• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ​ບັນ​ດາ​ປະ​ເທດ BRICS ແລະ ປະ​ຊາ​ຄົມ​ສາ​ກົນ ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ

ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບບັນດາປະເທດ ສະມາຊິກກຸ່ມ BRICS ແລະ ປະຊາຄົມສາກົນ ຍູ້ແຮງການຮ່ວມມື ແລະ ລະດົມແຫຼ່ງກຳລັງເພື່ອແນໃສ່ຊຸກຍູ້ບັນດາບັນຫາບຸລິມະສິດຂອງບັນດາປະເທດພວມພັດທະນາ
  ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ (ພາບ: TTXVN)  
ຕອນບ່າຍວັນທີ 19 ມິຖຸນາ, ຢູ່ການຖະແຫຼງຂ່າວກະຊວງການຕ່າງປະເທດ, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບເລື່ອງ ຫວຽດນາມ ຈະເສີມຂະຫຍາຍບົດບາດ ແລະ ຖານະຕຳແໜ່ງຂອງຕົນ ຄືແນວໃດໃນການຮ່ວມມືກັບກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ ພາຍຫຼັງກາຍເປັນຄູ່ຮ່ວມມືຂອງກົນໄກນີ້, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບບັນດາປະເທດ ສະມາຊິກກຸ່ມ BRICS ແລະ ປະຊາຄົມສາກົນ ຍູ້ແຮງການຮ່ວມມື ແລະ ລະດົມແຫຼ່ງກຳລັງເພື່ອແນໃສ່ຊຸກຍູ້ບັນດາບັນຫາບຸລິມະສິດຂອງບັນດາປະເທດພວມພັດທະນາຄື: ການຄ້າ, ການລົງທຶນ, ເຊື່ອມຕໍ່ພື້ນຖານໂຄງລ່າງ, ໝູນໃຊ້ຄວາມກາວໜ້າດ້ານວິທະຍາສາດ ເຕັກໂນໂລຢີຮັບໃຊ້ການພັດທະນາ, ພົບປະແລກປ່ຽນປະຊາຊົນ, ປະກອບສ່ວນເຂົ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ຮັບມືກັບບັນດາສິ່ງທ້າທາຍລວມຂອງທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ ຄັ້ງ​ທີ 14 ອາ​ຍຸ​ການ 2020 – 2025

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ ຄັ້ງ​ທີ 14 ອາ​ຍຸ​ການ 2020 – 2025

ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລິມ ເລຂາຄະນະພັກການທະຫານສູນກາງ ໄດ້ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມຄະນະພັກກອງທັບສູນກາງຄັ້ງທີ 14 ອາຍຸການ 2020 – 2025 ໂດຍມີການເຂົ້າຮ່ວມຂອງທ່ານປະທານປະເທດ ເລືອງເກືອງ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

Top