ການປະກອບຄຳເຫັນໃສ່ຮ່າງມະຕິກ່ຽວກັບສູນການເງິນສາກົນ ຢູ່ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ໃຫ້ຮູ້ວ່າ ການສ້າງສູນການເງິນສາກົນ ຢູ່ ຫວຽດນາມ ມີບົດບາດຊຸກຍູ້ການເຕີບໂຕດ້ວຍຄວາມປາດຖະໜານັບແຕ່ປັດຈຸບັນຈົນຮອດປີ 2030 ຈະບັນລຸລະດັບສອງຕົວເລກ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: Duy Linh)
ຕອນບ່າຍວັນທີ 19 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ໄດ້ເປັນປະທານກອງປະຊຸມຂອງຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນກ່ຽວກັບການຮັບເອົາ, ອະພິປາຍ, ປັບປຸງຮ່າງມະຕິຂອງສະພາແຫ່ງຊາດວ່າດ້ວຍການທົດລອງບາງກົນໄກ, ນະໂຍບາຍພິເສດສະເພາະກ່ຽວກັບພັດທະນານະຄອນຫ໋າຍຝ່ອງ; ຮ່າງມະຕິຂອງສະພາແຫ່ງຊາດ ວ່າດ້ວຍສູນການເງິນສາກົນ ຢູ່ ຫວຽດນາມ ແລະ ປະກອບຄຳເຫັນກ່ຽວກັບເນື້ອໃນສຳຄັນຈຳນວນໜຶ່ງ.
ການປະກອບຄຳເຫັນໃສ່ຮ່າງມະຕິກ່ຽວກັບສູນການເງິນສາກົນ ຢູ່ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ໃຫ້ຮູ້ວ່າ ການສ້າງສູນການເງິນສາກົນ ຢູ່ ຫວຽດນາມ ມີບົດບາດຊຸກຍູ້ການເຕີບໂຕດ້ວຍຄວາມປາດຖະໜານັບແຕ່ປັດຈຸບັນຈົນຮອດປີ 2030 ຈະບັນລຸລະດັບສອງຕົວເລກ. ທ່ານໃຫ້ຮູ້ວ່າ:
ການສ້າງສູນການເງິນສາກົນຕ່າງກັນກັບການສ້າງຕັ້ງເຂດການຄ້າເສລີຍ້ອນປັດໄຈຈຸດພິເສດສະເພາະຂອງການໝູນວຽນແຫຼ່ງເງິນທຶນ, ເງິນຕາຢ່າງຕໍ່ເນື່ອງ, ຂ້າມຊາຍແດນ. ດັ່ງນັ້ນ, ຂໍ້ກຳນົດຕ້ອງຕິດພັບການຕິດຕາມກວດກາ, ຄຸ້ມຄອງຄວາມສ່ຽງ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພຕະຫຼາດການເງິນເງິນຕາ. ການພັດທະນາກອບນິຕິກຳໃຫ້ແກ່ການເຄື່ອນໄຫວສູນການເງິນສາກົນ ຕ້ອງມີລັກສະນະບຸກທະລຸເມື່ອທຽບໃສ່ກັບຂໍ້ກຳນົດຂອງກົດໝາຍທີ່ພວມໄດ້ຮັບການປະກາດໃຊ້ໃນປັດຈຸບັນ.
(ແຫຼ່ງຄັດຈາກ VOV)