• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ຫວຽດນາມ-ລາວ ຊຸກຍູ້ການຮ່ວມມືບໍາລຸງສ້າງດ້ານວິທະຍາສາດ-ເຕັກໂນໂລຊີ

ໃນບັນຍາກາດຂໍ່ານັບຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ໃນວັນທີ 15 ທັນວາ, ທີ່ນະຄອນ ໄກສອນ ພົມວິຫານ, ພະແນກສຶກສາທິການ ແລະກິລາແຂວງສະຫວັນນະເຂດ ໄດ້ສົມທົບກັບໂຮງຮຽນມິດຕະພາບລາວ-ຫວຽດນາມ ແຂວງສະຫວັນນະເຂດ ຈັດການແຂ່ງຂັນ VR Robots ຊັ້ນມັດທະຍົມຕອນປາຍ ປະຈໍາປີ 2025.

ກ່າວຄຳເຫັນທີ່ເຫດການ, ທ່ານນາງ ດັ້ງທິຫາຍເຕິມ, ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳແຂວງສະຫວັນນະເຂດ ໄດ້ຍົກອອກຄວາມໝາຍຂອງການແຂ່ງຂັນ Robots ຄັ້ງທຳອິດ, ໂດຍຖືວ່ານີ້ແມ່ນການເຄື່ອນໄຫວແທດຈິງປະກອບສ່ວນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໜຸ່ມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາວິທະຍາສາດ-ເຕັກໂນໂລຊີໃນອະນາຄົດ, ພ້ອມທັງເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງຫວຽດນາມ ແລະລາວ.

ບັນດາຜູ້ສອບເສັງ ປະຕິບັດເນື້ອໃນແຂ່ງຂັນ. ພາບ: ສໍານັກຂ່າວສານຫວຽດນາມ

ການແຂ່ງຂັນ VR Robots ຊັ້ນມັດທະຍົມຕອນປາຍ ປະຈໍາປີ 2025 ໄດ້ຈັດຂຶ້ນເປັນຄັ້ງທໍາອິດ ຢູ່ແຂວງສະຫວັນນະເຂດ, ດຶງດູດການເຂົ້າຮ່ວມຂອງຫຼາຍທີມໃນໂຮງຮຽນມິດຕະພາບລາວ-ຫວຽດນາມ. ການແຂ່ງຂັນລວມມີ 3 ຮອບ, ໃນແຕ່ລະຮອບ, ຜູ້ສອບເສັງຕ້ອງໝູນໃຊ້ຄວາມຮູ້ດ້ານວິທະຍາສາດ, ເຕັກໂນໂລຊີ, ເຕັກນິກ ແລະຄະນິດສາດ (STEM) ເຂົ້າໃນການອອກແບບ, ສ້າງໂປຼແກຼມ ແລະບັນຊາ robot ເພື່ອປະຕິບັດໜ້າທີ່ລະອຽດໂດຍຄະນະຈັດຕັ້ງວາງອອກ. ບັນດາສິ່ງທ້າທາຍ ບໍ່ພຽງແຕ່ຮຽກຮ້ອງຈິນຕະນາການ logic, ຄວາມສາມາດປະດິດຄິດສ້າງເທົ່ານັ້ນ, ຫາກຍັງຮຽກຮ້ອງໃຫ້ມີຈິດໃຈເຮັດວຽກເປັນທີມ, ທັກສະແກ້ໄຂບັນຫາ ແລະຄວາມສາມາດຮັບມືຢ່າງໄຫວພິບອີກດ້ວຍ.

ຜ່ານການແຂ່ງຂັນຄັ້ງນີ້, ພວກນ້ອງນັກຮຽນໄດ້ມີໂອກາດເຂົ້າເຖິງເຕັກໂນໂລຊີທີ່ທັນສະໄໝ, ສ້າງຄວາມລື້ງເຄີຍກັບການສ້າງໂປຼແກຼມ ແລະ robotics, ຜ່ານນັ້ນ, ປະກອບສ່ວນຍົກສູງຄຸນນະພາບການຮຽນ-ການສອນວິຊາວິທະຍາສາດທຳມະຊາດ ຕາມທິດຝຶກຫັດ ແລະໝູນໃຊ້. ນີ້ກໍ່ແມ່ນໂອກາດເພື່ອໃຫ້ຄູອາຈານແລກປ່ຽນປະສົບການໃນການສອນ STEM, ນຳຮູບແບບການສຶກສາທີ່ກ້າວໜ້າເຂົ້າໃນຫຼັກສູດຂອງໂຮງຮຽນເທື່ອລະກ້າວ.

ທ່ານນາງ ດັ້ງທິຫາຍເຕິມ, ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳແຂວງສະຫວັນນະເຂດ ມອບຂັນໃຫ້ແກ່ທີມໄດ້ຮັບລາງວັນທີໜຶ່ງ. ພາບ: ສໍານັກຂ່າວສານຫວຽດນາມ

ສິ້ນສຸດການແຂ່ງຂັນ, ຄະນະຈັດຕັ້ງ ໄດ້ມອບລາງວັນໃຫ້ແກ່ບັນດາທີມຍາດໄດ້ຜົນງານດີເດັ່ນ, ຮັບຮູ້ຄວາມມານະພະຍາຍາມ ແລະການປະດິດຄິດສ້າງຂອງພວກນ້ອງນັກຮຽນ. ການແຂ່ງຂັນດັ່ງກ່າວໄດ້ສ້າງຄວາມປະທັບໃຈ, ໝັ້ນໝາຍຈະກາຍເປັນກິດຈະກໍາປະຈຳປີ, ປະກອບສ່ວນຊຸກຍູ້ຂະບວນການຮໍ່າຮຽນ, ຄົ້ນຄວ້າວິທະຍາສາດ, ປ່ຽນແປງໃໝ່ປະດິດຄິດສ້າງໃນໄວໜຸ່ມແຂວງສະຫວັນນະເຂດ.

(ແຫຼ່ງຄັດຈາກ ໜັງສືພິມກອງທັບປະຊາຊົນ)

ການເລືອກຕັ້ງຢູ່ເຂດພິເສດ ເຈື່ອງຊາ

ການເລືອກຕັ້ງຢູ່ເຂດພິເສດ ເຈື່ອງຊາ

ວັນທີ 15 ມີນາ 2026, ຜູ້ມີສິດເລືອກຕັ້ງຢູ່ຈຸດປ່ອນບັດທີ 14, ເຂດພິເສດ ເຈື່ອງຊາ (ແຂວງ ແຄ໋ງຮວ່າ) ໄດ້ປະຕິບັດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆ ສົກປີ 2026 - 2031.

Top