• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເລືອງເກື່ອງ ພົບປະ, ຍ້ອງຍນັກຂ່າວດີເດັ່ນ

ນີ້ແມ່ນຜູ້ຕາງໜ້າດີເດັ່ນໃຫ້ແກ່ນັກຂ່າວໃນທົ່ວປະເທດເກືອບ 41.000 ຄົນ, ໃນນັ້ນມີບັນດານັກຂ່າວອາວຸໂສດີເດັ່ນ, ກໍຄືບັນດານັກຂ່າວພວມປະຕິບັດວຽກງານ ທີ່ມີການອຸທິດສ່ວນຫຼາຍຢ່າງໃຫ້ແກ່ພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ.
(ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກ່າວຄຳເຫັນທີ່ການພົບປະ)

ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21 ມິຖຸນາ 1925 – 21 ມິຖຸນາ 2025), ຕອນເຊົ້າວັນທີ 20 ມິຖຸນາ, ຢູ່ທຳນຽບປະທານປະເທດ (ຮ່າໂນ້ຍ), ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ພົບປະ, ຍ້ອງຍໍບັນດານັກຂ່າວດີເດັ່ນທົ່ວປະເທດ. ນີ້ແມ່ນຜູ້ຕາງໜ້າດີເດັ່ນໃຫ້ແກ່ນັກຂ່າວໃນທົ່ວປະເທດເກືອບ 41.000 ຄົນ, ໃນນັ້ນມີບັນດານັກຂ່າວອາວຸໂສດີເດັ່ນ, ກໍຄືບັນດານັກຂ່າວພວມປະຕິບັດວຽກງານ ທີ່ມີການອຸທິດສ່ວນຫຼາຍຢ່າງໃຫ້ແກ່ພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ.

ທ່ານປະທານປະເທດເນັ້ນໜັກວ່າ, ປະເທດພວມຫັນປ່ຽນກ້າວເຂົ້າສູ່ທົດສະວັດໃໝ່, ໃນນັ້ນ, ດ້ວຍພາລະບົດບາດຂອງຕົນ, ສື່ມວນຊົນຍາມໃດກໍ່ເປັນຜູ້ຮ່ວມເດີນທາງທີ່ມີຄວາມໄວ້ເນື້ອເຊື່ອໃຈ, ປະຈັນບານ, ນຳໜ້າ; ພ້ອມກັນນັ້ນ, ສື່ມວນຊົນຕ້ອງເປັນຜູ້ຄາດຄະເນການເຄື່ອນໄຫວ ແລະ ພັດທະນາຂອງຊີວິດ. ທ່ານປະທານປະເທດສະເໜີໃຫ້ບັນດາອົງການສື່ມວນຊົນເປັນເຈົ້າການກຳແໜ້ນທ່າອ່ຽງສື່ມວນຊົນທັນສະໄໝ; ສ້າງຮູບແບບໃໝ່ຂອງສື່ມວນຊົນປະຕິວັດໃນໄລຍະຫັນເປັນດີຈີຕອນເທື່ອລະກ້າວ.

“ຂ້າພະເຈົ້າສະເໜີໃຫ້ບັນດາອົງການສູນກາງ, ທ້ອງຖິ່ນຕາມພາລະບົດບາດ, ໜ້າທີ່ ຕ້ອງເປັນເຈົ້າການຄົ້ນຄວ້າ, ສະເໜີ, ສ້າງກົນໄກ, ນະໂຍບາຍໃຫ້ສຳເລດ, ສ້າງເງື່ອນໄຂເພື່ອໃຫ້ບັນດານັກຂ່າວ, ຜູ້ເຮັດຂ່າວສາມາດຮັບປະກັນການດຳລົງຊີວິດດ້ວຍອາຊີບຂອງຕົນ, ຮັກອາຊີບ, ອຸ່ນອ່ຽນໃຈຕິດພັນກັບອາຊີບ. ພ້ອມກັນນັ້ນ, ສືບຕໍ່ເອົາໃຈໃສ່ບຳລຸງສ້າງ, ຖືເປັນສຳຄັນ, ເຊີດຊູບັນດາຜູ້ເຮັດຂ່າວມີຄວາມສຸດຈິດສຸດໃຈ, ບັນດານັກຂ່າວໜຸ່ມ, ເພື່ອສ້າງຖັນແຖວບັນດາຜູ້ເຮັດຂ່າວມີຄວາມສຸດຈິດສຸດໃຈຕໍ່ອາຊີບ, ເປັນ “ນັກຮົບປະຕິວັດໃນແນວໂຮມດ້ານແນວຄິດ - ວັດທະນະທຳ” ຄືດັ່ງຄຳບອກສອນຂອງປະທານ ໂຮ່ຈີມິນ”.

(ແຫຼ່ງຄັດຈາກ VOV)

ເວທີປາໄສສື່ມວນຊົນທົ່ວປະເທດ 2025 ສ່ອງແສງຄວາມສົນໃຈແຖວໜ້າຂອງສື່ມວນຊົນໃນປະຈຸບັນ

ເວທີປາໄສສື່ມວນຊົນທົ່ວປະເທດ 2025 ສ່ອງແສງຄວາມສົນໃຈແຖວໜ້າຂອງສື່ມວນຊົນໃນປະຈຸບັນ

ອິນເຕີເນັດ ແລະ ວິວັດການຫັນເປັນດີຈີຕອນໄດ້ນຳມາໃຫ້ໂອກາດຫຼາຍຢ່າງແກ່ວິທະຍຸກະຈາຍສຽງ.

Top