ຂ່າວສານ

ຫວຽດນາມ ແລະ ລາວ ສືບຕໍ່ຮັດແໜ້ນສາຍພົວພັນອັນພິເສດ ແລະ ການຮ່ວມມືຮອບດ້ານ

ຕາມຂ່າວສານຫວຽດນາມ ປະຈຳ ສປປ. ລາວ, ຕອບສະໜອງຕາມຄຳເຊີນຂອງທ່ານນາງ ປານີ ຢາທໍຕູ, ຮອງປະທານປະເທດແຫ່ງ ສປປ.ລາວ, ທ່ານນາງ ຫວໍທິແອ໋ງຊວນ, ຮອງປະທານປະເທດແຫ່ງ ສສ.ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 21-22 ສິງຫາ 2025. ໃນຂອບເຂດການຢ້ຽມຢາມ, ຕອນບ່າຍວັນທີ 21 ສິງຫາ ຢູ່ນະຄອນຫຼວງ ວຽງຈັນ, ທ່ານນາງ ຫວໍທິແອ໋ງຊວນ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ແລະ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ.ລາວ.
ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ (ຂວາ) ໃຫ້ການຕ້ອນຮັບ ທ່ານນາງ ຫວໍທິແອ໋ງຊວນ, ຮອງປະທານປະເທດແຫ່ງ ສສ.ຫວຽດນາມ ແລະ ຄະນະ. ພາບ: ຊວນຕູ/VNA

ທ່ານ​ນາງ ຫວໍທິແອ໋ງຊວນ, ຮອງ​ປະທານ​ປະເທດ​ແຫ່ງ ສສ.ຫວຽດນາມ ໄດ້​ສະແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ເດີນທາງ​ມາ​ຢ້ຽມຢາມ ສປປ.ລາວ ຢ່າງ​ເປັນ​ທາງການ; ສະແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ທ່ານ ທອງ​ລຸນ ສີ​ສຸ​ລິດ, ເລຂາທິການ​ໃຫຍ່, ປະທານ​ປະເທດ​ແຫ່ງ ສປປ.ລາວ ແລະ ທ່ານ ສອນ​ໄຊ ສີ​ພັນ​ດອນ, ນາຍົກລັດຖະມົນຕີ​ແຫ່ງ ສປປ.ລາວ ທີ່​ໄດ້​ໃຫ້​ຄວາມ​ເອົາໃຈໃສ່​ຢ່າງ​ພິເສດ​ຕໍ່​ຄະນະ; ພ້ອມ​ທັງ​ຝາກ​ຄຳ​ຢື້​ຢາມ​ຖາມ​ຂ່າວ, ຄຳ​ອວຍພອນ​ໃຫ້​ມີ​ສຸຂະພາບ​ທີ່​ດີ​ທີ່​ສຸດ​ຂອງ ທ່ານ ໂຕເລີມ, ເລຂາທິການ​ໃຫຍ່; ທ່ານ ເລືອງ​ເກື່ອງ, ປະທານ​ປະເທດ; ທ່ານ ຟ້າມມິງຈິ໋ງ, ນາຍົກລັດຖະມົນຕີ ແລະ ທ່ານ ເຈີ່ນ​ແທງ​ເໝີນ, ປະທານ​ສະພາ​ແຫ່ງ​ຊາດ ເຖິງ​ສະຫາຍ ທອງ​ລຸນ ສີ​ສຸ​ລິດ, ສະຫາຍ ສອນ​ໄຊ ສີ​ພັນ​ດອນ ແລະ ບັນດາ​ສະຫາຍ​ການ​ນຳ​ຂັ້ນ​ສູງ​ຂອງ ສປປ.ລາວ; ຊົມ​ເຊີຍ​ຕໍ່​ບັນດາ​ຜົນ​ງານ​ອັນ​ຍິ່ງ​ໃຫຍ່ ແລະ ສຳຄັນ​ທີ່ ສປປ.ລາວ ຍາດ​ມາ​ໄດ້​ໃນ​ໄລຍະ​ເກືອບ 40 ປີ​ແຫ່ງ​ການ​ປ່ຽນແປງ​ໃໝ່; ພ້ອມ​ທັງ​ສະແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ການ​ນຳພາ​ອັນ​ສະຫຼາດ​ສ່ອງ​ໃສ່​ຂອງ​ພັກ​ປະຊາຊົນ​ປະຕິວັດ​ ລາວ ທີ່​ມີ​ສະຫາຍ ທອງ​ລຸນ ສີ​ສຸ​ລິດ ເປັນ​ເລຂາທິການ​ໃຫຍ່, ປະທານ​ປະເທດ, ປະເທດ​ ລາວ​ ອ້າຍ​ນ້ອງ​ຈະ​ປະຕິບັດ​ສຳເລັດ​ຜົນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ ແລະ ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ໃຫ້​ໄດ້​ຮັບ​ຜົນສຳເລັດ, ສ້າງ​ປະເທດ​ຊາດ​ລາວ​ໃຫ້​ນັບ​ມື້​ນັບ​ຈະເລີນ​ຮຸ່ງ​ເຮືອງ ແລະ ສີວິໄລ.

ທ່ານ​ນາງ ຫວໍທິແອ໋ງຊວນ, ຮອງ​ປະທານ​ປະເທດ​ແຫ່ງ ສສ.ຫວຽດນາມ ໄດ້​ແຈ້ງ​ສະພາບ​ການ​ທີ່​ພົ້ນ​ເດັ່ນ​ຂອງ ​ຫວຽດນາມ​ ໃນ​ໄລຍະ​ມໍ່ໆ​ມາ​ນີ້​ ໃຫ້​ທ່ານ ທອງ​ລຸນ ສີ​ສຸ​ລິດ, ເລຂາທິການ​ໃຫຍ່, ປະທານ​ປະເທດ​ແຫ່ງ ສປປ.ລາວ ແລະ ທ່ານ ສອນ​ໄຊ ສີ​ພັນ​ດອນ, ນາຍົກລັດຖະມົນຕີ​ແຫ່ງ ສປປ.ລາວ; ລາຍ​ງານ​ກ່ຽວ​ກັບ​ຜົນ​ຂອງ​ການ​ພົບ​ປະ​ສອງ​ຝ່າຍ​ຢ່າງ​ມີ​ເນື້ອ​ໃນ​ລະອຽດ ແລະ ມີ​ປະສິດທິພາບ​ກັບ​ທ່ານ​ນາງ ປານີ ຢາທໍຕູ, ຮອງ​ປະທານ​ປະເທດ, ເຊິ່ງ​ສອງ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ສູງ​ຕໍ່​ບັນດາ​ມາດ​ຕະການ​ເພື່ອ​ເພີ່ມ​ທະວີ​ສາຍພົວພັນ​ອັນ​ພິເສດ​ລະຫວ່າງ​ສອງ​ປະເທດ​ເວົ້າ​ລວມ, ໃນ​ນັ້ນ​ໄດ້​ເນັ້ນ​ເຖິງ​ຄວາມ​ຈຳ​ເປັນ​ໃນ​ການ​ຊຸກຍູ້​ວຽກ​ງານ​ໂຄສະນາ​ສຶກ​ສາ​ກ່ຽວ​ກັບ​ມູນ​ເຊື້ອ​ສາຍພົວພັນ ຫວຽດນາມ - ລາວ ໃຫ້​ແກ່​ທຸກ​ຊັ້ນຄົນ​ໃນ​ສັງຄົມ.

ທ່ານ​ນາງ ຫວໍທິແອ໋ງຊວນ, ຮອງ​ປະທານ​ປະເທດ​ແຫ່ງ ສສ.ຫວຽດນາມ ໄດ້​ເນັ້ນ​ໜັກ​ວ່າ ດ້ວຍ​ການ​ຊີ້ນຳ​ຢ່າງ​ເດັດດ່ຽວ​ຂອງ​ກົມ​ການເມືອງ​ສອງ​ປະເທດ, ໂດຍ​ສະເພາະ​ແມ່ນ​ສອງ​ສະຫາຍ​ເລຂາທິການ​ໃຫຍ່, ພ້ອມ​ດ້ວຍ​ຄວາມ​ພະຍາຍາມ​ຂອງ​ບັນດາ​ກະຊວງ, ຂະແໜງການ, ໃນ​ໄລຍະ​ເວລາ​ອັນ​ສັ້ນ ບັນດາ​ໂຄງການ ແລະ ເນື້ອ​ໃນ​ການ​ຮ່ວມມື​ຍຸດ​ທະ​ສາດ​ທີ່​ສຳຄັນ​ຈຳນວນ​ໜຶ່ງ​ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ, ສ້າງ​ບາດກ້າວ​ບຸກ​ທະລຸ​ໃໝ່​ໃນ​ສາຍພົວພັນ​ສອງ​ຝ່າຍ. ທ່ານ​ນາງ ຮອງ​ປະທານ​ປະເທດ ຫວໍທິແອ໋ງຊວນ ໄດ້​ສະແດງ​ຄວາມ​ຂອບ​ໃຈ ແລະ ຕີ​ລາຄາ​ສູງ​ຕໍ່​ການ​ທີ່​ພັກ, ລັດ​ແຫ່ງ ສປປ.ລາວ ຈະ​ຈັດ​ພິທີ​ຮັບຮອງ​ເອົາ​ສະຖານທີ່​ສຳຄັນ “ເສັ້ນທາງ​ສາຍ​ພູຫຼວງ - ເສັ້ນທາງ​ ໂຮ່​ຈີ​ມິນ ​ຢູ່​ດິນແດນ ສປປ.ລາວ” ເປັນ​ມໍລະດົກ​ທາງ​ປະຫວັດສາດ​ແຫ່ງ​ຊາດ​ຂອງ ສປປ.ລາວ, ເຊິ່ງ​ສືບຕໍ່​ຢືນຢັນ​ຄຸນຄ່າ​ທາງ​ປະຫວັດສາດ​ຮ່ວມ​ກັນ, ສະແດງ​ໃຫ້​ເຫັນ​ການ​ເຄົາລົບ​ນັບຖື ແລະ ໃຫ້​ກຽດ​ຕໍ່​ນ້ຳໃຈ​ສາມັກຄີ, ການ​ພົວພັນ​ອັນ​ແໜ້ນ​ແຟ້ນ, ບໍລິສຸດ ແລະ ຈິງ​ໃຈ​ລະຫວ່າງ​ສອງ​ປະເທດ​ ຫວຽດນາມ - ລາວ; ພ້ອມ​ທັງ​ສະແດງ​ຄວາມ​ຂອບ​ໃຈ ແລະ ປາດ​ຖະໜາ​ຢາກ​ໃຫ້​ລັດຖະບານ ສປປ.ລາວ ສືບຕໍ່​ເອົາໃຈໃສ່ ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ຊາວ ​ຫວຽດນາມ ​ທີ່​ອາໄສ​ຢູ່ ສປປ.ລາວ ໄດ້​ເຮັດ​ການ​ຄ້າ.

ທ່ານ ທອງ​ລຸນ ສີ​ສຸ​ລິດ, ເລຂາທິການ​ໃຫຍ່, ປະທານ​ປະເທດ​ແຫ່ງ ສປປ.ລາວ ໄດ້​ຕ້ອນຮັບ ແລະ ຕີ​ລາຄາ​ສູງ​ຕໍ່​ຄວາມ​ໝາຍ​ສຳຄັນ​ຂອງ​ການ​ເດີນທາງ​ມາ​ຢ້ຽມຢາມ​ຢ່າງ​ເປັນ​ທາງການ​ຂອງ​ທ່ານ​ນາງ ຫວໍທິແອ໋ງຊວນ, ຮອງ​ປະທານ​ປະເທດ​ແຫ່ງ ສສ.ຫວຽດນາມ, ເຊິ່ງ​ໄດ້​ປະກອບສ່ວນ​ສືບຕໍ່​ເສີມ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ການເມືອງ ແລະ ເພີ່ມພູນຄູນສ້າງ​ໃຫ້​ແກ່​ສາຍພົວພັນ​ອັນ​ພິເສດ​ລະຫວ່າງ​ສອງ​ປະເທດ; ຊົມ​ເຊີຍ​ຕໍ່​ບັນດາ​ຜົນ​ງານ​ອັນ​ຍິ່ງ​ໃຫຍ່, ຮອບດ້ານ ແລະ ມີ​ຄວາມ​ໝາຍ​ທາງ​ປະຫວັດສາດ​ທີ່ ສສ.ຫວຽດນາມ ຍາດ​ມາ​ໄດ້​ໃນ​ໄລຍະ​ທີ່​ຜ່ານ​ມາ; ຕີ​ລາຄາ​ສູງ​ຕໍ່​ຜົນ​ການ​ຮ່ວມມື​ລະຫວ່າງ​ສອງ​ປະເທດ​ໃນ​ໄລຍະ​ຜ່ານ​ມາ​ໃນ​ທຸກ​ຂົງເຂດ​ທີ່​ມີ​ຫຼາຍ​ຈຸດ​ພົ້ນ​ເດັ່ນ, ໂດຍ​ສະເພາະ​ແມ່ນ​ບັນດາ​ໂຄງການ​ຮ່ວມມື​ຍຸດ​ທະ​ສາດ​ທີ່​ສຳຄັນ​ລະຫວ່າງ​ສອງ​ຝ່າຍ​ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ​ຢ່າງ​ຕັ້ງໜ້າ; ສະແດງ​ຄວາມ​ຂອບ​ໃຈ​ຢ່າງ​ພິເສດ​ຕໍ່​ການ​ຊ່ວຍເຫຼືອ​ອັນ​ໃຫຍ່​ຫຼວງ​ຂອງ​ພັກ, ລັດ​ແຫ່ງ ສສ.ຫວຽດນາມ ທີ່​ໄດ້​ໃຫ້​ແກ່ ສປປ.ລາວ ມາ​ຮອດ​ປັດຈຸບັນ, ໃນ​ນັ້ນ​ເນັ້ນ​ໜັກ​ເຖິງ​ຄຸນຄ່າ ແລະ ຄວາມ​ໝາຍ​ສຳຄັນ​ທີ່ ສສ.ຫວຽດນາມ ໄດ້​ຊ່ວຍ​ຝຶກ​ອົບຮົມ​ບຸກ​ຄະລາ​ກອນ​ໃຫ້​ແກ່ ສປປ.ລາວ, ເຊິ່ງ​ໄດ້​ສະແດງ​ອອກ​ຜ່ານ​ບັນດາ​ໂຄງການ​ທີ່​ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ, ເປັນ​ສັນຍາ​ລັກ​ແຫ່ງ​ສາຍພົວພັນ​ອັນ​ພິເສດ ຫວຽດນາມ - ລາວ; ເຫັນ​ດີ​ເປັນ​ເອກະ​ພາບ​ສູງ​ຕໍ່​ທິດ​ທາງ​ການ​ຮ່ວມມື​ໃນ​ບັນດາ​ຂົງເຂດ, ເນັ້ນ​ໜັກ​ໃຫ້​ສອງ​ຝ່າຍ​ສືບຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ລະຫວ່າງ​ສອງ​ພັກ, ສອງ​ລັດ​ໃຫ້​ມີ​ປະສິດທິພາບ.

ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ.ລາວ (ຂວາ) ໃຫ້ການຕ້ອນຮັບ ທ່ານນາງ ຫວໍທິແອ໋ງຊວນ, ຮອງປະທານປະເທດແຫ່ງ ສສ.ຫວຽດນາມ ເຂົ້າຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ. ພາບ: ຊວນຕູ/VNA

ໃນ​ການ​ຕ້ອນຮັບ ທ່ານ​ນາງ ຫວໍທິແອ໋ງຊວນ, ຮອງ​ປະທານ​ປະເທດ​ແຫ່ງ ສສ.ຫວຽດນາມ, ທ່ານ ສອນ​ໄຊ ສີ​ພັນ​ດອນ, ນາຍົກລັດຖະມົນຕີ​ແຫ່ງ ສປປ.ລາວ ໄດ້​ເນັ້ນ​ໜັກ​ວ່າ​ ໃນ​ຕໍ່ໜ້າ, ສອງ​ຝ່າຍ​ຕ້ອງ​ສືບຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ສອງ​ພື້ນຖານ​ເສດຖະກິດ, ໂດຍ​ສະເພາະ​ແມ່ນ​ການ​ເຊື່ອມ​ຕໍ່​ດ້ານ​ໂຄງ​ລ່າງ​ພື້ນຖານ, ການ​ເງິນ, ການ​ທະນາຄານ ແລະ ສົມທົບ​ນະໂຍບາຍ​ເພື່ອ​ເຮັດ​ໃຫ້​ການ​ຮ່ວມມື​ເສດຖະກິດ​ກາຍເປັນ​ເສົາ​ຄ້ຳ​ຫຼັກ​ໃນ​ສາຍພົວພັນ​ຮ່ວມມື​ອັນ​ພິເສດ ຫວຽດນາມ - ລາວ; ສະເໜີ​ໃຫ້​ສອງ​ຝ່າຍ​ສືບຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ຊອກ​ຫາ​ວິທີ​ແກ້​ໄຂ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມມື​ເສດຖະກິດ ແລະ ຍົກ​ສູງ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ.

ໃນ​ການ​ພົບ​ປະ​ສອງ​ຝ່າຍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ​ລະຫວ່າງ ທ່ານ​ນາງ ຫວໍທິແອ໋ງຊວນ, ຮອງ​ປະທານ​ປະເທດ​ແຫ່ງ ສສ.ຫວຽດນາມ ກັບ ທ່ານ​ນາງ ປານີ ຢາທໍຕູ, ຮອງ​ປະທານ​ປະເທດ​ແຫ່ງ ສປປ.ລາວ, ສອງ​ຝ່າຍ​ໄດ້​ແຈ້ງ​ສະພາບ​ການ​ຂອງ​ແຕ່​ລະ​ພັກ, ແຕ່​ລະ​ປະເທດ​ໃຫ້​ກັນ​ຊາບ; ພ້ອມ​ທັງ​ແລກປ່ຽນ​ ແລະ ​ຕີ​ລາຄາ​ສະພາບ​ການ​ຮ່ວມມື​ລະຫວ່າງ​ສອງ​ປະເທດ​ໃນ​ໄລຍະ​ທີ່​ຜ່ານ​ມາ, ໃນ​ນັ້ນ​ໄດ້​ຕີ​ລາຄາ​ສູງ​ຕໍ່​ໝາກ​ຜົນ​ການ​ຮ່ວມມື​ລະຫວ່າງ​ສອງ​ປະເທດ​ໃນ​ທຸກ​ຂົງເຂດ​ການເມືອງ, ຄວາມ​ໝັ້ນຄົງ, ປ້ອງ​ກັນ​ຊາດ, ເສດຖະກິດ, ການ​ຄ້າ, ການ​ຮ່ວມມື​ລົງທຶນ, ການ​ສຶກ​ສາ-ວັດທະນະທຳ, ການ​ແລກປ່ຽນ​ປະຊາຊົນ​ທີ່​ພວມ​ພັດທະນາ​ໄປ​ຢ່າງ​ດີ​ງາມ​ທີ່​ສຸດ; ພ້ອມ​ທັງ​ເນັ້ນ​ໜັກ​ວ່າ​ການ​ທີ່​ບັນດາ​ສະຫາຍ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດ, ລັດຖະບານ, ສະພາ​ແຫ່ງ​ຊາດ​ຂອງ​ສອງ​ປະເທດ​ໄດ້​ໄປ​ມາຫາ​ສູ່​ກັນ​ເປັນ​ປົກກະຕິ ແລະ ຮ່ວມ​ເຂົ້າ​ຮ່ວມ​ບັນດາ​ງານ​ສະເຫຼີມສະຫຼອງ​ທີ່​ສຳຄັນ​ຂອງ​ແຕ່​ລະ​ປະເທດ​ນັ້ນ​ແມ່ນ​ຫຼັກຖານ​ທີ່​ມີ​ຊີວິດ​ຊີວາ​ກ່ຽວ​ກັບ​ສາຍພົວພັນ​ຄວາມ​ສາມັກຄີ, ຄວາມ​ຜູກ​ພັນ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ບໍລິສຸດ​ຈິງ​ໃຈ​ລະຫວ່າງ​ສອງ​ຊາດ.

ໂດຍ​ສະເພາະ, ທ່ານ​ນາງ ຮອງ​ປະທານ​ປະເທດ​ແຫ່ງ ສປປ.ລາວ ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ຂອງ​ສອງ​ຝ່າຍ​ໃນ​ວຽກ​ງານ​ການ​ຮັບປະກັນ​ຄວາມ​ໝັ້ນຄົງ, ຄວາມ​ສະຫງົບ​ສຸກ; ການ​ທີ່​ສອງ​ປະເທດ​ໄດ້​ຮ່ວມ​ກັນ​ສົມທົບ​ ແລະ ຊຸກຍູ້​ເພື່ອ​ໃຫ້​ອົງການ​ການ​ສຶກ​ສາ, ວິທະຍາສາດ ແລະ ວັດທະນະທຳ​ຂອງ​ສະຫະ​ປະຊາ​ຊາດ (UNESCO) ຮັບຮອງ​ເອົາ​ສວນ​ປ່າ​ສະຫງວນ​ແຫ່ງ​ຊາດ ຫີນ​ໜາມ​ໜໍ່ ເປັນ​ມໍລະດົກ​ໂລກ​ທາງ​ທຳ​ມະ​ຊາດ​ຂ້າມ​ຊາຍ​ແດນ, ເຊິ່ງ​ຖື​ວ່າ​ເປັນ​ໄຊຊະນະ​ຂອງ​ສາຍພົວພັນ​ຄວາມ​ສາມັກຄີ​ອັນ​ພິເສດ ລາວ-ຫວຽດນາມ.

ບັນຍາກາດກອງປະຊຸມພົບປະສອງຝ່າຍ. ພາບ: ຊວນຕູ/VNA

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ວ່າ​ໃນ​ຕໍ່ໜ້າ​ຈະ​ສືບຕໍ່​ຈັດຕັ້ງ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ທີ່​ໄດ້​ເຊັນ​ກັນ​ຢ່າງ​ມີ​ປະສິດທິພາບ, ຮັບປະກັນ​ຄວາມ​ຄືບ​ໜ້າ​ຂອງ​ບັນດາ​ໂຄງການ​ຮ່ວມມື​ທີ່​ສຳຄັນ; ເຫັນ​ດີ​ເປັນ​ເອກະ​ພາບ​ກັນ​ພະຍາຍາມ​ຍົກ​ລະດັບ​ການ​ຮ່ວມມື, ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ສອງ​ພື້ນຖານ​ເສດຖະກິດ, ທັງ​ການ​ເຊື່ອມ​ຕໍ່​ແບບ​ຮາດ​ແວ (ດ້ານ​ໂຄງ​ລ່າງ​ພື້ນຖານ) ແລະ ການ​ເຊື່ອມ​ຕໍ່​ແບບ​ຊອບ​ແວ (ດ້ານ​ກົນ​ໄກ, ນະໂຍບາຍ), ກ້າວ​ໄປ​ເຖິງ​ເປົ້າ​ໝາຍ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ບັນລຸ 5 ຕື້​ໂດ​ລາ​ສະຫະລັດ; ພ້ອມ​ທັງ​ມີ​ນະໂຍບາຍ​ອຸປະຖຳ​ແກ່​ບັນດາ​ວິ​ສາ​ຫະ​ກິດ​ໃຫຍ່​ຂອງ ຫວຽດນາມ ທີ່​ມີ​ທ່າ​ແຮງ​ລົງທຶນ​ຢູ່ ສປປ.ລາວ; ເພີ່ມ​ທະວີ​ການ​ຮ່ວມມື​ດ້ານ​ຄວາມ​ໝັ້ນຄົງ, ປ້ອງ​ກັນ​ຊາດ, ໃນ​ນັ້ນ​ໄດ້​ຊຸກຍູ້​ການ​ຕໍ່ສູ້​ປ້ອງ​ກັນ, ສະກັດ​ກັ້ນ​ອາຊະຍາ​ກຳ​ຂ້າມ​ຊາດ, ການ​ຄ້າຂາຍ​ຢາ​ເສບ​ຕິດ, ຄວາມ​ໝັ້ນຄົງ​ທາງ ​ໄຊ​ເບີ; ສົມທົບ​ກັນ​ໃນ​ການ​ຊອກ​ຄົ້ນ ແລະ ເກັບ​ກູ້​ອັດຖິ​ທະຫານ​ອາສາ​ສະໝັກ, ຊ່ຽວຊານ ຫວຽດນາມ ທີ່​ເສຍ​ສະຫຼະ​ຊີວິດ​ຢູ່ ສປປ.ລາວ; ຮ່ວມ​ກັນ​ບູລະນະ​ສ້າງ​ສາ​ບັນດາ​ອະນຸສາ​ວະລີ​ພັນທະ​ມິດ​ຕໍ່ສູ້​ຂອງ​ສອງ​ປະເທດ.

ທ່ານ​ນາງ ຮອງ​ປະທານ​ປະເທດ​ແຫ່ງ ສສ.ຫວຽດນາມ ແລະ ທ່ານ​ນາງ ຮອງ​ປະທານ​ປະເທດ​ແຫ່ງ ສປປ.ລາວ ໄດ້​ເນັ້ນ​ໜັກ​ວ່າ​ໃນ​ສະພາບ​ການ​ທີ່​ສະພາບ​ການ​ສາກົນ ແລະ ພາກ​ພື້ນ​ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ສອງ​ຝ່າຍ​ຕ້ອງ​ຮັກສາ​ການ​ຮ່ວມມື​ຢ່າງ​ແໜ້ນ​ແຟ້ນ, ສົມທົບ​ການ​ຢືນ​ຢັນ ແລະ ສະໜັບສະໜູນ​ເຊິ່ງ​ກັນ ແລະ ກັນ, ໂດຍ​ສະເພາະ​ແມ່ນ​ໃນ​ຂອບ​ເຂດ​ການ​ຮ່ວມມື​ ອາ​ຊຽນ, ສປຊ ແລະ ກົນ​ໄກ​ຮ່ວມມື​ອະນຸ​ພາກ​ພື້ນ​ທີ່​ສອງ​ປະເທດ​ເປັນ​ສະມາຊິກ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ສັນຕິພາບ, ການ​ຮ່ວມມື ແລະ ການ​ພັດທະນາ​ຂອງ​ພາກ​ພື້ນ ແລະ ຂອງ​ໂລກ.


top