ບັນດາການນຳຂັ້ນສູງຂອງລາວກໍ່ເນັ້ນໜັກເຖິງການຕີລາຄາ, ສະຫຼຸບເບື້ອງຕົ້ນການປະຕິບັດຂໍ້ຕົກລົງຂັ້ນສູງສອງພັກ, ສອງລັດ, ເນື້ອໃນຂໍ້ຕົກລົງກອງປະຊຸມຄັ້ງທີ 47 ຄະນະກຳມະການຮ່ວມມືລະຫວ່າງລັດຖະບານໃນ 6 ເດືອນຕົ້ນປີ ແມ່ນບາດກ້າວສຳຄັນເພື່ອສຳຫຼວດກວດກາ ກະກຽມເປັນຢ່າງດີ ໃຫ້ການພົບປະລະຫວ່າງສອງກົມການເມືອງໃນໄລຍະຈະມາເຖິງ.
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນສີສຸລິດ (ພາບ: TTXVN)
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 9 – 11 ກໍລະກົດ, ຕອນບ່າຍວັນທີ 9 ກໍລະກົດດ ຢູ່ນະຄອນຫຼວງ ວຽງຈັນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນສີສຸລິດ ແລະ ທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.
ຢູ່ບັນດາການພົບປະ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໄດ້ລາຍງານຕໍ່ທ່ານ ເລຂາທິການໃຫຍ່ ແລະ ນາຍົກລັດຖະມົນຕີ ລາວ ກ່ຽວກັບໝາກຜົນການພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີລາວ ສະເຫຼີມໄຊ ກົມມະສິດ, ຕາມນັ້ນແລ້ວສອງຝ່າຍໄດ້ຕີລາຄາໝາກຜົນການຮ່ວມມືໃນ 6 ເດືອນຕົ້ນປີສາມາດບັນລຸໄດ້ເປົ້າໝາຍທີ່ວາງອອກໂດຍພື້ນຖານ ດ້ວຍ 6 ຈຸດພົ້ນເດັ່ນໃຫຍ່. ສອງຝ່າຍໄດ້ເຫັນດີເປັນເອກະພາບ ຈະສຸມໃສ່ 8 ໜ້າທີ່ຈຸດສຸມນັບແຕ່ນີ້ຈົດຮອດທ້າຍປີ 2025, ໃນນັ້ນມີການຊຸກຍູ້ການປະຕິບັດສຳເລັດ ແລະ ມອບ 5 ໂຄງການຈຸດສຸມໃຫ້ລາວ, ສືບຕໍ່ຜັນຂະຫຍາຍ 10 ກຸ່ມໜ້າທີ່/ໂຄງການອື່ນ.
ບັນດາການນຳຂັ້ນສູງຂອງລາວກໍ່ເນັ້ນໜັກເຖິງການຕີລາຄາ, ສະຫຼຸບເບື້ອງຕົ້ນການປະຕິບັດຂໍ້ຕົກລົງຂັ້ນສູງສອງພັກ, ສອງລັດ, ເນື້ອໃນຂໍ້ຕົກລົງກອງປະຊຸມຄັ້ງທີ 47 ຄະນະກຳມະການຮ່ວມມືລະຫວ່າງລັດຖະບານໃນ 6 ເດືອນຕົ້ນປີ ແມ່ນບາດກ້າວສຳຄັນເພື່ອສຳຫຼວດກວດກາ ກະກຽມເປັນຢ່າງດີ ໃຫ້ການພົບປະລະຫວ່າງສອງກົມການເມືອງໃນໄລຍະຈະມາເຖິງ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວທອງລຸນ ສີສຸລິດ ສະເໜີສອງຝ່າຍສືບຕໍ່ສຸມໃສ່ຍູ້ແຮງການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ, ໃນນັ້ນຜັນຂະຫຍາຍບັນດາໂຄງການຮ່ວມມືຍຸດທະສາດ, ເປັນຕົ້ນແມ່ນເຊື່ອມຕໍ່ພື້ນຖານໂຄງລ່າງຄືເສັ້ນທາງຄວາມໄວສູງ ວຽງຈັນ - ຮ່າໂນ້ຍ.
(ແຫຼ່ງຄັດຈາກ VOV)