແພດພື້ນ​ເມືອງ ​ເຂົ້າໃນ ການປິ່ນປົວ, ຟື້ນຟູ ແລະ ປັບປຸງ​ຮ່າງກາຍ​ຂອງ​ນັກ​ກິລາ. ສຈ ຫວໍເຕື່ອງຄາ ​ເນັ້ນ​ໜັກ​ວ່າ: “ນີ້​ອາດ​ຈະ​ແມ່ນ​ກຳລັງ​ແຮງ​ພິ​ເສດ​ຂອງ​ບັນດາ​ປະ​ເທດ ອາ​ຊີ, ​ໃນ​ນັ້ນ​ມີ ຫວຽດນາມ ​ເພື່ອ​ແນ​ໃສ່​ຄົ້ນຄວ້າ ​ແລະ ພັດທະນາ ​ໃນ​ໄລຍະ​ຈະ​ມາ​ເຖິງ”.

ໃນ​ຊຸມ​ປີ​ມໍ່ໆ​ ມາ​ນີ້, ​ໂຮງໝໍ​ກິລາ ​ຫວຽດນາມ​ ບໍ່​ພຽງ​ແຕ່​ເປັນ​ທີ່​ໄວ້ ວາງໃຈ ​ຂອງ ​ນັກ​ກິລາ​ເທົ່າ​ນັ້ນ ແຕ່​ຍັງ​ມີ​ຫຼາຍ​ຄົນ​ທີ່​ໄດ້ຮັບ​ບາດ​ເຈັບ ​ໃນ​ຂະນະ​ຫຼິ້ນ​ກິລາ ໄດ້​ມາເພື່ອ ການ​ປິ່ນປົວ. ພາບ: ແຄ໋ງລອງ
ຮສຈ.ປອ.ທ່ານໝໍ ຫວໍເຕື່ອງຄາ (ເສື້ອລາຍ) ກວດສະພາບ ການ ເຝິກຊ້ອມ ແກ້ໄຂບາດເຈັບ ຂໍ້ກະດູກ ສັນຫຼັງຄໍ ໃນເວລາຂີ່ ລົດຖີບ. ພາບ: ເອກະສານ ໂຮງໝໍກິລາ ຫວຽດນາມ

ໂດຍສະເພາະ, ໂຮງໝໍ ໄດ້ນໍາໃຊ້ລະບົບເຄື່ອງກວດຈັບ ຈຸດສຳ ຄັນ ເພື່ອໃຫ້ຄຳປຶກສາ ໃນານຄັດເລືອກ ແລະ ຕີລາຄາຄວາມ ສາມາດໃນການຄັດເລືອກນັກກິລາ. ເຄື່ອງຈັກຈະ ກວດເຂົ້າຈຸດ ສຳຄັນ ຫຼື ວັດແທກພະລັງງານ ຂອງ ຈຸດສຳຄັນ, ເພື່ອວັດແທກພະ ລັງງານ ຊີວະວິທະຍາ ເຂົ້າໄປໃນລະບົບ ແມຣີດີອານ (meridian) ລະຫວ່າງ ນັກກິລາ ແລະ ຄົນທົ່ວໄປ. ຈາກນັ້ນ, ກໍານົດລະດັບກຳ ລັງກາຍ ຂອງ ນັກກິລາ ໃນຈຸດເວລາທີ່ແຕກຕ່າງກັນ.

ພ້ອມກັບການຟື້ນຟູສຸຂະພາບ ຂອງ ນັກກິລາ ຫຼັງຈາກ ການແຂ່ງ ຂັນ ຫຼື ການຝຶກຊ້ອມ, ທາງໂຮງໝໍ ໄດ້ດໍາເນີນວິທີການນວດ, ບີບ ເສັ້ນ ຫຼື ໂຢກາ... ອີກດ້ວຍ. ການຄົ້ນຄວ້າ ເພື່ອນໍາໃຊ້ຢາ ບຳລຸງ ຮ່າງກາຍ, ເພີ່ມກຳລັງ ພູມຕ້ານທານ ໃນການແພດພື້ນເມືອງ ຫຼື ຜະລິດຕະພັນຢາ ທີ່ໃຊ້ເຕັກໂນໂລຊີ ຊີວະພາບ ໃນການສະກັດ ຊຶ່ງທາງໂຮງໝໍ ຖືສຳຄັນ. 

3. ເຫັນໄດ້ບົດບາດ​ພິ​ເສດ​ ຂອງ​ການແພດ​ກິລາ ​ແລະ ການ​ໝູນໃຊ້​ຢ່າງ​ສຳ​ເລັດ​ຜົນ ​ຢູ່​ໂຮງໝໍ​ກິລາ ​ຫວຽດນາມ ​ແມ່ນ​ແບບຢ່າງ​ ເພື່ອ ໃຫ້​ ​ຮສຈ ຫວໍເຕື່ອງຄາ ມີ​ຄວາມ​ເຊື່ອ​ໝັ້ນ ​ແລະ ຄວາມ​ມຸ່ງຫວັງ​ຢາກ​ກໍ່ສ້າງ​ພື້ນຖານ ໃຫ້​ການ​ແພດ​ກິລາ ​ຫວຽດນາມ.

ທ້າຍ​ເດືອນ​ມີນາ ​ທີ່​ຜ່ານ​ມາ, ຮສຈ ຫວໍເຕື່ອງຄາ ​ໄດ້​ສະ​ເໜີ ​ແລະ ຊີ້​ນຳ​ການ​ສ້າງ​ຕັ້ງ ​ສາຂາສະມາຄົມ ສີລະສາດວິທະຍາ ກາຍຍະກຳ ກິລາ. ຕາມ​ນັ້ນ​, ສາຂາສະມາຄົມ​ກາຍະ​ກຳ​ກິລາ ​ແມ່ນ​ພື້ນຖານ ​ໃຫ້​ແກ່​ແຜນການ​ສ້າງ​ຕັ້ງ ​ເຄືອ​ຂ່າຍ​​ການແພດກິລາ​ແຫ່ງ​ຊາດ ​ແລະ ​ວິຊາການແພດ​ກິລາ (ສັງກັດມະຫາວິທະຍາໄລ ​ແພດສາດ ​ແລະ ການ​ຢາ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ, ຕັ້ງ​ຮາກຖານ ຢູ່ ໂຮງໝໍ​ກິລາ ຫວຽດນາມ). ນີ້​ຈະ​ແມ່ນ​ບ່ອນ​ຝຶກ​ອົບຮົມ ​ແລະ ພັດທະນາ​ ນາຍ​ແພດ​ກິລາ ໃຫ້​ແກ່​ຍຸດ​ທະ​ສາດ​ບຳລຸງ​ສ້າງ​ທ່ານ​ໝໍ​ກິລາ ​ຂອງ​ຂະ​ແໜງ​​ກາຍຍະກຳກິລາ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

 

ຮສຈ ຫວໍເຕື່ອງຄາສິ້ນສຸດການເລົ່າເລື່ອງ ກັບພວກຂ້າພະເຈົ້າ ດ້ວຍຄຳເວົ້າແບບມ່ວນໆ ວ່າ ເພິ່ນ ແລະ ບັນດາເພື່ອນຮ່ວມງານ ກໍາລັງດຳເນີນປະຕິບັດການ “ເຜີຍແຜ່” ຄວາມຮັບຮູ້ ກ່ຽວກັບການ ແພດກິລາ, ຕາມຄວາມຄາດຫວັງ ຂອງ ອາຈານສອນ - ນາຍຄູ ປະຊາຊົນ ສຈ. ປອ. ທ່ານໝໍ ເລກີ໋ວເຟື້ອງ ມອບໝາຍໃຫ້ເພິ່ນ. ສະ​ນັ້ນ ເພິ່ນແມ່ນ​ພາກສ່ວນ​ໜຶ່ງ ​ທີ່​ຂາດ​ບໍ່​ໄດ້ ໃຫ້ພື້ນຖານ​ກິລາ​ທີ່ ບັນລຸໝາກ​ຜົນ​ສູງ ​ແລະ ຍິ່ງ​ກວ່າ​ນັ້ນ​ແມ່ນໃນ​ການ​ປັບປຸງ​ພື້ນຖານ​ທາງ​ດ້ານ​ຮ່າງກາຍ​ຂອງ​ຊາວ ​ຫວຽດນາມ ອີກດ້ວຍ”.

ບົດ: ຖາວວີ - ພາບ: ແຄ໋ງລອງ ແລະ ເອກະສານ ໂຮງໝໍກິລາ ຫວຽດນາມ

 ແປໂດຍ: ບິກລຽນ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top