• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ລາວ ສືບຕໍ່ຮັດແໜ້ນສາຍພົວພັນອັນພິເສດ ແລະ ການຮ່ວມມືຮອບດ້ານ

ຕາມຂ່າວສານຫວຽດນາມ ປະຈຳ ສປປ. ລາວ, ຕອບສະໜອງຕາມຄຳເຊີນຂອງທ່ານນາງ ປານີ ຢາທໍຕູ, ຮອງປະທານປະເທດແຫ່ງ ສປປ.ລາວ, ທ່ານນາງ ຫວໍທິແອ໋ງຊວນ, ຮອງປະທານປະເທດແຫ່ງ ສສ.ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 21-22 ສິງຫາ 2025. ໃນຂອບເຂດການຢ້ຽມຢາມ, ຕອນບ່າຍວັນທີ 21 ສິງຫາ ຢູ່ນະຄອນຫຼວງ ວຽງຈັນ, ທ່ານນາງ ຫວໍທິແອ໋ງຊວນ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ແລະ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ.ລາວ.
ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ (ຂວາ) ໃຫ້ການຕ້ອນຮັບ ທ່ານນາງ ຫວໍທິແອ໋ງຊວນ, ຮອງປະທານປະເທດແຫ່ງ ສສ.ຫວຽດນາມ ແລະ ຄະນະ. ພາບ: ຊວນຕູ/VNA

ທ່ານນາງ ຫວໍທິແອ໋ງຊວນ, ຮອງປະທານປະເທດແຫ່ງ ສສ.ຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ເດີນທາງມາຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ; ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ແລະ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ທີ່ໄດ້ໃຫ້ຄວາມເອົາໃຈໃສ່ຢ່າງພິເສດຕໍ່ຄະນະ; ພ້ອມທັງຝາກຄຳຢື້ຢາມຖາມຂ່າວ, ຄຳອວຍພອນໃຫ້ມີສຸຂະພາບທີ່ດີທີ່ສຸດຂອງ ທ່ານ ໂຕເລີມ, ເລຂາທິການໃຫຍ່; ທ່ານ ເລືອງເກື່ອງ, ປະທານປະເທດ; ທ່ານ ຟ້າມມິງຈິ໋ງ, ນາຍົກລັດຖະມົນຕີ ແລະ ທ່ານ ເຈີ່ນແທງເໝີນ, ປະທານສະພາແຫ່ງຊາດ ເຖິງສະຫາຍ ທອງລຸນ ສີສຸລິດ, ສະຫາຍ ສອນໄຊ ສີພັນດອນ ແລະ ບັນດາສະຫາຍການນຳຂັ້ນສູງຂອງ ສປປ.ລາວ; ຊົມເຊີຍຕໍ່ບັນດາຜົນງານອັນຍິ່ງໃຫຍ່ ແລະ ສຳຄັນທີ່ ສປປ.ລາວ ຍາດມາໄດ້ໃນໄລຍະເກືອບ 40 ປີແຫ່ງການປ່ຽນແປງໃໝ່; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ່ຂອງພັກປະຊາຊົນປະຕິວັດ ລາວ ທີ່ມີສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່, ປະທານປະເທດ, ປະເທດ ລາວ ອ້າຍນ້ອງຈະປະຕິບັດສຳເລັດຜົນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໃຫ້ໄດ້ຮັບຜົນສຳເລັດ, ສ້າງປະເທດຊາດລາວໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ ແລະ ສີວິໄລ.

ທ່ານນາງ ຫວໍທິແອ໋ງຊວນ, ຮອງປະທານປະເທດແຫ່ງ ສສ.ຫວຽດນາມ ໄດ້ແຈ້ງສະພາບການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນໄລຍະມໍ່ໆມານີ້ ໃຫ້ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ແລະ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ.ລາວ; ລາຍງານກ່ຽວກັບຜົນຂອງການພົບປະສອງຝ່າຍຢ່າງມີເນື້ອໃນລະອຽດ ແລະ ມີປະສິດທິພາບກັບທ່ານນາງ ປານີ ຢາທໍຕູ, ຮອງປະທານປະເທດ, ເຊິ່ງສອງຝ່າຍໄດ້ເປັນເອກະພາບສູງຕໍ່ບັນດາມາດຕະການເພື່ອເພີ່ມທະວີສາຍພົວພັນອັນພິເສດລະຫວ່າງສອງປະເທດເວົ້າລວມ, ໃນນັ້ນໄດ້ເນັ້ນເຖິງຄວາມຈຳເປັນໃນການຊຸກຍູ້ວຽກງານໂຄສະນາສຶກສາກ່ຽວກັບມູນເຊື້ອສາຍພົວພັນ ຫວຽດນາມ - ລາວ ໃຫ້ແກ່ທຸກຊັ້ນຄົນໃນສັງຄົມ.

ທ່ານນາງ ຫວໍທິແອ໋ງຊວນ, ຮອງປະທານປະເທດແຫ່ງ ສສ.ຫວຽດນາມ ໄດ້ເນັ້ນໜັກວ່າ ດ້ວຍການຊີ້ນຳຢ່າງເດັດດ່ຽວຂອງກົມການເມືອງສອງປະເທດ, ໂດຍສະເພາະແມ່ນສອງສະຫາຍເລຂາທິການໃຫຍ່, ພ້ອມດ້ວຍຄວາມພະຍາຍາມຂອງບັນດາກະຊວງ, ຂະແໜງການ, ໃນໄລຍະເວລາອັນສັ້ນ ບັນດາໂຄງການ ແລະ ເນື້ອໃນການຮ່ວມມືຍຸດທະສາດທີ່ສຳຄັນຈຳນວນໜຶ່ງໄດ້ຮັບການຈັດຕັ້ງປະຕິບັດ, ສ້າງບາດກ້າວບຸກທະລຸໃໝ່ໃນສາຍພົວພັນສອງຝ່າຍ. ທ່ານນາງ ຮອງປະທານປະເທດ ຫວໍທິແອ໋ງຊວນ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການທີ່ພັກ, ລັດແຫ່ງ ສປປ.ລາວ ຈະຈັດພິທີຮັບຮອງເອົາສະຖານທີ່ສຳຄັນເສັ້ນທາງສາຍພູຫຼວງ - ເສັ້ນທາງ ໂຮ່ຈີມິນ ຢູ່ດິນແດນ ສປປ.ລາວເປັນມໍລະດົກທາງປະຫວັດສາດແຫ່ງຊາດຂອງ ສປປ.ລາວ, ເຊິ່ງສືບຕໍ່ຢືນຢັນຄຸນຄ່າທາງປະຫວັດສາດຮ່ວມກັນ, ສະແດງໃຫ້ເຫັນການເຄົາລົບນັບຖື ແລະ ໃຫ້ກຽດຕໍ່ນ້ຳໃຈສາມັກຄີ, ການພົວພັນອັນແໜ້ນແຟ້ນ, ບໍລິສຸດ ແລະ ຈິງໃຈລະຫວ່າງສອງປະເທດ ຫວຽດນາມ - ລາວ; ພ້ອມທັງສະແດງຄວາມຂອບໃຈ ແລະ ປາດຖະໜາຢາກໃຫ້ລັດຖະບານ ສປປ.ລາວ ສືບຕໍ່ເອົາໃຈໃສ່ ແລະ ອຳນວຍຄວາມສະດວກໃຫ້ແກ່ຊາວ ຫວຽດນາມ ທີ່ອາໄສຢູ່ ສປປ.ລາວ ໄດ້ເຮັດການຄ້າ.

ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ໄດ້ຕ້ອນຮັບ ແລະ ຕີລາຄາສູງຕໍ່ຄວາມໝາຍສຳຄັນຂອງການເດີນທາງມາຢ້ຽມຢາມຢ່າງເປັນທາງການຂອງທ່ານນາງ ຫວໍທິແອ໋ງຊວນ, ຮອງປະທານປະເທດແຫ່ງ ສສ.ຫວຽດນາມ, ເຊິ່ງໄດ້ປະກອບສ່ວນສືບຕໍ່ເສີມສ້າງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະ ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນອັນພິເສດລະຫວ່າງສອງປະເທດ; ຊົມເຊີຍຕໍ່ບັນດາຜົນງານອັນຍິ່ງໃຫຍ່, ຮອບດ້ານ ແລະ ມີຄວາມໝາຍທາງປະຫວັດສາດທີ່ ສສ.ຫວຽດນາມ ຍາດມາໄດ້ໃນໄລຍະທີ່ຜ່ານມາ; ຕີລາຄາສູງຕໍ່ຜົນການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາໃນທຸກຂົງເຂດທີ່ມີຫຼາຍຈຸດພົ້ນເດັ່ນ, ໂດຍສະເພາະແມ່ນບັນດາໂຄງການຮ່ວມມືຍຸດທະສາດທີ່ສຳຄັນລະຫວ່າງສອງຝ່າຍໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ; ສະແດງຄວາມຂອບໃຈຢ່າງພິເສດຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງຂອງພັກ, ລັດແຫ່ງ ສສ.ຫວຽດນາມ ທີ່ໄດ້ໃຫ້ແກ່ ສປປ.ລາວ ມາຮອດປັດຈຸບັນ, ໃນນັ້ນເນັ້ນໜັກເຖິງຄຸນຄ່າ ແລະ ຄວາມໝາຍສຳຄັນທີ່ ສສ.ຫວຽດນາມ ໄດ້ຊ່ວຍຝຶກອົບຮົມບຸກຄະລາກອນໃຫ້ແກ່ ສປປ.ລາວ, ເຊິ່ງໄດ້ສະແດງອອກຜ່ານບັນດາໂຄງການທີ່ມີຄວາມໝາຍອັນໃຫຍ່ຫຼວງ, ເປັນສັນຍາລັກແຫ່ງສາຍພົວພັນອັນພິເສດ ຫວຽດນາມ - ລາວ; ເຫັນດີເປັນເອກະພາບສູງຕໍ່ທິດທາງການຮ່ວມມືໃນບັນດາຂົງເຂດ, ເນັ້ນໜັກໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງພັກ, ສອງລັດໃຫ້ມີປະສິດທິພາບ.

ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ.ລາວ (ຂວາ) ໃຫ້ການຕ້ອນຮັບ ທ່ານນາງ ຫວໍທິແອ໋ງຊວນ, ຮອງປະທານປະເທດແຫ່ງ ສສ.ຫວຽດນາມ ເຂົ້າຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ. ພາບ: ຊວນຕູ/VNA

ໃນການຕ້ອນຮັບ ທ່ານນາງ ຫວໍທິແອ໋ງຊວນ, ຮອງປະທານປະເທດແຫ່ງ ສສ.ຫວຽດນາມ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ໄດ້ເນັ້ນໜັກວ່າ ໃນຕໍ່ໜ້າ, ສອງຝ່າຍຕ້ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ໂດຍສະເພາະແມ່ນການເຊື່ອມຕໍ່ດ້ານໂຄງລ່າງພື້ນຖານ, ການເງິນ, ການທະນາຄານ ແລະ ສົມທົບນະໂຍບາຍເພື່ອເຮັດໃຫ້ການຮ່ວມມືເສດຖະກິດກາຍເປັນເສົາຄ້ຳຫຼັກໃນສາຍພົວພັນຮ່ວມມືອັນພິເສດ ຫວຽດນາມ - ລາວ; ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊອກຫາວິທີແກ້ໄຂເພື່ອເພີ່ມທະວີການຮ່ວມມືເສດຖະກິດ ແລະ ຍົກສູງມູນຄ່າການຄ້າສອງຝ່າຍ.

ໃນການພົບປະສອງຝ່າຍໃນຕອນບ່າຍວັນດຽວກັນລະຫວ່າງ ທ່ານນາງ ຫວໍທິແອ໋ງຊວນ, ຮອງປະທານປະເທດແຫ່ງ ສສ.ຫວຽດນາມ ກັບ ທ່ານນາງ ປານີ ຢາທໍຕູ, ຮອງປະທານປະເທດແຫ່ງ ສປປ.ລາວ, ສອງຝ່າຍໄດ້ແຈ້ງສະພາບການຂອງແຕ່ລະພັກ, ແຕ່ລະປະເທດໃຫ້ກັນຊາບ; ພ້ອມທັງແລກປ່ຽນ ແລະ ຕີລາຄາສະພາບການຮ່ວມມືລະຫວ່າງສອງປະເທດໃນໄລຍະທີ່ຜ່ານມາ, ໃນນັ້ນໄດ້ຕີລາຄາສູງຕໍ່ໝາກຜົນການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດການເມືອງ, ຄວາມໝັ້ນຄົງ, ປ້ອງກັນຊາດ, ເສດຖະກິດ, ການຄ້າ, ການຮ່ວມມືລົງທຶນ, ການສຶກສາ-ວັດທະນະທຳ, ການແລກປ່ຽນປະຊາຊົນທີ່ພວມພັດທະນາໄປຢ່າງດີງາມທີ່ສຸດ; ພ້ອມທັງເນັ້ນໜັກວ່າການທີ່ບັນດາສະຫາຍການນຳຂັ້ນສູງຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດຂອງສອງປະເທດໄດ້ໄປມາຫາສູ່ກັນເປັນປົກກະຕິ ແລະ ຮ່ວມເຂົ້າຮ່ວມບັນດາງານສະເຫຼີມສະຫຼອງທີ່ສຳຄັນຂອງແຕ່ລະປະເທດນັ້ນແມ່ນຫຼັກຖານທີ່ມີຊີວິດຊີວາກ່ຽວກັບສາຍພົວພັນຄວາມສາມັກຄີ, ຄວາມຜູກພັນ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມບໍລິສຸດຈິງໃຈລະຫວ່າງສອງຊາດ.

ໂດຍສະເພາະ, ທ່ານນາງ ຮອງປະທານປະເທດແຫ່ງ ສປປ.ລາວ ໄດ້ຕີລາຄາສູງຕໍ່ການສົມທົບກັນຢ່າງແໜ້ນແຟ້ນຂອງສອງຝ່າຍໃນວຽກງານການຮັບປະກັນຄວາມໝັ້ນຄົງ, ຄວາມສະຫງົບສຸກ; ການທີ່ສອງປະເທດໄດ້ຮ່ວມກັນສົມທົບແລະ ຊຸກຍູ້ເພື່ອໃຫ້ອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງສະຫະປະຊາຊາດ (UNESCO) ຮັບຮອງເອົາສວນປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ ເປັນມໍລະດົກໂລກທາງທຳມະຊາດຂ້າມຊາຍແດນ, ເຊິ່ງຖືວ່າເປັນໄຊຊະນະຂອງສາຍພົວພັນຄວາມສາມັກຄີອັນພິເສດ ລາວ-ຫວຽດນາມ.

ບັນຍາກາດກອງປະຊຸມພົບປະສອງຝ່າຍ. ພາບ: ຊວນຕູ/VNA

ສອງຝ່າຍເຫັນດີເປັນເອກະພາບວ່າໃນຕໍ່ໜ້າຈະສືບຕໍ່ຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂັ້ນສູງທີ່ໄດ້ເຊັນກັນຢ່າງມີປະສິດທິພາບ, ຮັບປະກັນຄວາມຄືບໜ້າຂອງບັນດາໂຄງການຮ່ວມມືທີ່ສຳຄັນ; ເຫັນດີເປັນເອກະພາບກັນພະຍາຍາມຍົກລະດັບການຮ່ວມມື, ເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ທັງການເຊື່ອມຕໍ່ແບບຮາດແວ (ດ້ານໂຄງລ່າງພື້ນຖານ) ແລະ ການເຊື່ອມຕໍ່ແບບຊອບແວ (ດ້ານກົນໄກ, ນະໂຍບາຍ), ກ້າວໄປເຖິງເປົ້າໝາຍມູນຄ່າການຄ້າສອງຝ່າຍບັນລຸ 5 ຕື້ໂດລາສະຫະລັດ; ພ້ອມທັງມີນະໂຍບາຍອຸປະຖຳແກ່ບັນດາວິສາຫະກິດໃຫຍ່ຂອງ ຫວຽດນາມ ທີ່ມີທ່າແຮງລົງທຶນຢູ່ ສປປ.ລາວ; ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງ, ປ້ອງກັນຊາດ, ໃນນັ້ນໄດ້ຊຸກຍູ້ການຕໍ່ສູ້ປ້ອງກັນ, ສະກັດກັ້ນອາຊະຍາກຳຂ້າມຊາດ, ການຄ້າຂາຍຢາເສບຕິດ, ຄວາມໝັ້ນຄົງທາງ ໄຊເບີ; ສົມທົບກັນໃນການຊອກຄົ້ນ ແລະ ເກັບກູ້ອັດຖິທະຫານອາສາສະໝັກ, ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ສປປ.ລາວ; ຮ່ວມກັນບູລະນະສ້າງສາບັນດາອະນຸສາວະລີພັນທະມິດຕໍ່ສູ້ຂອງສອງປະເທດ.

ທ່ານນາງ ຮອງປະທານປະເທດແຫ່ງ ສສ.ຫວຽດນາມ ແລະ ທ່ານນາງ ຮອງປະທານປະເທດແຫ່ງ ສປປ.ລາວ ໄດ້ເນັ້ນໜັກວ່າໃນສະພາບການທີ່ສະພາບການສາກົນ ແລະ ພາກພື້ນມີສິ່ງທ້າທາຍຫຼາຍຢ່າງ, ສອງຝ່າຍຕ້ອງຮັກສາການຮ່ວມມືຢ່າງແໜ້ນແຟ້ນ, ສົມທົບການຢືນຢັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ, ໂດຍສະເພາະແມ່ນໃນຂອບເຂດການຮ່ວມມື ອາຊຽນ, ສປຊ ແລະ ກົນໄກຮ່ວມມືອະນຸພາກພື້ນທີ່ສອງປະເທດເປັນສະມາຊິກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ການຮ່ວມມື ແລະ ການພັດທະນາຂອງພາກພື້ນ ແລະ ຂອງໂລກ.

ປະຕິບັດໂດຍ: VNP/VNA

07 ເດື​ອນ​ຜ່ານ​ມາ, ຫວຽດ​ນາມ ຍົກ​ລະ​ດັບ​ການ​ພົວ​ພັນ​ກັບ 11 ປະ​ເທດ

07 ເດື​ອນ​ຜ່ານ​ມາ, ຫວຽດ​ນາມ ຍົກ​ລະ​ດັບ​ການ​ພົວ​ພັນ​ກັບ 11 ປະ​ເທດ

ຕອນເຊົ້າວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ອົງຄະນະພັກລັດຖະບານ ໄດ້ຈັດກອງປະຊຸມການລາຍງານເດືອນ ສິງຫາ 2025.

Top