ແຕ່ວັນທີ 14 – 18 ກໍລະກົດ, ຄະນະປະຕິບັດງານຂອງ ກະຊວງການຕ່າງປະເທດ ຫວຽດນາມໂດຍທ່ານ ເລແອັງຕວນ ຮອງລັດຖະມົນຕີ ເປັນຫົວຫນ້າຄະນະໄດ້ຜັນຂະຫຍາຍຫລາຍການເຄື່ອນໄຫວຮ່ວມມືກັບບັນດາອົງການຂອງສປຊ ຢູ່ ວຽນນາ ປະເທດ ໂອຕະລິດ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 58 ຂອງ ຄະນະກຳມະການກົດໝາຍການຄ້າສາກົນ ສປຊ.
ຄະນະປະຕິບັດງານຂອງກະຊວງການຕ່າງປະເທດ ຫວຽດນາມ ຜັນຂະຫຍາຍຫລາຍການເຄື່ອນໄຫວຮ່ວມມືກັບ ສປຊ. (ພາບ:nhandan.vn)
ວັນທີ 17 ກໍລະກົດ, ທ່ານ ເລແອັງຕວນ ແລະ ທ່ານນາງ Anna Joubin-Bret ເລຂານຸການ ຄະນະກຳມະການກົດໝາຍການຄ້າສາກົນ ສປຊ (UNCITRAL), ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມື (MOU) ລະຫວ່າງ ກະຊວງການຕ່າງປະເທດ ຫວຽດນາມ ແລະ UNCITRAL, ໄລຍະ 2025 – 2031 ດ້ວຍຈຸດສຸມການຮ່ວມມືກ່ຽວກັບກອບນິຕິກຳໃຫ້ແກ່ເສດຖະກິດສີຂຽວ ແລະເສດຖະກິດດິຈິຕອນ, ຊຸກຍູ້ການສ້າງກອບນິຕິກຳຂອງ ຫວຽດນາມໃຫ້ສົມບູນແບບໃຫ້ແກ່ການເຄື່ອນໄຫວດ້ານການຄ້າສາກົນ. ຄະນະຫວຽດນາມ ກໍ່ສົມທົບກັບຄະນະເລຂາ UNCITRAL ຈັດຕັ້ງເຫດການແນະນຳ “ຕະຫລາດ ກາກບອນ” ໃນວັນທີ 15ກໍລະກົດໃຫ້ແກ່ລາຍການປະຕິບັດງານຄັ້ງຈະມາເຖິງຂອງຄະນະກຳມະການ.
ທີ່ການພົບປະ ທ່ານ Ciyong Zou ຮອງຜູ້ອຳນວຍການໃຫຍ່ອົງການພັດທະນາອຸດສາຫະກຳ ສປຊ (UNIDO), ທ່ານ ຮອງລັດຖະມົນຕີ ເລແອັງຕວນ ສະເຫນີ UNIDO ສືບຕໍ່ຫນູນຊ່ວຍກ່ຽວກັບການໃຫ້ຄຳປຶກສານະໂຍບາຍ, ຍົກສູງກຳລັງຄວາມສາມາດ, ພັດທະນາອຸດສາຫະກຳສີຂຽວ, ທັນສະໄຫມກໍ່ຄືຜັນຂະຫຍາຍປະສິດທິຜົນບັນດາໂຄງການຂອງUNIDO ຢູ່ ຫວຽດນາມ.
(ແຫຼ່ງຄັດຈາກ VOV)