ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ສະເໜີກະຊວງການຕ່າງປະເທດສອງປະເທດສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດກະກຽມໃຫ້ດີທີ່ສຸດບັນດາການເຄື່ອນໄຫວທາງການທູດສຳຄັນໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນໃນປີ 2025, ສອງປະເທດລວ້ນແຕ່ມີບັນດາເຫດການສຳຄັນ.
ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ການຕ້ອນຮັບທ່ານລັດຖະມົນຕີ ການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານ.
ນີ້ແມ່ນການຢັ້ງຢືນຂອງທ່ານເລຂາທິການໃຫຍ່ ໂຕເລິມ ທີ່ການຕ້ອນຮັບທ່ານລັດຖະມົນຕີ ການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານ ໃນຕອນບ່າຍວັນທີ 13 ກຸມພາ, ຢູ່ຮ່າໂນ້ຍ. ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ພວມມີການຢ້ຽມຢາມ ຫວຽດນາມຢ່າງເປັນທາງການໃນລະຫວ່າງວັນທີ 12 – 14 ກຸມພາ 2025.
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ສະເໜີກະຊວງການຕ່າງປະເທດສອງປະເທດສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດກະກຽມໃຫ້ດີທີ່ສຸດບັນດາການເຄື່ອນໄຫວທາງການທູດສຳຄັນໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນໃນປີ 2025, ສອງປະເທດລວ້ນແຕ່ມີບັນດາເຫດການສຳຄັນ.
ສ່ວນທ່ານລັດຖະມົນຕີການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານເນັ້ນໜັ້ກວ່າ ການພົວພັນສອງປະເທດພວມຢູ່ໃນໄລຍະດີງາມທີ່ສຸດ, ທ່ານຢັ້ງຢືນ ລາວຈະສົມທົບກັບຫວຽດນາມຢ່າງແໜ້ນແຟ້ນເພື່ອປະຕິບັດບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງປະເທດໃຫ້ເປັນຢ່າງດີທີ່ສຸດເພື່ອນຳຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນສອງປະເທດ.
ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີ ການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານ. ທີ່ການຕ້ອນຮັບທ່ານນາຍົກລັດຖະມົຕນີ ສະແດງຄວາມຊົມເຊີຍເມື່ອການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນສອງປະເທດສືບຕໍ່ມີການພັດທະນາດ້ວຍວົງເງິນການຄ້າສອງຝ່າຍໃນປີ 2024 ບັນລຸ 2,25 ຕື້ USD, ເພີ່ມຂຶ້ນ 38,2%ເມື່ອທຽບໃສ່ກັບປີ 2023 ແລະ ມຸ່ງໄປວົງເງິນການຄ້າ ບັນລຸ 5 ຕື້ USD ໃນໄລຍະຈະມາເຖິງ.
(ແຫຼ່ງຄັດຈາກ VOV)