ຂ່າວສານ ຫວຽດນາມ ສະແດງບົດບາດຊຸກຍູ້ລັດທິຫຼາຍຝ່າຍຢ່າງແຮງ 10/04/2026 ວັນທີ 08 ເມສາ, ຢູ່ສຳນັກງານບັນດາອົງການ ສປຊ ປະຈຳ ວຽນນາ (ໂອຕາລິດ) ໄດ້ດຳເນີນກອງປະຊຸມລະຫວ່າງຫົວໜ້າຄະນະບັນດາປະເທດ ອາຊຽນ ແລະ ກຸ່ມ ອາເມລິກາ ລາຕິນ ແລະ Caribe (GRULAC) ເພື່ອແນໃສ່ແລກປ່ຽນບັນດາມາດຕະການເພີ່ມທະວີການປະສານສົມທົບລະຫວ່າງສອງຂົງເຂດໃນບັນດາເວທີປາໄສຫຼາຍຝ່າຍຢູ່ ວຽນນາ. ທ່ານ ຫວູເລຖາຍຮວ່າງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕາລິດ (ພາບ: TTXVN) ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ກ່ຽວກັບຂົງເຂດນິວເຄຼຍ, ທ່ານ ຫວູເລຖາຍຮວ່າງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕາລິດ ໄດ້ເນັ້ນໜັກເຖິງບົດບາດເປັນໃຈກາງຂອງອົງການພະລັງງານປະລະມານູສາກົນ (IAEA) ໃນໂຄງການສ້າງຄຸ້ມຄອງບໍລິຫານນິວເຄຼຍທົ່ວໂລກ. ທ່ານເອກອັກຄະລັດຖະທູດ ກໍໃຫ້ຮູ້ວ່າ ຫວຽດນາມ ມີຄວາມເປັນກຽດເມື່ອໄດ້ດຳລົງບົດບາດປະທານບົ່ງຕົວໃນກອງປະຊຸມສຳຫຼວດກວດຄືນ NPT ຄັ້ງທີ 11 ໃນເດືອນ ເມສາ 2026 ແລະ ໄດ້ເຂົ້າເຖິງໜ້າທີ່ອັນສຳຄັນນີ້ດ້ວຍຈິດໃຈຄວາມຮັບຜິດຊອບ, ພາວະວິໄສ ແລະ ຊຸກຍູ້ການໂອ້ລົມສົນທະນາທີ່ມີຄວາມສ້າງສັນ ຜ່ານການປຶກສາຫາລືຢ່າງກວ້າງຂວາງໃນບັນດາກຸ່ມພາກພື້ນ ແລະ ບັນດາປະເທດສະມາຊິກ, ໃນນັ້ນ ມີບັນດາປະເທດ GRULAC. ໃນໄລຍະຈະມາເຖິງ, ອາຊຽນ ຈະສືບຕໍ່ເພີ່ມທະວີການສົມທົບກັບ GRULAC ໃນການຊຸກຍູ້ແບບວິທີເຂົ້າເຖິງຢ່າງດຸ່ນດ່ຽງ, ຮັບປະກັນລັກສະນະຄົບຖ້ວນຂອງສົນທິສັນຍາ, ພ້ອມດຽວກັນນັ້ນ ກໍຖືເປັນສຳຄັນເຖິງແງ່ມູມພັດທະນາຢ່າງຄົບຖ້ວນ, ພິເສດແມ່ນເສົາຄ້ຳ III ກ່ຽວກັບການນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ, ລວມທັງການເພີ່ມທະວີການເຂົ້າເຖິງເຕັກໂນໂລຢີ, ຍົກສູງກຳລັງຄວາມສາມາດ ແລະ ຊຸກຍູ້ການຮ່ວມມືທາງດ້ານເຕັກນິກ ໂດຍຜ່ານ IAEA. (ແຫຼ່ງຄັດຈາກ VOV)

ວັນທີ 08 ເມສາ, ຢູ່ສຳນັກງານບັນດາອົງການ ສປຊ ປະຈຳ ວຽນນາ (ໂອຕາລິດ) ໄດ້ດຳເນີນກອງປະຊຸມລະຫວ່າງຫົວໜ້າຄະນະບັນດາປະເທດ ອາຊຽນ ແລະ ກຸ່ມ ອາເມລິກາ ລາຕິນ ແລະ Caribe (GRULAC) ເພື່ອແນໃສ່ແລກປ່ຽນບັນດາມາດຕະການເພີ່ມທະວີການປະສານສົມທົບລະຫວ່າງສອງຂົງເຂດໃນບັນດາເວທີປາໄສຫຼາຍຝ່າຍຢູ່ ວຽນນາ. ທ່ານ ຫວູເລຖາຍຮວ່າງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕາລິດ (ພາບ: TTXVN) ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ກ່ຽວກັບຂົງເຂດນິວເຄຼຍ, ທ່ານ ຫວູເລຖາຍຮວ່າງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕາລິດ ໄດ້ເນັ້ນໜັກເຖິງບົດບາດເປັນໃຈກາງຂອງອົງການພະລັງງານປະລະມານູສາກົນ (IAEA) ໃນໂຄງການສ້າງຄຸ້ມຄອງບໍລິຫານນິວເຄຼຍທົ່ວໂລກ. ທ່ານເອກອັກຄະລັດຖະທູດ ກໍໃຫ້ຮູ້ວ່າ ຫວຽດນາມ ມີຄວາມເປັນກຽດເມື່ອໄດ້ດຳລົງບົດບາດປະທານບົ່ງຕົວໃນກອງປະຊຸມສຳຫຼວດກວດຄືນ NPT ຄັ້ງທີ 11 ໃນເດືອນ ເມສາ 2026 ແລະ ໄດ້ເຂົ້າເຖິງໜ້າທີ່ອັນສຳຄັນນີ້ດ້ວຍຈິດໃຈຄວາມຮັບຜິດຊອບ, ພາວະວິໄສ ແລະ ຊຸກຍູ້ການໂອ້ລົມສົນທະນາທີ່ມີຄວາມສ້າງສັນ ຜ່ານການປຶກສາຫາລືຢ່າງກວ້າງຂວາງໃນບັນດາກຸ່ມພາກພື້ນ ແລະ ບັນດາປະເທດສະມາຊິກ, ໃນນັ້ນ ມີບັນດາປະເທດ GRULAC. ໃນໄລຍະຈະມາເຖິງ, ອາຊຽນ ຈະສືບຕໍ່ເພີ່ມທະວີການສົມທົບກັບ GRULAC ໃນການຊຸກຍູ້ແບບວິທີເຂົ້າເຖິງຢ່າງດຸ່ນດ່ຽງ, ຮັບປະກັນລັກສະນະຄົບຖ້ວນຂອງສົນທິສັນຍາ, ພ້ອມດຽວກັນນັ້ນ ກໍຖືເປັນສຳຄັນເຖິງແງ່ມູມພັດທະນາຢ່າງຄົບຖ້ວນ, ພິເສດແມ່ນເສົາຄ້ຳ III ກ່ຽວກັບການນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ, ລວມທັງການເພີ່ມທະວີການເຂົ້າເຖິງເຕັກໂນໂລຢີ, ຍົກສູງກຳລັງຄວາມສາມາດ ແລະ ຊຸກຍູ້ການຮ່ວມມືທາງດ້ານເຕັກນິກ ໂດຍຜ່ານ IAEA.
ບັນດາບົດຕໍ່ໄປ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ກຳນົດຄືນໃໝ່ຂົງເຂດພັດທະນາ ກວາງຈິ30/04/2026ຂ່າວສານທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີວ່າ ໃນໄລຍະຈະມາເຖິງ ກວາງຈິ ຕ້ອງສຸມໃສ່ປະຕິບັດບັນດາໜ້າທີ່ໃຫ້ເປັນຢ່າງດີ, ໃນນັ້ນກຳນົດຂົງເຂດພັດທະນາຂອງແຂວງຄືນໃໝ່ ທ່ານນາຍົກລັດຖະມົນຕີ ເລມິງຮຶງ: ຮັບປະກັນບົດບາດເປັນເຈົ້າການຂອງງົບປະມານສູນກາງ30/04/2026ຂ່າວສານງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 202630/04/2026ຂ່າວສານການເຄື່ອນໄຫວຂອງທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢູ່ ບຣູໄນ ດາຣູຊາລາມ30/04/2026ຂ່າວສານພິທີເອົາທຸງຂຶ້ນເສົາ “ທ້ອນໂຮມປະເທດຊາດເປັນເອກະພາບ” ຢູ່ແຂວງ ກວາງຈິ30/04/2026ຂ່າວສານຫວຽດນາມ ຖື UNCLOS ເປັນຢ່າງສູງຢູ່ວາລະປຶກສາຫາລືຂັ້ນສູງຂອງສະພາຄວາມໝັ້ນຄົງສປຊ30/04/2026ຂ່າວສານນະວັດຕະກຳ, ຍົກສູງສະມັດຕະພາບແຮງງານ - ຈຸດເນັ້ນໜັກຂອງເດືອນກຳມະກອນ30/04/2026ຂ່າວສານ ອ່ານເພີ່ມ