• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊຽນ

ອາຊຽນ: ສະໜິດຕິດພັນ ແລະ ເປັນເຈົ້າການ ຢ່າງເໝາະສົມ

ກ່າວປາໄສໄຂກອງປະຊຸມ ລັດຖະມົນຕີກະຊວງການຕ່າງປະ ເທດ ອາຊຽນ ຄັ້ງທີ 53 (AMM-53) ແລະ ບັນດາກອງປະຊຸມ ທີ່ກ່ຽວຂ້ອງ ໄດ້ຈັດຂຶ້ນໃນເດືອນ ກັນຍາ ຜ່ານມາ, ທ່່ານ ນາຍົກ ລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ: “ຄວາມສາມັກຄີ ແລະ ເປັນເຈົ້າການຮັບມື ຢ່າງຕັ້ງໜ້າ ບໍ່ພຽງແຕ່ເປັນຫົວຂໍ້ ຂອງ ປີ 2020 ເທົ່ານັ້ນ, ຫາກຍັງເປັນ “ເຄື່ອງໝາຍ” ຂອງ ອາຊຽນ, ຊ່ວຍໃຫ້ພວກເຮົາຈັບມືກັນ, ລຸກຂຶ້ນປະເຊີນໜ້າ ກັບຄວາມ ຍາກ ລໍາບາກ ແລະ ສິ່ງທ້າທາຍ ຮ່ວມກັນ, ສາມັກຄີກັນ ຜ່ານຜ່າ ຄື້ນ ກະແສຟອງ, ກ້າວໄປຂ້າງໜ້າ ດ້ວຍຄວາມໝັ້ນໃຈ”. 
“ເຄື່ອງໝາຍ” ຜ່ານຜ່າຄວາມຫຍຸ້ງຍາກນັ້ນ ໄດ້ຢືນຢັນຢ່າງ ຈະ ແຈ້ງໃນ 9 ເດືອນ ຜ່ານມາ, ມັນສະແດງອອກ ໃນຄຳໝັ້ນສັນຍາ ທ່ີໄດ້ຮັບຮອງເອົາ ໂດຍຜູ້ນຳ ອາຊຽນ ໃນເດືອນ ເມສາ 2020 ໃນ ກອງປະຊຸມສຸດຍອດພິເສດ ອາຊຽນ, ອາຊຽນ+3 ແລະ ເດືອນ ມິຖຸນາ 2020 ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36. ນັ້ນກໍ່ ແມ່ນຄວາມພະຍາຍາມ ຂອງ ບັນດາເສົາຄໍ້າ ຄວາມຮ່ວມມື, ເປີດ ກວ້າງການຮ່ວມສໍາພັນ, ປະຕິບັດ “ເປົ້າໝາຍຄູ່” ທັງສົ່ງເສີມ ການພັດທະນາ ທັງຄວບຄຸມ ໂລກລະບາດຢ່າງມີປະສິດທິຜົນ. 

ໃນໄລຍະຜ່ານມາ, ບັນດາປະເທດ ອາຊຽນ ໄດ້ປະສົບຜົນສໍາ ເລັດຫຼາຍຢ່າງ. ພື້ນຖານເສດຖະກິດ ອາຊຽນ ຫຼາຍປະເພດ ສາ ມາດ ຮັກສາໄດ້ຈັງຫວະການຂະຫຍາຍຕົວ,  ເຖິງວ່າ ຕໍ່າກວ່າ ເມື່ອທຽບກັບເປົ້າໝາຍ ທີ່ວາງອອກໃນປີນີ້. ການຂະຫຍາຍຕົວ ທາງດ້ານການຄ້າກັບບັນດາຄູ່ຮ່ວມມື ໄດ້ຮັກສາໄວ້ໃນຫຼາຍ ເດືອນ ຜ່ານມາ. ອາຊຽນ ຍັງໄດ້ຮັບຜົນປະໂຫຍດ ຈາກກະແສ ຍ້າຍການລົງທຶນ ມາຍັງ ພາກພື້ນອາຊຽນ. ການພົວພັນຂອງ ອາຊຽນ ກັບບັນດາຄູ່ຮ່ວມມື ສືບຕໍ່ໄດ້ຮັບການປັບປຸງ ແລະ ເປີດ ກວ້າງ. ຈຳນວນປະເທດ ນອກພາກພື້ນ ອາຊຽນ ຢາກເຂົ້າຮ່ວມ ໃນສົນທິສັນຍາ “ມິດຕະພາບ ແລະ ຮ່ວມມື (TAC)ຂອງອາ ຊຽນ, ຕ້ອງການສ້າງຕັ້ງການພົວພັນຄູ່ຮ່ວມມືໃໝ່ຫຼື ສົ່ງເສີມ ຄວາມຮ່ວມມື ກັບ ອາຊຽນ ສືບຕໍ່ເພີ່ມສູງຂຶ້ນ. ໃນການສະກັດ ກັ້ນ ແລະ ປ້ອງກັນພະຍາດ, ອັດຕາສ່ວນຜູ້ຕິດໂຄວິດ-19 ຢູ່ ອາ ຊຽນ ໄດ້ຮັບການປິ່ນປົວ ຫາຍດີຂ້ອນຂ້າງສູງ ແລະ ອັດຕາຜູ້ເສຍ ຊີວິດ ແມ່ນຕໍ່າ.  


ຕອນເຊົ້າວັນທີ 8 ກັນຍາ 2020, ທີ່ນະຄອນຫຼວງ ຮ່າໂນ້ຍ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ກ່າວປາໄສໄຂກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 41 (AIPA 41) ພາຍໃຕ້ຫົວຂໍ້ “ການທູດລັດຖະສະພາ ເພື່ອປະຊາຄົມອາຊຽນ ທ່ີໜຽວແໜ້ນ ແລະ ຕອບສະໜອງ ຕໍ່ສະພາບການ”, ເທື່ອທຳອິດໄດ້ຈັດຂຶ້ນຕາມຮູບແບບທາງໄກ. ພາບ: ຈີ໋ຢຸງ/VNA


ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ, ປະ ທານ AIPA 41 ມອບຕຳແໜ່ງ ປະທານ AIPA 2021 ໃຫ້ແກ່ ບຣູໄນ, ປະເທດເຈົ້າພາບ AIPA 42. ພາບ: ເຢືອງຢາງ/VNA


ໃນກອບຂອງກອງປະຊຸມ ລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 53 (AMM-53) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 10 ກັນຍາ 2020, ກອງປະຊຸມ ລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ-ການາດາ ໄດ້ຈັດຂຶ້ນຕາມຮູບແບບທາງໄກ. ທ່ານຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສ. ພາບ: ເລິມແຄ໋ງ/VNA


ໃນກອບການເຄື່ອນໄຫວຂອງປີປະທານ ອາຊຽນ 2020, ແນໃສ່ສົ່ງເສີມການຮ່ວມມື ອາຊຽນ ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ, ກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມ ໄດ້ເປັນເຈົ້າພາບຂອງກອງປະຊຸມຂັ້ນລັດຖະມົນຕີ ອາຊຽນ ກ່ຽວກັບ “ພັດທະນາຊັບພະຍາກອນມະນຸດ ໃນສະພາບການປ່ຽນແປງຂອງວຽກເຮັດງານທຳ” ເຊິ່ງຈັດຂຶ້ນ ໃນວັນທີ 16 ກັນຍາ 2020. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ມາເຂົ້າຮ່ວມກອງປະຊຸມ. 
ພາບ: ແອ໋ງຕວັນ/VNA



ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມAIPA 41 ໃນວັນທີ 9 ກັນຍາ 2020 ຢູ່ປະເທດໄທ ຕາມຮູບແບບທາງກໄກ. ພາບ: ຄະນະເລຂາສະພາແຫ່ງຊາດ ບັນດາປະເທດອາຊຽນ/VNA ສົ່ງ


ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີ ຫວຽດນາມ ເຂົ້າ ເປັນສະມາຊິກ ອາຊຽນ ຢ່າງເປັນທາງການ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ຈັດງານວາງສະແດງຮູບພາບ “ປະເທດຊາດ ແລະ ຜູ້ຄົນ ອາຊຽນ” ທີ່ ຮ່າໂນ້ຍ. ງານວາງສະແດງນຳມາສະເໜີຕໍ່ທ່ານຜູ້ຊົມຮູບພາບ 200 ແຜ່ນ ກ່ຽວກັບປະເທດຊາດ, ວັດນະທະທຳ, ສັງຄົມ, ຜູ້ຄົນ, ເສດຖະ ກິດ, ການຮ່ວມມື, ພົບປະສ້າງສັນ... ໄດ້ເລືອກເອົາຮູບພາບກວ່າ 10.000 ໃບຂອງບັນດານັກຖ່າຍຮູບມາຈາກ 10 ປະເທດ ອາຊຽນ. ພາບ: ແທງຕຸ່ງ/VNA


ວັນທີ 13 ກັນຍາ 2020, ທີ່ດ່ານຊາຍແດນ ອາເດີ້ດ-ຕາວາງ, ທະຫານປ້ອງກັນຊາຍແດນແຂວງ ເທື່ອທຽນ-ເຫວ້ ສົມທົບກັບຄະນະກຳມະການ ແນວໂຮມປະເທດຊາດ ຫວຽດນາມ ເມືອງ ອາເລື໋ອຍ ມອບຂອງຂວັນ 122 ຊຸດໃຫ້ແກ່ກຳລັງປະກອບອາວຸດ ແລະ ພໍ່ແມ່ປະຊາຊົນບ້ານ ກາໂລ, ເມືອງ ກ່າລື່ມ, ແຂວງ ເຊກອງ, ປະເທດ ລາວ. ພາບ:VNA


ປະຊາຊົນໃສ່ຜ້າອັດປາກ ປ້ອງກັນ ໂຄວິດ-19 ທີ່ນະຄອນຫຼວງ Kuala Lumpur, ປະເທດ ມາເລເຊຍ, ວັນທີ 14 ສິງຫາ 2020. ພາບ: THX/VNA


ຕອນເຊົ້າວັນທີ 19 ກັນຍາ 2020, ສາຍການບິນແຫ່ງຊາດ Vietnam Airlines ໄດ້ຈັດຖ້ຽວບິນການຄ້າສາກົນ ຖ້ຽວທໍາອິດ ເພື່ອນໍາຜູ້ໂດຍສານຈາກຮ່າໂນ້ຍ ໄປ ຍີ່ປຸ່ນ ພາຍຫຼັງຕ້ອງຢຸດ ການບິນຊົ່ວຄາວ ຍ້ອນຜົນສະທ້ອນຂອງ ໂຄວິດ-19.​ ພາບ: ຮຸຍຮຸ່ງ/VNA


ບັນດາຜົນສໍາເລັດ ທ່ີລໍ້າຄ່າເຫຼົ່ານີ້ ກໍາລັງຖືກທົດສອບ ໃນສະ ພາບແວດລ້ອມ ເຕັມໄປດ້ວຍການຜັນແປ ກັບຄວາມທ້າທາຍ ທີ່ບໍ່ເຄີຍມີມາກ່ອນ, ເປັນຕົ້ນແມ່ນການແຜ່ລະບາດ ໂຄວິດ-19.

ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ບັນດາອົງການຂອງ ອາ ຊຽນ ທ່ີໄດ້ນຳເອົາລະບົບ ແລະ ເຄື່ອງມືທັງໝົດ ເຂົ້າໃນການຮັບ ມືກັບການລະບາດໂຄວິດ-19, ຊ່ວຍເຫຼືອບັນດາວິສາຫະກິດ ຟື້ນ ຟູ ການຜະລິດ, ເຮັດທຸລະກິດ, ເຮັດໃຫ້ຊີວິດການເປັນຢູ່ ຂອງ ປະຊາຊົນ ມີໝັ້ນຄົງເທື່ອລະກ້າວ. ບັນດາຂໍ້ລິເລີ່ມຕ່າງໆ ເຊັ່ນ: ສ້າງຕັ້ງກອງທຶນຮັບມືກັບ ໂຄວິດ-19, ສ້າງຕັ້ງສາງເກັບຮັກສາ ອຸປະກອນການແພດຢ່າງ ຮີບດ່ວນໃນພາກພື້ນ, ການພັດທະນາ ຂັ້ນຕອນການຕອບໂຕ້ ກັບໂລກລະບາດ ແລະ ສົ່ງເສີມການຟື້ນ ຟູ ໂດຍລວມ ແມ່ນໄດ້ ແລະ ກໍາລັງຊ່ວຍພວກເຮົາ ເພື່ອເອົາຊະ ນະ ໂລກລະບາດ ແລະ ສ້າງຄວາມສະໜິດຕິດພັນ ລະຫວ່າງ ບັນດາປະເທດສະມາຊິກ. ພິເສດແມ່ນຖະແຫຼງການຮ່ວມ ເນື່ອງ ໃນໂອກາດສະເຫຼີມສະຫຼອງ 53 ປີ ແຫ່ງວັນສ້າງຕັ້ງ ອາຊຽນ. 

ໃນສະພາບການ ທ່ີສັບສົນ ປັດຈຸບັນ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ ອາຊຽນ ຄວນດໍາເນີນໄປຢ່າງ ສອດ ຄ່ອງ ກັບເສັ້ນທາງ ແລະ ແນວທາງ ຂອງຕົນໃນກວ່າ 5 ທົດສະ ວັດ. “ພວກເຮົາສືບຕໍ່ເສີມຂະຫຍາຍ ບັນດາຄຸນຄ່າ, ລັກສະນະ ຂອງ ອາຊຽນ, ນັ້ນແມ່ນ ກາວໃຈ ສ້າງຄວາມສະໜິດຕິດພັນ ລະ ຫວ່າງ ປະຊາຊົນບັນດາປະເທດສະມາຊິກ ໃນນໍ້າໃຈຮັກແພງ, ການແບ່ງປັນ, ຄວາມສະໜິດສະໜົນຄືຮູບພາບ “ຮວງເຂົ້າ ສີ ເຫຼືອງ” ເທິງພື້ນ ສີຟ້າຂອງທຸງ ອາຊຽນ ພ້ອມກັບບົດເພງ ອາຊຽນ ເຊິ່ງ ພວກເຮົາ ຕ້ອງສົ່ງເສີມເພື່ອ ໃຫ້ກາຍເປັນສັນຍາລັກ ຮ່ວມ ກັນ, ຄວາມພາກພູມໃຈ ຂອງ ປະຊາຊົນ ອາຊຽນ 650 ລ້ານ ຄົນ”. 
 
ບົດ: VNP ສັງລວມ - ພາບ: VNA

ພາກພື້ນ ASEAN ສືບຕໍ່ແມ່ນຈຸດໝາຍປາຍທາງດຶງດູດ FDI

ພາກພື້ນ ASEAN ສືບຕໍ່ແມ່ນຈຸດໝາຍປາຍທາງດຶງດູດ FDI

ໃນ​ສະພາບ​ ການ​ຄ້າ​ທົ່ວ​ໂລກ ມີຄວາມຊຸດໂຊມ​ຍ້ອນ​ການ​ຂັດ​ແຍ່ງ​ດ້ານ​ພູມ​ີສາດ ການ​ເມືອງ​ ແລະ ​ສິ່ງ​ທ້າ​ທາຍ​ອື່ນໆ, ພາກພື້ນອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ຍັງ​ຄົງ​ເປັນ​ຈຸດໝາຍປາຍທາງ ​ທີ່​ເຕັມໄປດ້ວຍຄວາມຫວັງ​ ຂອງ ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ.

Top