• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແມ່ນປະເທດ JICA ວາງຈຸດສຸມບຸລິມະສິດຮ່ວມມືຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້

ສ່ວນທ່ານ Shimizu Akira ຂໍສະແດງຄວາມຂອບອົບຂອບໃຈການສະໜັບສະໜູນຂອງກະຊວງການຕ່າງປະເທດ ຫວຽດນາມ ກໍ່ຄືທ່ານຮອງລັດຖະມົນຕີ ຫງວຽນມິງຫວູ ເອງ ຕໍ່ການເຄື່ອນໄຫວຂອງຫ້ອງການຜູ້ຕາງໜ້າ JICA ຫວຽດນາມ ແລະ ກະໂຕທ່ານເອງ ໃນອາຍຸການປະຕິບັດງານຢູ່ ຫວຽດນາມ ນັບແຕ່ເດືອນ ມີນາ 2020.
ທ່ານ Shimizu Akira ຫົວໜ້າອົງການຕາງໜ້າຮ່ວມມືສາກົນ ຍີ່ປຸ່ນ(JICA)

ຫວຽດນາມ ແມ່ນປະເທດ JICA ວາງຈຸດສຸມບຸລິມະສິດຮ່ວມມືຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ - ນີ້ແມ່ນຄຳຢືນຢັນຂອງທ່ານ Sugano Yuichi, ຫົວໜ້າອົງການຕາງໜ້າຮ່ວມມືສາກົນ ຍີ່ປຸ່ນ ຄົນໃໝ່ (JICA) ຢູ່ ຫວຽດນາມ ໃນວັນທີ 24 ມີນາ, ຢູ່ຮ່າໂນ້ຍ, ທີ່ການພົບປະກັບທ່ານ ຫງວຽນມິງຫວູ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເນື່ອງໃນໂອກາດທ່ານຮອງລັດຖະມົນຕີການຕ່າງປະເທດ ຕ້ອນຮັບທ່ານ Shimizu Akira, ຫົວໜ້າອົງການ JICA ປະຈຳ ຫວຽດນາມ, ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ ແລະ  ສະເໜີຫົວໜ້າຜູ້ສືບທອດ ຄົນໃໝ່ Sugano Yuichi. ທ່ານ Sugano Yuichi ກໍ່ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນທີ່ການນຳ ຍີ່ປຸ່ນ ຫຼາຍທ່ານມີຄວາມສົນໃຈ.

ສ່ວນທ່ານ Shimizu Akira ຂໍສະແດງຄວາມຂອບອົບຂອບໃຈການສະໜັບສະໜູນຂອງກະຊວງການຕ່າງປະເທດ ຫວຽດນາມ ກໍ່ຄືທ່ານຮອງລັດຖະມົນຕີ ຫງວຽນມິງຫວູ ເອງ ຕໍ່ການເຄື່ອນໄຫວຂອງຫ້ອງການຜູ້ຕາງໜ້າ JICA ຫວຽດນາມ ແລະ ກະໂຕທ່ານເອງ ໃນອາຍຸການປະຕິບັດງານຢູ່ ຫວຽດນາມ ນັບແຕ່ເດືອນ ມີນາ 2020.

ທ່ານຮອງລັດຖະມົນຕີຜູ້ປະຈຳການ ຫງວຽນມິງຫວູ ສະເໜີໃຫ້ທ່ານ Shimizu, ໃນຖານະຕຳແໜ່ງໃຫມ່ຢູ່ JICA ຍີ່ປຸ່ນ, ຈະສືບຕໍ່ເອົາໃຈໃສ່, ສະໜັບສະໜູນການຮ່ວມມືໃນຫຼາຍດ້ານກັບ ຫວຽດນາມ. ສຳລັບທ່ານຫົວໜ້າອົງການ JICA ຫວຽດນາມ ຄົນໃໝ່, ທ່ານຮອງລັດຖະມົນຕີ ຫວັງວ່າ ທ່ານ Sugano Yuichi  ຈະຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດທີ່ທັງສອງຝ່າຍມີຄວາມສົນໃຈ; ຢັ້ງຢືນກະຊວງການຕ່າງປະເທດ ຫວຽດນາມ ຍາມໃດກໍ່ກຽມພ້ອມຮ່ວມມື, ໜູນຊ່ວຍເພື່ອໃຫ້ບັນດາໂຄງການຮ່ວມມືໄດ້ຮັບການຜັນຂະຫຍາຍຢ່າງສະດວກ, ເໝາະສົມກັບຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນສອງປະເທດ.

 

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top