• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ຫວີງຕຽນ-ສັນຍາລັກຂອງເຂດປ່າຈາກ ເບັນແຈ

ຫວີງຕຽນ ເປັນບໍລິສັດຕາງໜ້າໃຫ້ແກ່ເຂດປ່າຈາກ ເບັນແຈ ແນະນຳລົດຊາດພິເສດຂອງເຂົ້າໜົມໝາກພ້າວ ອອກໄປສູ່ ຕະຫຼາດສາກົນ.
ຜູ້ທີ່ເຮັດໃຫ້ແນວຄວາມຄິດສົ່ງອອກເຂົ້າໜົມໝາກພ້າວເຂດ ເບັນແຈ ອອກສູ່ຕ່າງປະເທດ ແມ່ນທ່ານນາງ ດັ້ງທິຈຸກລານຈີ, ເຈົ້າຂອງບໍລິສັດ ຫວີງຕຽນ.

ທ່ານນາງ ລານຈີ ໃຫ້ຮູ້ວ່າ: “ຕັ້ງແຕ່ນ້ອຍ, ຂ້າພະເຈົ້າມີຄວາມມຸ້ງມາດປາດຖະໜາຈະແນະນຳເຂົ້າໜົມໝາກພ້າວຂອງບ້ານເກີດເມືອງນອນອອກສູ່ຕະຫຼາດສາກົນ. ເຖິງປີ 2.000, ຂ້າພະເຈົ້າໄດ້ສ້າງຕັ້ງບໍລິສັດຜະລິດເຂົ້າໜົມໝາກພ້າວ ແລະ ເຖິງປີ 2003, ບັນດາຜະລິດຕະພັນເຂົ້າໜົມໝາກພ້າວຂອງ ຫວີງຕຽນ ເລີ່ມໄດ້ສົ່ງອອກໄປສູ່ຕ່າງປະເທດ”.

ເພີ່ນໃຫ້ຮູ້ເຕີມອີກວ່າ ຫວີງຕຽນ ຈະມີການປັບປຸງ, ເປີດກວ້າງ, ຫັນເປັນຫຼາກຫຼາຍຮູບແບບຜະລິດຕະພັນ, ນຳໃຊ້ແຫຼ່ງວັດຖຸດິບ ແລະ ທາດຫອມໃໝ່ ເພື່ອພັດທະນາການຜະລິດເຂົ້າໜົມໝາກພ້າວ ໃຫ້ເໝາະສົມກັບຄວາມຮຽກຮ້ອງຕ້ອງການຂອງ ຜູ້ບໍລິໂພກ, ເປັນຕົ້ນແມ່ນຕະຫຼາດສາກົນ. 


ເດືອນໜຶ່ງ, ຫວີງຕຽນ ໄດ້ເກັບຊື້ໝາກພ້າວປະມານ 150 ໂຕນ
ຈາກບັນດາສວນປາກໝາກພ້າວຢູ່ ເບັນແຈ. ພາບ: ຫງວຽນລວນ



ເຂົ້າໜົມໝາກພ້າວບໍ່ຕິດແຂ້ວ ໄດ້ຜະລິດຕາມເຕັກໂນໂລຊີ ທັນສະໄໝ, ຄົບວົງຈອນ, ຮັບປະກັນຄວາມປອດໄພດ້ານ ສະບຽງອາຫານ. ພາບ: ດັ້ງກິມເຟືອງ


ເຂົ້າໜົມໝາກພ້າວມີນຳ້ໜັກ ແລະ ຂະໜາດຄືກັນ, ມີກິ່ນຫອມຂອງໝາກພ້າວ. ພາບ: ດັ້ງກິມເຟືອງ


ແຕ່ລະປີ, ຫວີງຕຽນ ໄດ້ຈຳໜ່າຍເຂົ້າໜົມໝາກພ້າວທຸກຊະນິດ ອອກສູ່ຕະຫຼາດ ກວ່າ 1.300 ໂຕນ. ພາບ: ຫງວຽນລວນ


ແມ່ຍິງຢູ່ ເບັນແຈ ສ່ວນຫຼາຍມີຄວາມສະໜິດຕິດພັນກັບ ຕົ້ນໝາກພ້າວ, ກໍ່ຄືອາຊີບປຸງແຕ່ງໝາກພ້າວຢູ່ທ້ອງຖິ່ນ. ພາບ: ດັ້ງກິມເຟືອງ


ຫວີງຕຽນ ກາຍເປັນບ່ອນເກັບຊື້ໝາກພ້າວທີ່ໝັ້ນຄົງໃຫ້ແກ່
ພໍ່ແມ່ປະຊາຊົນປູກໝາກພ້າວຢູ່ ເບັນແຈ. ພາບ: ຫງວຽນລວນ

 
ປັດຈຸບັນ, ບໍລິສັດ ຫວີງຕຽນ ມີເນື້ອທີ່ປູກໝາກພ້າວປະມານ 8.000 ຕາຕະລາງແມັດ ຢູ່ບ້ານ ເຕີນຝູ, ນະຄອນ ເບັນແຈ, ກຳມະກອນ 400 ຄົນເປັນຊາວທ້ອງຖິ່ນ, ຜະລິດເຂົ້າໜົມ ໝາກພ້າວກວ່າ 20 ຊະນິດຈາກໝາກພ້າວທີ່ໄດ້ປູກຢູ່ ເບັນແຈຈຳໜ່າຍອອກດ້ວຍ 2 ຍີ່ຫໍ້ແມ່ນ ອຽນຮວ່າງ ແລະ ຕຽນດາດ. ແຕ່ລະເດືອນ, ຫວີງຕຽນ ໄດ້ເກັບຊື້ໝາກພ້າວ 150 ໂຕນຈາກບັນດາສວນປູກໝາກພ້າວທີ່ ເບັນແຈ, ກາຍເປັນບ່ອນເກັບຊື້ໝາກພ້າວທີ່ໝັ້ນຄົງໃຫ້ແກ່ພໍ່ແມ່ປະຊາຊົນປູກໝາກພ້າວຢູ່ ເບັນແຈ.

ໃນການຜະລິດເຮັດທຸລະກິດ, ທາງບໍລິສັດໄດ້ນຳໃຊ້ຍຸດທະສາດທັງຍົກສູງຄຸນນະພາບ, ຮູບແບບ, ທັງເອົາໃຈໃສ່ເຖິງການກໍ່ສ້າງ,ປົກປັກຮັກສາ, ຂຸດຄົ້ນ ແລະ ພັດທະນາເຄື່ອງໝາຍການຄ້າ.


ຜະລິດຕະພັນ “ເຂົ້າໜົມໝາກພ້າວບໍ່ຕິດແຂ້ວ” ຖືຍີ່ຫໍ້ ອຽນຮວ່າງ. ພາບ: ດັ້ງກິມເຟືອງ


ເຂົ້າໜົມໝາກພ້າວ ອຽນຮວ່າງ ປະກອບສ່ວນດັດແປງ ເຂົ້າໜົມໝາກພ້າວ ມູນເຊື້ອ ທີ່ຜະລິດຕາມແບບ ຫັດຖະກຳ ໃຫ້ດີຂຶ້ນ. ພາບ: ຫງວຽນລວນ


ເຂົ້າໜົມໝາກພ້າວ ອຽນຮວ່າງ ໄດ້ສົ່ງອອກໄປສູ່ຕະຫຼາດ ລາວ, ກຳປູເຈຍ, ໂຮງກົງ, ຈີນ, ອາເມລິກາ, ອົສຕຣາລີ, ກໍ່ຄືຈຳໜ່າຍເຂົ້າລະບົບຮ້ານສັບພະສິນຄ້າຢູ່ນະຄອນ ໂຮ່ຈີມິນ, ຮ່າໂນ້ຍ ແລະ ບັນດາແຂວງພາກຕາເວັນຕົກສ່ຽງໃຕ້.
ພາບ: ຫງວຽນລວນ



ເຂົ້າໜົມໝາກພ້າວ ອຽນຮວ່າງ ໄດ້ຮັບຄວາມນິຍົມຊື້ຂອງຜູ້
ບໍລິໂພກໃນທົ່ວປະເທດ. ພາບ: ດັ້ງກິມເຟືອງ

ພິເສດ, ທາງບໍລິສັດ ກໍ່ໄດ້ນຳໃຊ້ແຜນການຜະລິດສະອາດ ໃນອຸດສາຫະກຳ ຜ່ານແຜນການຮ່ວມມືພັດທະນາ ຫວຽດນາມ-ດານມາກ. ແຕ່ປີ 2009, ຜະລິດຕະພັນຂອງບໍລິສັດ ໄດ້ກະຊວງ ອຸດສາຫະກຳ ແລະ ການຄ້າ ຮັບຮອງແມ່ນປະຕິບັດການຜະລິດທີ່ສະອາດ, ນີ້ເປັນໜຶ່ງໃນບັນດາປັດໄຈທີ່ສຳຄັນ ເພື່ອຕັດສິນໃຫ້ການສົ່ງອອກຜະລິດຕະພັນ ໄປສູ່ບັນດາຕະຫຼາດຕ່າງໆ.

ແຕ່ລະປີ, ບໍລິສັດ ຫວີງຕຽນ ຈຳໜ່າຍເຂົ້າໜົມໝາກພ້າວ ອອກສູ່ຕະຫຼາດໄດ້ກວ່າ 1.300 ໂຕນ, ໃນນັ້ນ ສ່ວນຫຼາຍແມ່ນສົ່ງໄປ ລາວ, ກຳປູເຈຍ, ໂຮງກົງ, ຈີນ, ອາເມລິກາ, ອົສຕຣາລີ, ກໍ່ຄືຈຳໜ່າຍເຂົ້າລະບົບຮ້ານສັບພະສິນຄ້າຢູ່ນະຄອນ ໂຮ່ຈີມິນ, ຮ່າໂນ້ຍ ແລະ ບັນດາແຂວງພາກຕາເວັນຕົກສ່ຽງໃຕ້.

ຈາກການປະກອບສ່ວນຢ່າງຍິ່ງໃຫຍ່ເຂົ້າໃນການນຳເຄື່ອງໝາຍການຄ້າ ເຂົ້າໜົມໝາກພ້າວ ຫວຽດນາມ ອອກສູ່ຕະຫຼາດ ສາກົນ, ປະກອບສ່ວນເຜີຍແຜ່ໂຄສະມາຮູບພາບຂອງບ້ານເກີດເມືອງນອນ,  ທ່ານນາງ ດັ້ງທິຈຸກລານ ໄດ້ຮັບຫຼາຍລາງວັນສູງສົ່ງ ແລະ ປະເສີດຄື: ລາງວັນນັກທຸລະກິດຍິງ ຫວຽດນາມ ດີເດັ່ນ 3 ເທື່ອຕໍ່ເນື່ອງ (2013-2015); ນັກທຸລະກິດຍິງ ອາຊຽນ ດີເດັ່ນ ປີ 2018; ນອນໃນກຸ່ມແມ່ຍິງ ຫວຽດນາມ ດີເດັ່ນ 30 ຄົນ ປີ 2018 ໂດຍສະຫະພັນແມ່ຍິງ ຫວຽດນາມ ມອບໝາຍໃຫ້.
 
ບົດ: ເຊີນເງ້ຍ - ພາບ: ດັ້ງກິມເຟືອງ, ຫງວຽນລວນ

ຍີ່ຫໍ້ ກາເຟ ຫວຽດນາມ ນຳໜ້າໃນການປະຕິບັດຕົວແບບ ເສດຖະກິດໝູນວຽນ

ຍີ່ຫໍ້ ກາເຟ ຫວຽດນາມ ນຳໜ້າໃນການປະຕິບັດຕົວແບບ ເສດຖະກິດໝູນວຽນ

ເມັດ ກາເຟ ຂຽວ ເພື່ອສົ່ງອອກ, ຜະລິດ ກາເຟ ຂົ້ວ ບົດ ແລະ ກາເຟ ຊອງ Coffilia; ຊາ Cascara ຮ່າຈຸກ ຈາກເປືອກ ກາເຟ; ຜະລິດຕະພັນຊີວະພາບ Namigo ຈາກ ຂີ້ ກາເຟ ແລະ ກາບກາເຟ ຫຼື ຝຸ່ນຊີວະພາບ ຈາກເປືອກ ກາເຟ ແລະ ກາບ ກາເຟ... ການປຸງແຕ່ງສິ່ງເສດເຫຼືອ ຂອງຜະລິດຕະພັນ ນີ້ ຈະກາຍເປັນວັດຖຸດິບ ເພື່ອຜະລິດ ໃຫ້ເປັນຜະລິດຕະ ພັນອື່ນໆ ໃນລະບົບນິເວດ, ບໍ່ມີສ່ວນໃດ ຂອງໝາກ ກາເຟ ຖືກປະຖິ້ມ. ນັ້ນ​ແມ່ນ​ຮູບ​ແບບ​ເສດ​ຖະ​ກິດໝູນວຽນ​ທີ່​ກຸ່ມ ບໍລິສັດ​ ກາ​ເຟ ​ມິງ​ຕ໋ຽນ ​ພວມ​ນຳ​ໃຊ້ ແລະ ໄດ້ແນະ​ນຳ​ໃນງານ​ວາງ​ສະ​ແດງ​ໂລກ 2020 (World Expo 2020).

Top