ທ່ານຜູ້ອຳນວຍການໃຫຍ່ WHO Tedros Adhanom Ghebreyesus ໄດ້ຕີລາຄາສູງບັນດານະໂຍບາຍ, ຄວາມມານະພະຍາຍາມຖືກທິດຂອງ ຫວຽດນາມໃນການຮັບມືກັບໂລກລະບາດ, ພັດທະນາການແພດຮາກຖານ, ເບິ່ງແຍງດູແລສຸຂະພາບທົ່ວປວງຊົນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ Tedros Adhanom Ghebreyesus (ພາບ: TTXVN)
ວັນທີ 6 ກໍລະກົດ, ຢູ່ບຣາຊິນ, ທີ່ການຕ້ອນຮັບທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປນສຳຄັນການພັດທະນາກັບ WHO ເພື່ອຮັບປະກັນສຸຂະພາບການແພດປະຊາຄົມ. ທ່ານນາຍົກລັດຖະມົນຕີ ສະເໜີ WHO ຈັດສົ່ງນັກຊ່ຽວຊານຊ່ວຍເຫຼືອໃຫ້ຄຳປຶກສາແກ່ ຫວຽດນາມ ເພື່ອສ້າງລະບອບລະບຽບການນະໂຍບາຍໃຫ້ສົມບູນແບບ, ພັດທະນາລະບົບການແພດຮາກຖານ, ປັບປຸງສະພາບແວດລ້ອມ, ການດຳລົງຊີວິດຂອງປະຊາຊົນ ສ້າງການຫັນປ່ຽນໃຫ້ແກ່ການພັດທະນາການແພດປະຊາຄົມແບບຍືນຍົງ. ສ່ວນທ່ານຜູ້ອຳນວຍການໃຫຍ່ WHO Tedros Adhanom Ghebreyesus ໄດ້ຕີລາຄາສູງບັນດານະໂຍບາຍ, ຄວາມມານະພະຍາຍາມຖືກທິດຂອງ ຫວຽດນາມໃນການຮັບມືກັບໂລກລະບາດ, ພັດທະນາການແພດຮາກຖານ, ເບິ່ງແຍງດູແລສຸຂະພາບທົ່ວປວງຊົນ ແລະ ຢັ້ງຢືນພ້ອມແລ້ວທີ່ຈະໜູນຊ່ວຍ ແລະ ໃຫ້ຄຳປຶກສາແກ່ຫວຽດນາມ ຄືການສະເໜີຂອງທ່ານນາຍົກລັດຖະມົນຕີ.
(ແຫຼ່ງຄັດຈາກ VOV)