• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ UNESCO

ຫວຽດນາມແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ຍາມໃດກໍ່ຮັບເອົາ ແລະ ຜັນຂະຫຍາຍບັນດາຂໍ້ສະເໜີ ແນະວິຊາການຂອງ UNESCO ຢ່າງເຂັ້ມງວດ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໃຫ້ການຕ້ອນຮັບທ່ານ Lazare Eloundou Assomo ຜູ້ອຳນວຍການສູນມໍລະດົກໂລກ ຂອງ ອົງການ UNESCO (ພາບ: qdnd.vn)

ຕອນບ່າຍວັນທີ 19 ພຶດສະພາ, ຢູ່ຮ່າໂນ້ຍ ທີ່ການຕ້ອນຮັບທ່ານ Lazare Eloundou Assomo ຜູ້ອຳນວຍການສູນມໍລະດົກໂລກ ຂອງ ອົງການ UNESCO, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ໄດ້ນຳມາເຊິ່ງພາລະກຳ, ຄວາມໝາຍສຳຄັນຍິ່ງ ແລະ ສະແດງຄວາມຍິນດີຕໍ່ບັນດາໝາກຜົນຕົວຈິງໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ UNESCO ນັບແຕ່ເວລາມາຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງທ່ານໃນປີ 2023. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັ້ກວ່າໝາກຜົນອັນແທດຈິງທີ່ບັນລຸໄດ້ໃນການພົບປະລະຫວາງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ທ່ານຜູ້ອຳນວຍການໃຫຍ່ UNESCO Audrey Azoulay ໃນການຢ້ຽມຢາມ UNESCO ຄັ້ງປະຫວັດສາດ ເມື່ອເດືອນ ຕຸລາ 2024 ໄດ້ປະກອບສ່ວນຍົກສູງການພົວພັນຄູ່ຮ່ວມມືສອງຝ່າຍ.

ສ່ວນທ່ານ Lazare Eloundou ຢັ້ງຢືນວ່າ ຫວຽດນາມແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ຍາມໃດກໍ່ຮັບເອົາ ແລະ ຜັນຂະຫຍາຍບັນດາຂໍ້ສະເໜີ ແນະວິຊາການຂອງ UNESCO ຢ່າງເຂັ້ມງວດ. ທ່ານຊີ້ແຈ້ງວ່າ ສູນມໍລະດົກໂລກ ຍາມໃດກໍ່ຮ່ວມເດີນທາງ ແລະ ສະໜັບສະໜູນ ຫວຽດນາມ ໃນການອະນຸລັກຮັກສາ, ເສີມຂະຫຍາຍບັນດາມໍລະດົກໂລກ ແລະ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ໃຫ້ຄຳປຶກສາ, ໜູນຊ່ວຍກ່ຽວກັບວຽກງານຄຸ້ມຄອງ, ອະນຸລັກຮັກສາ ແລະ ເສີມຂະຫຍາຍ 8 ເຂດມໍລະດົກໂລກຢູ່ ຫວຽດນາມ.

ເນື່ອງໃນໂອກາດນີ້, ໂດຍຕາງໜ້າກະຊວງການຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ເປັນກຽດປະດັບ ຫຼຽກກາລະນຶກ “ເພື່ອພາລະກິດການທູດ ຫວຽດນາມ” ໃຫ້ທ່ານ Lazare, ຢັ້ງຢືນບັນດາການປະກອບສ່ວນທີ່ພົ້ນເດັ່ນຂອງ ທ່ານຕໍ່ພາລະກິດແຫ່ງປົກປັກຮັກສາ, ເສີມຂະຫຍາຍມໍລະດົກ ຫວຽດນາມ ແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ UNESCO.

(ແຫຼ່ງຄັດຈາກ VOV)

ມອບ​ລາງວັນ ​ປະ​ດິດ​ແຕ່ງ, ໂຄ​ສະ​ນາ​ຜົນ​ງານ, ວັນ​ນະ​ຄະ​ດີ, ສິ​ລະ​ປະ, ສື່ມວນ​ຊົນ

ມອບ​ລາງວັນ ​ປະ​ດິດ​ແຕ່ງ, ໂຄ​ສະ​ນາ​ຜົນ​ງານ, ວັນ​ນະ​ຄະ​ດີ, ສິ​ລະ​ປະ, ສື່ມວນ​ຊົນ

ຈາກບົດເຂົ້າຮ່ວມການເສັງກ່ວາ 1500 ບົດ, ສະພາກຳມະການໄດ້ເລືອກເອົາ ລາງວັນ A 12 ລາງວັນ, ລາງວັນ B 56 ລາງວັນ, ລາງວັນ C 102 ລາງວັນ, ພ້ອມທັງຍ້ອງຍໍສັນລະເສີນ 46 ໝູ່ຄະນະ, ສ່ວນບຸກຄົນດີເດັ່ນໃນການເຄື່ອນໄຫວໂຄສະນາບັນດາຜົນງານ, ວັນນະຄະດີ, ສິລະປະ, ສື່ມວນຊົນ.

Top