• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ ຄັ້ງ​ທີ 14 ອາ​ຍຸ​ການ 2020 – 2025

ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລິມ ເລຂາຄະນະພັກການທະຫານສູນກາງ ໄດ້ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມຄະນະພັກກອງທັບສູນກາງຄັ້ງທີ 14 ອາຍຸການ 2020 – 2025 ໂດຍມີການເຂົ້າຮ່ວມຂອງທ່ານປະທານປະເທດ ເລືອງເກືອງ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຢູ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕີລາຄາສູງ ບັນດາໝາກຜົນເຊິ່ງຄະນະພັກການທະຫານສູນກາງບັນດຸໄດ້ ເຊິ່ງ ກະຊວງປ້ອງກັນປະເທດ ໄດ້ຊີ້ນຳນຳພາປະຕິບັດສຳເລັດໃນ 6 ເດືອນຕົ້ນປີ, ທ່ານຮຽກຮ້ອງ ຄະນະພັກການທະຫານສູນກາງ ສຸມໃສ່ຊີ້ນຳນຳພາເປັນຢ່າງດີ “ສາມຈຸດສຸມ, ສາມຂ້ຽວຂາດ” ໃນ 6 ເດືອນທ້າຍປີ. ໃນນັ້ນ 3 ຈຸດສຸມແມ່ນ: ປະຕິບັດວຽກງານກະກຽມເປັນຢ່າງດີ ແລະ ຈັດຕັ້ງສຳເລັດກອງປະຊຸມໃຫຍ່ຜູ້ແທນຄະນະພັກການທະຫານຄັ້ງທີ XII, ເຂົ້າຮ່ວມດ້ວຍຄວາມຮັບຜິດຊອບຢູ່ລະດັບສູງສຸດ, ຄຸນນະພາບດີທີ່ສຸດບັນດາເນື້ອໃນຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ຊີ້ນຳຜັນຂະຫຍາຍການສັບຊ້ອນລະບົບການຈັດຕັ້ງການທະຫານທ້ອງຖິນ ເໝາະສົມກັບການຈັດຕັ້ງກົງຈັກອຳນາດການປົກຄອງທ້ອງຖິ່ນສອງຂັ້ນ, ຊີ້ນຳຍົກສູງຄວາມສາມາດການຄາດຄະເນ, ຄົ້ນຄ້ວາ, ກຳແໜ້ນ, ຕີລາຄາຖືກຕ້ອງສະພາບການ, ທັນການ ເພື່ອເປັນເສນາທິການໃຫ້ແກ່ພັກ, ລັດ ມີແຜນນະໂຍບາຍ, ຍຸດທະສາດຮັບປະກັນຜົນປະໂຫຍດສູງທີ່ສຸດໃຫ້ແກ່ປະຊາຊົນ ແລະ ຊົນຊາດ.

ກ່ຽວກັບ ສາມ ຂ້ຽວຂາດ, ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າ ຕ້ອງປະຕິບັດຂະບວນການ “ທົ່ວປວງຊົນຮ່ຳຮຽນດີຈີຕອນ”, ປະຕິບັດການປະຕິຮູບການປະຕິບັດລະບຽບການບໍລິຫານ, ຫັນເປັນດີຈີຕອນໃນວຽກງານຄຸ້ມຄອງບໍລິຫານກອງທັບ, ຫັນມະນຸດເປັນທັກສະໄໝຢ່າງຂ້ຽວຂາດ ກ່ອນການ ຫັນອາວຸດ, ວັດຖຸອຸປະກອນເປັນທັນສະໄໝ, ຜັນຂະຫຍາຍບັນດາໂຄງການຈຸດສຸມກ່ຽວກັບການທະຫານ, ປ້ອງກັນຊາດ; ຂ້ຽວຂາດໃນການຮັກສາ, ປັບປຸງ, ເປີດກວ້າງການຮ່ວມມືດ້ານປ້ອງກັນຊາດທີ່ມີຄວາມໄວ້ເນື້ອເຊື່ອໃຈກັບບັນດາປະເທດ, ບັນດາຄູ່ຮ່ວມມື, ໃຫ້ບຸລິມະສິດບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດໃນພາກພື້ນ, ບັນດາປະເທດໃຫຍ່, ບັນດາຄູ່ຮ່ວມມືຍຸດທະສາ, ບັນດາຄູ່ຮ່ວມມືຮອບດ້ານ ແລະ ເພື່ອນມິດທີ່ມີແຕ່ດົນນານ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ​ບັນ​ດາ​ປະ​ເທດ BRICS ແລະ ປະ​ຊາ​ຄົມ​ສາ​ກົນ ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ

ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ​ບັນ​ດາ​ປະ​ເທດ BRICS ແລະ ປະ​ຊາ​ຄົມ​ສາ​ກົນ ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ

ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບບັນດາປະເທດ ສະມາຊິກກຸ່ມ BRICS ແລະ ປະຊາຄົມສາກົນ ຍູ້ແຮງການຮ່ວມມື ແລະ ລະດົມແຫຼ່ງກຳລັງເພື່ອແນໃສ່ຊຸກຍູ້ບັນດາບັນຫາບຸລິມະສິດຂອງບັນດາປະເທດພວມພັດທະນາ

Top