• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບ​ຕໍ່​ຄວາມ​ມາ​ນະ​ພະ​ຍາ​ຍາມ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ຫັນ​ເປັນ​ດີ​ຈີ​ຕອນ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ໄລຍະຜ່ານມາ, ລັດຖະບານໄດ້ກຳນົດຄາດໝາຍການເຕີບໂຕ GDP ປີ 2025 ແຕ່ 8,3 – 8,5% ດ້ວຍນ້ຳໃຈເຕີບໂຕໄວ, ເຕີບໂຕສູງ ແຕ່ຕ້ອງຍືນຍົງ; ໃນນັ້ນ ການພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແມ່ນມາດຕະການຫນຶ່ງທີ່ສຳຄັນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ

ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳຂອງລັດຖະບານກ່ຽວກັບການພັດທະນາວິທະຍາສາດເຕັກໂນລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ແຜນການ 06 ເປັນປະທານກອງປະຊຸມຄັ້ງທີ 3 ຂອງ ຄະນະຊີ້ນຳສະຫຼຸບການຈັດຕັ້ງປະຕິບັດວຽການ 6 ເດືອນຕົ້ນປີ, ຜັນຂະຫຍາຍໜ້າທີ 06 ເດືອນ ທ້າຍປີ 2025.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ໄລຍະຜ່ານມາ, ລັດຖະບານໄດ້ກຳນົດຄາດໝາຍການເຕີບໂຕ GDP ປີ 2025 ແຕ່ 8,3 – 8,5% ດ້ວຍນ້ຳໃຈເຕີບໂຕໄວ, ເຕີບໂຕສູງ ແຕ່ຕ້ອງຍືນຍົງ; ໃນນັ້ນ ການພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແມ່ນມາດຕະການຫນຶ່ງທີ່ສຳຄັນ. ບົນເນື້ອໃນຈິດໃຈນັ້ນ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາຜູ້ແທນຕີລາຄາຢ່າງກົງໄກກົງມາບັນດາໝາກຜົນທີ່ບັນລຸໄດ້, ບັນດາຂໍ້ກຳນົດ, ໄຈ້ແຍກເຫດຜົນ, ທອດຖອນບົດຮຽນປະສົບການອັນລ້ຳຄ່າ, ຮູບແບບທີ່ດີ, ວິທີເຮັດທີ່ມີປະສິດທິຜົນ; ກຳນົດແຈ້ງບັນດາໜ້າທີ່ ແລະ ຜະລິດຕະພັນລະອຽດຂອງແຕ່ລະກະຊວງ, ຂະແໜງການ, ທ້ອງຖິ່ນໃນເດືອນ ກໍລະກົດ, ໄຕມາດທີ III ແລະ ບັນດາເດືອນທ້າຍປີ; ວຽກງານສົມທົບລະຫວ່າງບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ; ວຽກງານກວດກາ, ຕິດຕາມ, ຕີລາຄາພະນັກງານ.

(ແຫຼ່ງຄັດຈາກ VOV)

ແຈ້ງ​ການກອງ​ປະ​ຊຸມ​ຄັ້ງ​ທີ 12 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ XIII

ແຈ້ງ​ການກອງ​ປະ​ຊຸມ​ຄັ້ງ​ທີ 12 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ XIII

ກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ຈັດກອງປະຊຸມແຕ່ວັນທີ 18 ກໍລະກົດ ຮອດວັນທີ 19 ກໍລະກົດ 2025 ຢູ່ຮ່າໂນ້ຍ. ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໄດ້ເປັນປະທານ ແລະ ມີບົດກ່າວຄຳເຫັນສຳຄັນໄຂ ແລະ ປິດກອງປະຊຸມ.

Top