ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ບັນດາທ້ອງຖິ່ນໃນທົ່ວປະເທດພວມຈັດຫຼາຍກິດຈະກຳອັນແທດຈິງ, ຟົດຟື້ນເຊັ່ນ: ປະດັບປະດາຖະໜົນສາຍຕ່າງໆ, ຍູ້ໄວຂະບວນການສ້າງຊີວິດທາງວັດທະນະທຳ, ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ… ທັງໝົດລ້ວນແຕ່ມີຄວາມຫວັງ, ຄວາມເຊື່ອໝັ້ນລວມຕໍ່ສັງກາດພັດທະນາໃໝ່ຂອງປະເທດຊາດ.
ຖະໜົນຫົນທາງຢູ່ຮ່າໂນ້ຍ ເຕັມໄປດ້ວຍທຸງ, ດອກໄມ້ ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ (ພາບ: VOV5)
ໃນຊຸມວັນນີ້, ຢູ່ຖະໜົນສາຍຕ່າງໆຂອງນະຄອນຫຼວງ ຮ່າໂນ້ຍ ໄດ້ມີໂສມໜ້າໃໝ່, ເຕັມໄປດ້ວຍສີແດງຂອງທຸງພັກ, ທຸງຊາດ ແລະ ປ້າຍໂຄສະນາ, ຄຳຂວັນຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ. ບັນດາໜານດອກໄມ້ ແລະ ຕົ້ນໄມ້ປະດັບໄດ້ຈັດແຈງຢ່າງງາມຕາ ແລະ ປ່ຽນໃໝ່ຕະຫຼອດເພື່ອຮັບປະກັນໃຫ້ນະຄອນຫຼວງ ຍາມໃດກໍສວຍງາມ ແລະ ເຕັມໄປດ້ວຍສີສັນໃນຊຸມວັນດຳເນີນກອງປະຊຸມ. ບັນຍາກາດຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ໄດ້ແຜ່ຈະກາຍໄປທົ່ວທຸກຮ່ອມ, ທຸກເຮືອນ, ສະແດງໃຫ້ເຫັນຄວາມເຊື່ອໝັ້ນ, ຄວາມພາກພູມໃຈຂອງປະຊາຊົນນະຄອນຫຼວງ ຕໍ່ກັບເຫດການການເມືອງທີ່ມີຄວາມສຳຄັນພິເສດຂອງປະເທດຊາດ. ທ່ານ ຟ້າມຕວັນລອງ, ຫົວໜ້າພະແນກວັດທະນະທຳ ແລະ ກິລາ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກທີ່ຈະດຳເນີນໃນອາທິດໜ້າ, ນະຄອນຮ່າໂນ້ຍໄດ້ຈັດການປະດັບປະດາຖະໜົນຫົນທາງແລະໂຄສະນາເຜີຍແຜ່ກ່ຽວກັບກອງປະຊຸມໃຫຍ່. ພວກຂ້າພະເຈົ້າໄດ້ຜັນຂະຫຍາຍໃນທຸກເສັ້ນທາງເຂົ້າໄປຫໍປະຊຸມແຫ່ງຊາດ, ເຂດໃຈກາງຂອງ 126 ຕາແສງຂອງນະຄອນຮ່າໂນ້ຍກໍຄືບັນດາເສັ້ນທາງຫຼັກລ້ວນແຕ່ໄດ້ຮັບການປະດັບປະດາແລະວຽກງານນີ້ກໍປະຕິບັດສຳເລັດແລ້ວ”.
ດ້ວຍບັນດາຜົນງານອັນຍິ່ງໃຫຍ່ ແລະ ບັນດາລັດຖະນະໂຍບາຍທີ່ຖືກຕ້ອງໃນໄລຍະຜ່ານມາ, ປະຊາຊົນນະຄອນຫຼວງ ມີຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຈະປະສົບຜົນສຳເລັດຢ່າງຈົບງາມ, ສືບຕໍ່ວາງອອກບັນດາແຜນນະໂຍບາຍ, ການກຳນົດທິດທີ່ສຳຄັນເພື່ອສ້າງປະເທດຊາດໃຫ້ນັບມື້ນັບຮັ່ງມີ, ເຂັ້ມແຂງ, ຮຸ່ງເຮືອງສີວິໄລ. ເອື້ອຍ ຟ້າມແຮັ້ງຖຸຍ, ປະຊາຊົນຕາແສງ ບາດິ່ງ, ຮ່າໂນ້ຍ ແລະ ລຸງ ຫງວຽນວັນທວຽດ ຢູ່ຕາແສງ ຮວ່ານກຽມ, ຮ່າໂນ້ຍ, ໃຫ້ຮູ້ວ່າ:
“ຂ້າພະເຈົ້າເຫັນວ່ານະຄອນຮ່າໂນ້ຍໄດ້ປະຕິບັດວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ XIV ຢ່າງລອບຄອບຖີ່ຖ້ວນ. ປະຊາຊົນມີຄວາມກະຕືລືລົ້ນເມື່ອເຫັນປະຈັກຕາຄຳຂວັນ, ປ້າຍໂຄສະນາ, ທຸງຊາດ, ທຸງພັກປິວສະບັດ… ໂດຍເປັນຄົນລຸ້ນໜຸ່ມຜູ້ໜຶ່ງ, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍທີ່ໄດ້ເຊື່ອມຕົວເຂົ້າກັບບັນຍາກາດຂອງປະຊຸມໃຫຍ່. ຂ້າພະເຈົ້າເຫັນວ່າມີຄວາມເປັນກຽດທີ່ສຸດເມື່ອໄດ້ເຫັນປະຈັກຕາປະເທດຊາດຂອງພວກເຮົາກ້າວເຂົ້າສູ່ການເລີ່ມຕົ້ນໃໝ່”.
“ຂ້າພະເຈົ້າເຫັນວ່າປະຊາຊົນຫວຽດນາມໃຫ້ຄວາມສົນໃຈຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກທີ່ສຸດ. ພວກຂ້າພະເຈົ້າຄິດວ່າກອງປະຊຸມໃຫຍ່ຄັ້ງນີ້ແມ່ນສັງກາດໃໝ່, ສັງກາດບຸກບືນຂອງຊາດ, ເຮັດໃຫ້ເສດຖະກິດພັດທະນາ, ຄວາມໝັ້ນຄົງ, ປະເທດຊາດມີຄວາມສະຫງົບ. ດັ່ງນັ້ນປະຊາຊົນມີຄວາມປາດຖະໜາວ່າກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຈະມີການຄັດເລືອກຢ່າງລະອຽດລະອໍ, ພັກເຮົາຈະເລືອກເອົາຜູ້ທີ່ເຮັດດ້ວຍໃຈ, ມີວິໄສທັດ, ມີຄຸນສົມບົດ, ມີຄວາມເກັ່ງກ້າສາມາດ, ມີລະດັບຄວາມຮູ້, ມີກຳລັງຄວາມສາມາດເພື່ອນຳພາປະຊາຊົນ”.
ບັນຍາກາດກອງປະຊຸມໃຫຍ່ພວມແຜ່ກະຈາຍທຸກຖະໜົນໃນນະຄອນຫຼວງ (ພາບ: VOV5)
ກໍພ້ອມກັບທົ່ວປະເທດມຸ່ງໄປເຖິງກອງປະຊຸມໃຫຍ່, ຢູ່ບັນດາໝູ່ບ້ານຂອງພໍ່ແມ່ປະຊາຊົນຊົນເຜ່ົາສ່ວນໜ້ອຍຂອງແຂວງ ດັກລັກ ກໍໄດ້ຍູ້ແຮງຂະບວນການສ້າງວິຖີການດຳລົງຊີວິດວັດທະນະທຳ, ຮັກສາສະພາບແວດລ້ອມ, ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ເອື້ອຍ ເຮີ່ລີ ອາກຸນ, ເລຂາໜ່ວຍຊາວໜຸ່ມບ້ານ ເດີຣາງ ຟົກ, ຕາແສງ ບວນດົນ, ແຂວງ ດັກລັກ ແບ່ງປັນວ່າ:
“ກຳລັງສະມາຊິກຊາວໜຸ່ມບ້ານເດີຣາງຟົກໄດ້ຈັດບັນດາກິດຈະກຳອະນາໄມບ້ານ, ໂຄສະນາໃຫ້ປະຊາຊົນເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ. ພວກຂ້າພະເຂົ້າຫວັງວ່າກອງປະຊຸມໃຫຍ່ຈະວາງອອກຫຼາຍນະໂຍບາຍໜູນຊ່ວຍໃຫ້ແກ່ໄວໜຸ່ມເຂດຊາຍແດນມີໂອກາດເລີ່ມຕົ້ນທຸລະກິດແລະພັດທະນາເສດຖະກິດໃຫ້ຄອບຄົວແລະໝູ່ບ້ານຂອງຕົນ”.
ສະມາຊິກພັກ, ປະຊາຊົນແຂວງ ດັກລັກ ປະກອບຄຳເຫັນໃສ່ຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ (ພາບ: VOV)
ຈາກດິນແດນ ໝຸຍ (ແຫຼມ) - ເຂດໃຕ້ສຸດຂອງປະເທດຊາດ, ເອື້ອຍ ຫງວຽນຈາງແອັງທື, ຮອງເລຂາຄະນະຊາວໜຸ່ມແຂວງ ກ່າເມົາ, ຖືວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແມ່ນບ່ອນອີງທາງດ້ານຈິດໃຈ, ຄວາມເຊື່ອໝັ້ນ ແລະ ຝາກຝັງຄວາມຫວັງຂອງປະຊາຊົນຕໍ່ບັນດານະໂຍບາຍອັນແທດຈິງ, ບຸກທະລຸເພື່ອນຳບ້ານເກີດເມືອງນອນ, ປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາໃໝ່.
“ດ້ວຍບົດບາດຂອງສະມາຊິກຊາວໜຸ່ມຢູ່ເຂດດິນແດນໃຕ້ສຸດຂອງປະເທດຊາດ”,ຂ້າພະເຈົ້າມີຄວາມຫວັງວ່າກອງປະຊຸມໃຫຍ່ຈະວາງອອກຫຼາຍລັດຖນະໂຍບາຍ, ບັນດານະໂຍບາຍໃໝ່ບຸລິມະສິດກ່ຽວກັບວຽກງານໂຄສະນາ, ສຶກສາສະມາຊິກຊາວໜຸ່ມ, ກໍຄືບັນດານະໂຍບາຍໜູນຊ່ວຍອາຊີບ, ວຽກເຮັດງານທຳ, ການເລີ່ມຕົ້ນທຸລະກິດໃຫ້ແກ່ຊາວໜຸ່ມ”.
ປະຊາຊົນທົ່ວປະເທດພວມມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ແມ່ນຂີດໝາຍສຳຄັນເປັນພິເສດ, ເປີດອອກສັງກາດພັດທະນາໃໝ່ໃຫ້ແກ່ປະຊາຊາດ, ມຸ່ງໄປເຖິງການຫັນສອງເປົ້າໝາຍຍຸດທະສາດ 100 ປີໃຫ້ປະກົດຜົນເປັນຈິງ; ສູ້ຊົນຮອດປີ 2030 ເຊິ່ງເປັນປີຄົບຮອບ 100 ປີແຫ່ງວັນສ້າງຕັ້ງພັກ (1930-2030), ຫວຽດນາມ ຈະກາຍເປັນປະເທດອຸດສາຫະກຳມີລາຍຮັບປານກາງສູງ ແລະ ຮອດປີ 2045, ເຊິ່ງເປັນປີ ຄົບຮອບ 100 ປີແຫ່ງວັນສະຖາປະນາປະເທດ, ຫວຽດນາມ ຈະກາຍເປັນປະເທດພັດທະນາ, ມີລາຍຮັບສູງ, ຮັ່ງມີ, ເຂັ້ມແຂງ, ວັດທະນາຖາວອນ, ຮຸ່ງເຮືອງສີວິໄລ ແລະ ຜາສຸກ.