• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຈະສືບຕໍ່ປະກອບສ່ວນເພື່ອໃຫ້ ອາຊຽນ ເຕີບໃຫຍ່ເຂັ້ມແຂງ ແລະ ພັດທະນາ

ເລື່ອງເປັນຄັ້ງທຳອິດທີ່ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 48 ໃນຖານະຕຳແໜ່ງໃໝ່ນັ້ນ ແມ່ນການສືບຕໍ່ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ຕໍ່ກັບ ອາຊຽນ
  ທ່ານ​ນາງ ໂຕນ​ທິງ​ອັກ​ເຮືອງ, ​ເອກ​ອັ​ກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ອາ​ຊຽນ  

ຕອນ​ເຊົ້າ​ວັນ​ທີ 07 ພຶດ​ສະ​ພາ, ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ ຮ່າ​ໂນ້ຍ ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 48 ຢູ່​ນະ​ຄອນ Cebu, ຟີ​ລິບ​ປິນ ແຕ່​ວັນ​ທີ 07 – 08 ພຶ​ດ​ສະ​ພາ ຕາມ​ຄຳ​ເຊີນ​ຂອງ​ທ່ານ Ferdinand Romualdez Marcos Jr, ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ, ປະ​ທານ ອາ​ຊຽນ ປີ 2026.

ທ່ານ​ນາງ ໂຕນ​ທິງ​ອັກ​ເຮືອງ, ​ເອກ​ອັ​ກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ອາ​ຊຽນ, ໃຫ້​ຮູ້​ວ່າ:

“ເລື່ອງເປັນ​ຄັ້ງ​ທຳ​ອິດ​ທີ່​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 48 ໃນ​ຖາ​ນະ​ຕຳ​ແໜ່ງ​ໃໝ່​ນັ້ນ ແມ່ນ​ການ​ສືບ​ຕໍ່​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຂອງ ຫວຽດ​ນາມ ​ຕໍ່​ກັບ ອາ​ຊຽນ ແລະ ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​​ທີ່ ຫວຽດ​ນາມ ຈະ​ສືບ​ຕໍ່​ປະ​ກອບ​ສ່ວນ​ເພື່ອ​ໃຫ້ ອາ​ຊຽນ ເຕີບ​ໃຫຍ່, ເຂັ້ມ​ແ​ຂງ ແລະ ມີ​ບົດ​ບາດ, ທີ່​ຕັ້ງ​ທີ່​ນັບ​ມື້​ນັບ​ສູງ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ. ຫວຽດ​ນາມ ຈະ​ສືບ​ຕໍ່​ເຂົ້າ​ຮ່ວມ​, ປະ​ກອບ​ສ່ວນ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ຢ່າງ​ຕັ້ງ​ໜ້າ, ກ່ອນ​ອື່ນ​ໝົດ​ແມ່ນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຮັບ​ມື​ ແລະ ປະ​ສານ​ງານ​ລວມ​ຂອງ ອາ​ຊຽນ ຕໍ່​ໜ້າ​ບັນ​ດາ​ການ​ຜັນ​ແປ​ທີ່​ສັບ​ສົນ​ຂອງ​ສະ​ພາບ​ການ​ສາ​ກົນ, ພາກ​ພື້ນ ອາ​ຊຽນ, ໂດຍ​ສະ​ເພາະ​ແມ່ນ​ຜົນ​ສະ​ທ້ອນ​ຂອງ​ການ​ປ​ະ​ທະ​ກັນ​ຢູ່ ຕາ​ເວັນ​ອອກ​ກາງ ທີ່​ມີ​ຕໍ່​ພາກ​ພື້​ນ ອາ​ຊຽນ”.

ຕາມ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູ​ດ ​ນາງ ໂຕນ​ທິງ​ອັກ​ເຮືອງ ແລ້ວ, ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ຈະ​ພ້ອມ​ກັບ​ບັນ​ດາ​ການ​ນຳ ອາ​ຊຽນ ແລກ​ປ່ຽນ, ວາງ​ອອກ​ບັນ​ດາ​ການ​ກຳ​ນົດ​ທິດ​ເພື່ອສົມ​ທົບ​ກັນ​ແກ້​ໄຂ​​ຂອງ ອາ​ຊຽນ ຕໍ່​ໜ້າ​ບັນ​ດາ​ສິ່ງ​ທາ​ທາຍ​ຈາກ​ສະ​ພາບ​ແວດ​ລ້ອມ​ດ້ານ​ພູມ​ສາດ​ການ​ເມືອງ, ພູມ​ສາດ​ເສດ​ຖະ​ກິດ​ທີ່​ພວມ​ມີ​ການ​ຜັນ​ແປ​ຢ່າງວ່ອງ​ໄວ, ສັບ​ສົນ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ.

(ແຫຼ່ງຄັດຈາກ VOV)

ແຕ່ວັນທີ 07 ພຶດສະພາ, ຜັນຂະຫຍາຍບັນດາມາດຕະການສະກັດກັ້ນການກະທຳລະເມີດສິດຊັບສິນທາງປັນຍາຢ່າງຂ້ຽວຂາດ

ແຕ່ວັນທີ 07 ພຶດສະພາ, ຜັນຂະຫຍາຍບັນດາມາດຕະການສະກັດກັ້ນການກະທຳລະເມີດສິດຊັບສິນທາງປັນຍາຢ່າງຂ້ຽວຂາດ

ທ່ານ ໂຮ່ກວັກຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ເຊັນໂທລະເລກທີ 38/2026 ກ່ຽວກັບການສຸມໃສ່ຊີ້ນຳການປະຕິບັດບັນດາມາດຕະການຕໍ່ສູ້, ສະກັດກັ້ນ, ແກ້ໄຂການກະທຳລະເມີດສິດຊັບສິນທາງປັນຍາໃນຂອບເຂດທົ່ວປະເທດນັບແຕ່ວັນທີ 07 ພຶດສະພາ 2026 ຢ່າງຂ້ຽວຂາດ.

Top