• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍ້ອງ​ຍໍ​ສັນ​ລະ​ເສີນ​ນັກ​ຂ່າວ​ໜຸ່ມ​ດີ​ເດັ່ນ 50 ຄົນ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຢັ້ງຢືນວ່າ ລາຍການສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງເຖິງລຸ້ນຄົນສືບທອດຕໍ່ໄປຂອງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ.
ພິທີ ຍ້ອງຍໍສັນລະເສີນນັກຂ່າວໜຸ່ມດີເດັ່ນ (ພາບ: Vietnam+)

ຕອນຄ່ຳວັນທີ 18 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະຊາວໜຸ່ມລັດຖະບານ ຫວຽດນາມ ໄດ້ຈັດພິທີຍ້ອງຍໍສັນລະເສີນນັກຂ່າວໜຸ່ມດີເດັ່ນ ປີ 2025. ນີ້ແມ່ນລາຍການຂ່ຳນັບຮັບຕ້ອນການສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ  (21/06/1925 - 21/06/2025).

ຢູ່ພິທີ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຢັ້ງຢືນວ່າ ລາຍການສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງເຖິງລຸ້ນຄົນສືບທອດຕໍ່ໄປຂອງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ. ນັກຂ່າວໜຸ່ມ 50 ຄົນໄດ້ຮັບການຍ້ອງຍໍສັນລະເສີນແມ່ນສິ່ງທີ່ພິສູດຢ່າງມີຊີວິດຊີວາໃຫ້ແກ່ພາບພົດຂອງນັກຂ່າວຍຸກສະໄໝໃໝ່ກ້າໄປ, ກ້າຂຽວ, ກ້າຮັບຜິດຊອບ, ອັບເດດເຕັກໂນໂລຢີ ແລະ ມີການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງຢ່າງບໍ່ຢຸດຢັ້ງ.

ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າຫວຽດນາມ ພວມກ້າວເຂົ້າສູ່ສັງກາດໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ດັ່ງນັ້ນ ກ່ວາເວລາໃດໝົດ, ລັດຖະບານ ແລະ ປະຊາຊົນມີຄວາມຕ້ອງການໃຫ້ ສື່ມວນຊົນໄດ້ລົງຂ່າວທີ່ເປັນຂອງຕົນເອງຄຸ້ມຄອງຢ່າງຊັດເຈນ, ທັນການ, ຖືກຕາມການກຳນົດ, ດ້ວຍບັນດາບົດຂຽນທີ່ເລິກເຊິ່ງ, ມີຄວາມຄົມເລິກ; ສ່ອງແສງສະພາບການຕົວຈິງ, ເຂົ້າຮ່ວມວິວັດການປະຕິບັດນະໂຍບາຍຢ່າງແທ້ຈິງ, ປະກອບສ່ວນແກ້ໄຂບັນດາຈຸດອຸດຕັນ, ຊຸກຍູ້ການປະຕິຮູບລະບອບລະບຽບການ, ປັບປຸງສະພາບການແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ໂຄສະນາພາບພົດຂອງປະເທດ ຫວຽດນາມ ຕໍ່ເພື່ອນມິດສາກົນ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ ຄັ້ງ​ທີ 14 ອາ​ຍຸ​ການ 2020 – 2025

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ ຄັ້ງ​ທີ 14 ອາ​ຍຸ​ການ 2020 – 2025

ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລິມ ເລຂາຄະນະພັກການທະຫານສູນກາງ ໄດ້ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມຄະນະພັກກອງທັບສູນກາງຄັ້ງທີ 14 ອາຍຸການ 2020 – 2025 ໂດຍມີການເຂົ້າຮ່ວມຂອງທ່ານປະທານປະເທດ ເລືອງເກືອງ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

Top