ການເຊື່ອມໂຍງຢ່າງເລິກເຊິ່ງຂອງ ຫວຽດນາມ ເຂົ້າໃນເຄືອຂ່າຍການສະໜອງສາກົນ ໄດ້ສ້າງທ່າແຮງແກ່ງແຍ້ງລື່ນກາຍທີ່ໂດດເດັ່ນ.
ທ່ານປະລິນຍາເອກ ນາງ Julia Roknifard, ຄູສອນຂັ້ນສູງກ່ຽວກັບການພົວພັນສາກົນຢູ່ ມະຫາວິທະຍາໄລ Taylor (ມາເລເຊຍ) (ພາບ: TTXVN)
“ຫວຽດນາມ ບໍ່ພຽງແຕ່ແມ່ນສູນຜະລິດເທົ່ານັ້ນ, ຫາກຍັງແມ່ນເສົາຄ້ຳທີ່ໝັ້ນແກ່ນດ້ານການທູດໃຫ້ແກ່ທົ່ວພາກພື້ນ”. ນີ້ແມ່ນຂໍ້ສັງເກດຂອງທ່ານປະລິນຍາເອກ ນາງ Julia Roknifard, ຄູສອນຂັ້ນສູງກ່ຽວກັບການພົວພັນສາກົນຢູ່ ມະຫາວິທະຍາໄລ Taylor (ມາເລເຊຍ), ໃນການຕອບສຳພາດຫວ່າງມໍ່ໆມານີ້ກັບນັກຂ່າວສານ ຫວຽດນາມ ປະຈຳ ມາເລເຊຍ, ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ພວມດຳເນີນໄປຢູ່ ຮ່າໂນ້ຍ.
ຕາມທ່ານປະລິນຍາເອກ ນາງ Julia Roknifard ແລ້ວ, ການເຊື່ອມໂຍງຢ່າງເລິກເຊິ່ງຂອງ ຫວຽດນາມ ເຂົ້າໃນເຄືອຂ່າຍການສະໜອງສາກົນ ໄດ້ສ້າງທ່າແຮງແກ່ງແຍ້ງລື່ນກາຍທີ່ໂດດເດັ່ນ. ທາງດ້ານການເມືອງ, ທ່ານໃຫ້ຂໍສັງເກດວ່າ ເລື່ອງ ຫວຽດນາມ ຢືດໝັ້ນເດີນຕາມຫຼັກການບໍ່ແຊກແຊງ ແລະ ຮັກສາຫຼັກໝັ້ນເປັນກາງໃນບັນດາການປະທະກັນຢູ່ພາກພື້ນ ໄດ້ເຮັດໃຫ້ ຫວຽດນາມ ກາຍເປັນຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈ ແລະ ແມ່ນກຳລັງທີ່ມີລັກສະນະຕັດສິນໃນການຊອກຫາຄວາມເຫັນດີເຫັນພ້ອມໃນ ອາຊຽນ. ດ້ວຍການກະກຽມຢ່າງລອບຄອບຖີ່ຖ້ວນນັບທັງກຳລັງບົ່ມຊ້ອນດ້ານເສດຖະກິດ ແລະ ທີ່ຕັ້ງການທູດ, ທ່ານຢືນຢັນວ່າ ຫວຽດນາມ ພວມຢືນຢູ່ຕໍ່ໜ້າໂອກາດໃຫຍ່ເພື່ອຢືນຢັນລະດັບຜົນສະທ້ອນ ແລະ ນຳພາບັນດາຄວາມມານະພະຍາຍາມເຊື່ອມໂຍງເຂົ້າກັບສາກົນຂອງທັງປະຊາຄົມ ອາຊຽນ ໃນໄລຍະໃໝ່.
(ແຫຼ່ງຄັດຈາກ VOV)