ກວ່ຽນທ້ຽນດັກ ແລະ ຂະບວນວິວັດແຫ່ງການ ພັດທະນາ ດົນຕີ Jazz ຫວຽດ

ກວ່ຽນທ້ຽນດັກ ແລະ ຂະບວນວິວັດແຫ່ງການ ພັດທະນາ ດົນຕີ Jazz ຫວຽດ

ຂະບວນວິວັດແຫ່ງການພັດທະນາ ​ດົນ​ຕີ​

ກວ່ຽນທ້ຽນດັກ ແມ່ນລູກຊາຍ ຂອງ ນັກສິລະປິນ  Saxophone ທ່ີມີຊື່ສຽງ ກວ່ຽນວັນມິນ. ເດີນຕາມເສັ້ນທາງສິລະປະ ແລະ ປະສົບຜົນສໍາເລັດໄດ້ບັນດາຜົນງານ ຄືໃນປັດຈຸບັນ, ນັກສິລະປິນ ກວ່ຽນທ້ຽນດັກ ຍາມໃດກໍ່ຈາລຶກບຸນຄຸນ ຕໍ່ພໍ່ ຂອງຕົນ.

ຕັ້ງແຕ່ອາຍຸ 11 ປີ, ນັກສິລະປິນ ກວ່ຽນທ້ຽນດັກ ຕ້ອງໄດ້ຝຶກຊ້ອມ ເປົ່າແກ ແລະ ຝຶກແອບ ລະບົບຫາຍໃຈທີ່ດີ ເພື່ອການສຶກສາ ສິລະປະ ປະເພດນີ້. ນັ້ນແມ່ນເວລາ ທີ່ທ່ານ ຕ້ອງໃຊ້ເວລາ ຕະຫຼອດທັງປີ ເພື່ອຝຶກຊ້ອມ ພຽງແຕ່ ເປົ່າແກ, ນອກຈາກນັ້ນ ບໍ່ໄດ້ຫຼິ້ນເຄື່ອງດົນຕີຫຍັງອີກ.

ປີ 1995, ກວ່ຽນທ້ຽນດັກ ໄດ້ກາຍເປັນນັກດົນຕີໜຸ່ມທີ່ສຸດ ໃນ ວົງດົນຕີປະສານສຽງ ແຫ່ງຊາດ ຫວຽດນາມ. ນີ້ແມ່ນ ຂີດໝາຍ, ເປັນ “ແຮງຜັກດັນ” ທີ່ສໍາຄັນ ໃນການເຄື່ອນໄຫວ ດົນຕີ ຂອງ ນັກສິລະປິນ ກວ່ຽນທ້ຽນດັກ.

ນັກສິລະປິນ ກວ່ຽນທ້ຽນດັກ ສະແດງ ພ້ອມກັບ ກຸ່ມນັກສິລະປິນ ດ່ານດໍ໋ ດ້ວຍ​ເຄື່ອງ​ດົນຕີ​ທີ່​ເຮັດ​ດ້ວຍ​ໄມ້​ໄຜ່. ພາບ: ແທງຢາງ/VNP

ຕໍ່ມາ, ເມື່ອມີໂອກາດ ໄດ້ເຂົ້າຮ່ວມບັນດາ ລາຍການສະແດງ, ກວ່ຽນທ້ຽນດັກ ຈຶ່ງຄ່ອຍໆ ຮູ້ສຶກໄດ້ວ່າ “ຕົນແມ່ນຂຶ້ນກັບໂລກ ແຫ່ງດົນຕີ”. ແຕ່ດ້ວຍ ບຸກຄະລິກກະພາບ ທີ່ເຂັ້ມແຂງ, ກວ່ຽນທ້ຽນດັກ ຍາມໃດກໍ່ມີ ຄວາມເປັນຫ່ວງເປັນໃຍ ເຖິງການ ສ້າງດົນຕີ ທີ່ເປັນເອກະລັກ ສະເພາະຂອງຕົນ. ສິ່ງທ້າທາຍ ຕໍ່ນັກສິລະປິນ ກວ່ຽນທ້ຽນດັກ ໃນເວລານີ້ ແມ່ນເງົາຂອງພໍ່-ນັກສິລະປິນ ກວ່ຽນວັນມິນ, ເມື່ອເພິ່ນໄດ້ປະດິດສ້າງ ດົນຕີ ສະໄໝຮຸ່ງເຮືອງ ຫຼື ບັນດາອາຈານ ທີ່ເຄີຍສອນດົນຕີ ພື້ນເມືອງ ແລະ ດົນດີ Jazz ທັງພາຍໃນ ແລະ ຕ່າງປະເທດ.

 

ຊ່ວງເວລາປ່ອຍອາລົມ ໄປຕາມຈັງຫວະ ສຽງດົນຕີ ຂອງ ນັກສິລະປິນ ກວ່ຽນທ້ຽນດັກ. ພາບ: ແທງຢາງ/VNP
ນັກສິລະປິນ ກວ່ຽນວັນມິນ-ພໍ່ຂອງນັກສິລະປິນ ກວ່ຽນທ້ຽນດັກ ໄດ້ ມີ 3 ຜົນງານປະດິດແຕ່ງຄື: “ແຮງບັນດານໃຈ ໄຕງວຽນ” ໂດຍນຳໃຊ້ ປະເພດ ດົນຕີພື້ນເມືອງ ຂອງ ໄຕງວຽນ), “ເວິ໊ນເວືອງ” (ກ່ຽວພັນ) ໂດຍນຳໃຊ້ປະເພດດົນຕີ ກວານຫໍ້ (ທຳ ນອງຂັບລຳ ພື້ນເມືອງ ຂອງແຂວງ ບັກນິງ) ແລະ “ສຽງແຄນ ຮ້ອງໝູ່” ໂດຍໃຊ້ປະເພດດົນຕີຂອງເຂດ ໄຕບັກ. 

ທຸກໆ ໄລຍະ ແຫ່ງການພັດທະນາດົນຕີ ແມ່ນການລົງທຶນທີ່ລະມັດ ລະວັງ ແລະ ຈິງຈັງຂອງເພິ່ນ. ເຖິງຢ່າງໃດກໍຕາມ, ພຽງແຕ່ເມື່ອ ສັງລວມການສຶກສາ ເພື່ອສ້າງເປັນດົນຕີ ປະເພດໃໝ່, ນັກສິລະປິນ ກວ່ຽນທ້ຽນດັກ ຈຶ່ງມີຄວາມພາກພູມໃຈ ໂດຍກ່າວວ່າ ຕົນເອງກຳລັງຫຼິ້ນດົນຕີ ຂອງຕົນເອງ ແລະ ນັ້ນແມ່ນດົນຕີ Jazz ຂອງ ຫວຽດນາມ.

ນັກສິລະປິນ ກວ່ຽນທ້ຽນດັກ ໄດ້ແບ່ງປັນວ່າ: “ດົນຕີນຳມາ ຄວາມ ສຸກໃຫ້ແກ່ຂ້າພະເຈົ້າ. ເມື່ອຫຼິ້ນດົນຕີ, ຂ້າພະເຈົ້າ ຮູ້ສຶກດີໃຈຫຼາຍ ແລະ ຢາກແບ່ງປັນ ພະລັງງານ ໃນທາງບວກ ເຖິງຜູ້ຊົມ”.

ວົງດົນຕີ ກະກຽມ ສໍາລັບການສະແດງທີ່ໃສ່ຊື່ “ພໍ່ ແລະ ລູກ”. ພາບ: ແທງຢາງ/VNP

ດົນຕີ Jazz ຫວຽດ

ຕາມຄວາມໃນໃຈ ຂອງ ນັກສິລະປິນ ກວ່ຽນທ້ຽນດັກ,  ຜູ້ປະດິດແຕ່ງດົນຕີທຸກຄົນ ລ້ວນແຕ່ ມີພາລະກິດສະເພາະ ແລະ ພາລະກິດ ຂອງຕົວທ່ານເອງ ແມ່ນພັດທະນາດົນຕີ Jazz ຢູ່ ຫວຽດນາມ, ເຮັດໃຫ້ກຳເນີດຂຶ້ນປະເພດດົນຕີ Jazz ຫວຽດ.

ຕາມນັກສິລະປິນ ກວ່ຽນທ້ຽນດັກ, ປັດຈຸບັນ, ດົນຕີ Jazz ຢູ່ ຫວຽດ ນາມ ໄດ້ມີການພັດທະນາພໍສົມຄວນ ເມື່ອທຽບ ກັບໂລກ. ໄວໜຸ່ມຫຼາຍຄົນຫຼິ້ນ Jazz ໄດ້ດີ, ແຕ່ພວກເຂົາຍັງບໍ່ສາມາດຫຼິ້ນ Jazz ມ່ວນຄືກັບຊາວ ອາເມລິກາ ຫຼື ຊາວ ເອີຣົບ. ດັ່ງນັ້ນ, ຕາມທ່ານ ກວ່ຽນທ້ຽນດັກ, “ທາງດຽວ ທີ່ນັກສິລະປິນ Jazz ຢູ່ ຫວຽດນາມ, ໃນນັ້ນມີທັງຂ້າພະເຈົ້າ ຈະຕ້ອງຊອກຫາ ທິດທາງ ສະເພາະ ແລະ ແຕກຕ່າງ ໃຫ້ແກ່ຕົນເອງ”. 

ການ​ສະ​ແດງ​ດົນຕີຄູ່ ຂອງ​ ນັກ​ສິ​ລະ​ປິນ ກວ່ຽນທ້ຽນດັກ ແລະ ພໍ່​ຂອງຕົນຄື ນັກ​ສິ​ລະ​ປິນ ກວ່ຽນວັນມິນ. ພາບ: ແທງຢາງ/VNP
ພໍ່ລູກ​ນັກສິລະປິນ ກວ່ຽນທ້ຽນດັກ, ນັກ​ສິລະ​ປິນ ກວ່ຽນວັນມິນ ແລະ ກວ່ຽນທຽນລົກ ​ໄດ້​ເປີດ​ສາກລາຍການສະແດງ ​ດ້ວຍ​ບົດ​ດົນຕີ Jazz ສາກົນ. ພາບ: ແທງຢາງ/VNP

ດົນຕີພື້ນເມືອງແມ່ນສິ່ງທີ່ສໍາຄັນທີ່ສຸດ, ເປັນປັດໃຈ ທີ່ສາມາດ ຂຸດຄົ້ນ ແລະ ສ້າງເປັນພາສາ ຂອງ ຕົນເອງ, ໃນນັ້ນມີລວມທັງ Jazz. ຕາມນັ້ນ, ດົນຕີພື້ນເມືອງ ທີ່ສະແດງອອກ ຜ່ານ ພາສາ ໄປຕາມອາລົມຈິດ ຂອງ Jazz ຈະເປັນຄວາມຫວັງ ອັນໃຫຍ່ຫຼວງ ໃນການສ້າງແບບລີລາ ສະເພາະຂອງຕົນ. ເພື່ອເຮັດສິ່ງນີ້ໄດ້, ຕາມນັກສິລະປິນ ກວ່ຽນທ້ຽນດັກ, ຈະຕ້ອງມີຫຼາຍຄົນເຂົ້າໃຈ ແລະ ຮ່ວມມືປະຕິບັດ, ອາດຈະເປັນ ໜຶ່ງ ຫຼື ສອງຮຸ່ນຫຼັງ ຈິ່ງຈະໄດ້ ເຫັນຜົນ.

ປີ 1994, ນັກສິລະປິນ ກວ່ຽນວັນມິນ-ພໍ່ຂອງນັກສິລະປິນ ກວ່ຽນທ້ຽນດັກ ໄດ້ ມີ 3 ຜົນງານປະດິດແຕ່ງຄື: “ແຮງບັນດານໃຈ ໄຕງວຽນ” ໂດຍນຳໃຊ້ ປະເພດ ດົນຕີພື້ນເມືອງ ຂອງ ໄຕງວຽນ), “ເວິ໊ນເວືອງ” (ກ່ຽວພັນ) ໂດຍນຳໃຊ້ປະເພດດົນຕີ ກວານຫໍ້ (ທຳ ນອງຂັບລຳ ພື້ນເມືອງ ຂອງແຂວງ ບັກນິງ) ແລະ “ສຽງແຄນ ຮ້ອງໝູ່” ໂດຍໃຊ້ປະເພດດົນຕີຂອງເຂດ ໄຕບັກ. ທ່ານເປັນຜູ້ ວາງຮາກຖານ ໃນການທົດລອງ ປະດິດແຕ່ງ ດົນຕີ jazz ໂດຍອີງໃສ່ສີສັນ ຂອງ ທຸກ ເຂດພາກຢູ່ ຫວຽດນາມ.

ປີ 2003, ນັກສິລະປິນ ກວ່ຽນທ້ຽນດັກ ໄດ້ເຮັດແຜ່ນ ຊີດີ “ຮູບຮ່າງ ບ້ານເກີດເມືອງນອນ” ແມ່ນຜົນການປະດິດແຕ່ງ ຂອງ ທ່ານ. ປີ 2011, ນັກສິລະປິນ ກວ່ຽນທ້ຽນດັກ ໄດ້ສ້າງແຜ່ນຊີດີ “ອ່າ ເອີຍ” ຢູ່ ຊູແອັດ... 

ນັກສິລະປິນ ກວ່ຽນທ້ຽນດັກ ໄດ້ປະຕິບັດ ໂຄງການດົນຕີ ເດັກ ນ້ອຍ ກັບ ດົນຕີ Jazz ທີ່ໃສ່ຊື່ວ່າ “Vietnamese Kids Song's Book”. ຄວາມໝາຍຂອງໂຄງການນີ້ ແມ່ນຫວນຄືນຫຼັງ ບັນດາຜົນງານສິລະປະ ທີ່ມີຊື່ສຽງ ໃນອະດີດເຊັ່ນ: “ນົກກະຈິບ”; “ກົບນ້ອຍ”; “ບັກກິມທາງ”...

ຜູ້​ຊົມ​ໄດ້​ເຈືອຈານເຂົ້າກັບຍ່ານບັນຍາກາດ ດົນຕີ Jazz ຂອງ​ພໍ່ລູກນັກສິລະປິນ ກວ່ຽນທ້ຽນດັກ. ພາບ: ແທງຢາງ/VNP
 

ພາຍຫຼັງໃຊ້ເວລາຫຼາຍປີ “ຫາອາຈານ ເກ່ັງເພື່ອຮ່ຳຮຽນ” ຢູ່ ສະ ຖານທີ່ເປັນບໍ່ເກີດ ຂອງດົນດີ jazz ຄື ສ ອາເມລິກາ ຫຼື ເອີຣົບ ແລ້ວ ກັບຄືນປະເທດ, ທໍາອິດແມ່ນ ພ້ອມກັບພໍ່ ຂອງຕົນ-ນັກສິລະປິນ ກວ່ຽນວັນມິນ ແລະ ໃນປັດຈຸບັນ ແມ່ນ ພ້ອມກັບ ນັກດົນຕີຮຸ່ນດຽວກັນ, ປະສົມປະສານ jazz ກັບປະເພດດົນຕີພື້ນ ເມືອງຂອງ ຫວຽດນາມ. ຄວາມມຸ່ງມາດ ຂອງ ກວ່ຽນທ້ຽນດັກ ບໍ່ພຽງແຕ່ ຢຸດຢູ່ການ ເຜີຍແຜ່ດົນດີ jazz ຢູ່ບ້ານເກີດເມືອງນອນ ເທົ່່ານັ້ນ, ທ່ານຍັງ ມີຄວາມປາດຖະໜາ ຢາກນຳຈິດໃຈ ຫວຽດ ມາໃຫ້ປະເພດດົນຕີສະເພາະດ້ານນີ້ ດ້ວຍການນຳໃຊ້ ດົນຕີ ພື້ນເມືອງ ທີ່ເປັນເອກະລັກ ເພື່ອຍົກສູງ ທີ່ຕັ້ງຂອງດົນຕີ jazz ຫວຽດ ຢູ່ເວທີໂລກ. 

ບົດ: ຖາວວີ - ພາບ: ແທງຢາງ - ແປໂດຍ: ບິກລຽນ

 


Top