• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ ແລະ ຈີນ ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນທັດສະນະກ່ຽວກັບການຜັນແປຢູ່ອາຊຽນ ແລະ ຈີນ, ພ້ອມທັງປຶກສາຫາລືກ່ຽວກັບບາດກ້າວໃນການຮ່ວມມືຢ່າງບໍ່ຢຸດຢັ້ງໃນຊຸມປີຜ່ານມາ.
ພາບປະກອບ: THX/TTXVN

ທີ່ກອງປະຊຸມຄັ້ງທີ 24 ຂອງ ຄະນະກຳມະການຮ່ວມມືລວມ ອາຊຽນ - ຈີນ (JCC) ສິ້ນສຸດໃນວັນທີ 18 ມີນາ ຢູ່ ຈາກາຕາ ປະເທດ ອິນໂດເນເຊຍ, ສອງຝ່າຍໄດ້ຢັ້ງຢືນຄືນໃໝ່ ຄຳໝັ້ນສັນຍາຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ນອກຈາກນັ້ນ, ຈີນ ກໍ່ຢັ້ງຢືນການສະໜັບສະໜູນ ຕໍ່ການສ້າງປະຊາຄົມອາຊຽນ ແລະ ບົດບາດໃຈກາງຂອງ ອາຊຽນ ໃນບັນດາກົນໄກພາກພື້ນ ໂດຍ ອາຊຽນ ນຳພາ.

ທີ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນທັດສະນະກ່ຽວກັບການຜັນແປຢູ່ອາຊຽນ ແລະ ຈີນ, ພ້ອມທັງປຶກສາຫາລືກ່ຽວກັບບາດກ້າວໃນການຮ່ວມມືຢ່າງບໍ່ຢຸດຢັ້ງໃນຊຸມປີຜ່ານມາ. ບັນດາຄວາມກ້າວໜ້າທີ່ເປັນໜ້າສົນໃຈ ເຊິ່ງບັນລຸໄດ້ໃນຫຼາຍຂົງເຂດຂຶ້ນກັບແຜນການກະທຳ ອາຊຽນ - ຈີນ ໄລຍະ 2021 – 2025 ແລະ ພາກຜະໜວກເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ອາຊຽນ ແລະ ຈີນ (CSP), ພິເສດແມ່ນໃນການໂອ້ລົມສົນທະນາ ແລະ ການຮ່ວມມືດ້ານການເມືອງ, ຄວາມໝັ້ນຄົງແບບໃໝ່, ການຄ້າ ແລະ ການລົງທຶນ, ສະບຽບອາຫານ ແລະ ກະສິກຳ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ, ເສດຖະກິດດີຈີຕອນ, ການທ່ອງທ່ຽວ, ການສຶກສາ, ການແພດສາທາລະນະ, ວັດທະນະທຳ ແລະ ການຖະແຫຼງຂ່າວ, ສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ.

 

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top