• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ອົດສະຕາລີ ເພີ່ມທະວີການຮ່ວມມືພັດທະນາບັນດາໂຄງການພະລັງງານແຮງລົມຢູ່ນອກຝັ່ງທະເລ

ປະຈຸບັນ, ບໍລິສັດ Corio Generation ພວມສົມທົບກັບບໍລິສັດໃຫຍ່ກະຈາຍໄຟຟ້າ 3 (EVNGENCO3) ຂອງກຸ່ມບໍລິສັດໄຟຟ້າ ຫວຽດນາມ ຜັນຂະຫຍາຍການທົດລອງໂຄງການໄຟຟ້າແຮງລົມຢູ່ນອກຝັ່ງທະເລຢູ່ ຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ Andrew Goledzinowski (ພາບ: TTXVN)

ຕອນຄ່ຳວັນທີ 28 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ Andrew Goledzinowski ແລະ ການນຳບໍລິສັດ Corio Generation (ກຸ່ມບໍລິສັດ Macquarie).

ປະຈຸບັນ, ບໍລິສັດ Corio Generation ພວມສົມທົບກັບບໍລິສັດໃຫຍ່ກະຈາຍໄຟຟ້າ 3 (EVNGENCO3) ຂອງກຸ່ມບໍລິສັດໄຟຟ້າ ຫວຽດນາມ ຜັນຂະຫຍາຍການທົດລອງໂຄງການໄຟຟ້າແຮງລົມຢູ່ນອກຝັ່ງທະເລຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕີລາຄາວ່າ, ນີ້ໄດ້ຮັບຖືວ່າແມ່ນໂຄງການຈຸດສຸມ, ປະກອບສ່ວນຊຸກຍູ້ ແລະ ເປີດກວ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ອົດສະຕາລີ, ພ້ອມທັງຊ່ວຍ ຫວຽດນາມ ປະຕິບັດແຜນການປະຕິບັດຂໍ້ຕົກລົງຫັນປ່ຽນພະລັງງານຢ່າງຍຸຕິທຳ (JETP). ທ່ານສະເໜີວ່າ, ນອກຈາກການລົງທຶນແລ້ວ, ບໍລິສັດ Corio Generation ຕ້ອງເອົາໃຈໃສ່ໜູນຊ່ວຍ, ຖ່າຍທອດເຕັກໂນໂລຊີ; ຫັນຄູ່ຮ່ວມມືຢູ່ ຫວຽດນາມ ເປັນຫຼາຍຮູບຫຼາຍແບບ.

ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ Andrew Goledzinowski ໃຫ້ຮູ້ວ່າ, ມີວິສາຫະກິດ ອົດສະຕາລີ ຈຳນວນໜຶ່ງ ມີຄວາມສົນໃຈເຖິງການສ້າງບັນດາຟາມໄຟຟ້າແຮງລົມຢູ່ນອກຝັ່ງທະເລ ຍ້ອນ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງເພື່ອພັດທະນາຮູບແບບນີ້. ໃນຂະນະນັ້ນ, ການນຳບໍລິສັດ Corio Generation ທີ່ຖືວ່າ, ເລື່ອງຜັນຂະຫຍາຍໂຄງການໄຟຟ້າແຮງລົມຢູ່ນອກຝັ່ງທະເລ ບໍ່ຢຸດຢູ່ທີ່ການກໍ່ສ້າງພື້ນຖານໂຄງລ່າງດ້ານເຕັກນິກເທົ່ານັ້ນ, ຫາກຍັງຕ້ອງບຳລຸງສ້າງແຫຼ່ງຊັບພະຍາກອນເຄື່ອນໄຫວ, ຄົ້ນຄວ້າ, ຖ່າຍທອດເຕັກໂນໂລຊີອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ກຸ່ມ ທິວທັດທຳມະຊາດ ຈ່າງອານ ແມ່ນຈຸດເດັ່ນພິເສດຂອງທຳມະຊາດ, ປະຊາຊົນ ນິງບິ່ງ, ໂດຍໄດ້ຮັບການຮັບຮອງຈາກ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳທຳມະຊາດໂລກປີ 2024.

Top