ຄຳສັ່ງຢຸດຍິງເພື່ອແນໃສ່ຈຸດປະສົງຮັກສາຄວາມເປັນເອກະພາບຂອງຊາດ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ສາມັນຊົນໃນ “ບັນດາກໍລະນີຮີບດ່ວນ”.
ກຳລັງປ້ອງກັນຄວາມສະຫງົບ ຊີຣີ ໄດ້ຮັບການຜັນຂະຫຍາຍຢູ່ນະຄອນ Sweida (ພາບ: THX/TTXVN)
ຕອນເຊົ້າວັນທີ 19 ກໍລະກົດ, ຕາມເວລາທ້ອງຖິ່ນ, ອຳນາດການປົກຄອງ ຊີຣີ ໄດ້ຖະແຫຼງຄຳສັ່ງຢຸດຍິງໃນທັນທີ ແລະ ຮອບດ້ານ, ເຊິ່ງເປັນຂີດໝາຍແກ່ບາດລ້ຽວສຳຄັນພາຍຫຼັງການປະທະກັນທາງດ້ານສາສະໜາເກີດຂຶ້ນຢ່າງນອງເລືອດຢູ່ພາກໃຕ້ ຊີຣີ.
ໃນຖະແຫຼງການ, ອຳນາດການປົກຄອງ ຊີຣີ ໃຫ້ຮູ້ວ່າ ຄຳສັ່ງຢຸດຍິງເພື່ອແນໃສ່ຈຸດປະສົງຮັກສາຄວາມເປັນເອກະພາບຂອງຊາດ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ສາມັນຊົນໃນ “ບັນດາກໍລະນີຮີບດ່ວນ”. ພ້ອມທັງເນັ້ນໜັກວ່າ ນີ້ແມ່ນພັນທະແຫ່ງຊາດ ແລະ ມະນຸດສະທຳ, ອຳນາດການປົກຄອງຮຽກຮ້ອງໃຫ້ທຸກຝ່າຍ ຢຸດຕິການປະທະກັນ ແລະ ຮັບປະກັນການສະໜອງການຊ່ວຍເຫຼືອມະນຸດສະທຳຢ່າງປອດໄພ.
ແຕ່ວ່າ, ບໍ່ຫົວຊາຕໍ່ຄຳສັ່ງຢຸດຍິງຮອບດ້ານທີ່ຫາກໍ່ໄດ້ຮັບການປະກາດ, ການປະທະກັນຍັງຄົງສືບຕໍ່ໄດ້ເກີດຂຶ້ນຢູ່ທາງທິດຕາເວັນຕົກແຂວງ Sweida ຂອງ ຊີຣີ ໃນວັນທີ 19 ກໍລະກົດ.
(ແຫຼ່ງຄັດຈາກ VOV)