Sokfarm: ເລື່ອງລາວກ່ຽວກັບ “ກະສິກໍາ ແຫ່ງຄວາມສຸກ”
ໃນພາບລວມ ຂອງ ກະສິກໍາ ຫວຽດນາມ ທີ່ກໍາລັງປ່ຽນແປງ ຢ່າງແຮງ, Sokfarm ໄດ້ກາຍເປັນເລື່ອງນິທານ ທີ່ທັນສະໄໝ. ບໍ່ພຽງແຕ່ເປັນວິສາຫະກິດ ແຫ່ງໜຶ່ງ, Sokfarm ຍັງເປັນສັນຍາລັກ ຂອງຄວາມອົດທົນ, ການສ້າງສັນ ແລະ ຄວາມຮັກອັນເລິກເຊິ່ງ ຕໍ່ຄຸນຄ່າຂອງ ທ້ອງຖິ່ນ, ພ້ອມພາລະກິດສ້າງ “ກະສິກໍາແຫ່ງຄວາມສຸກ” ແລະ ນໍາພາຄວາມຍອດຢ້ຽມ ຂອງ ຫວຽດນາມ ສູ່ສາກົນ.
ເລື່ອງລາວຂອງ Sokfarm ເລີ່ມຕົ້ນຈາກຄວາມກັງວົນໃນຊີວິດປະຈໍາວັນ. ເມື່ອເຫັນສະພາບຕົວຈິງຢູ່ບ້ານເກີດເມືອງນອນ ຂອງຕົນທີ່ແຂວງ ຈ່າຫວິງ, ນາງ ແທັກທິຈາທີ ແລະທ່ານ ຟ້າມດິ່ງຫງ໊າຍ ສາມີ, ເຊິ່ງເປັນຜູ້ທີ່ມີຄວາມຮູ້ຄວາມສາມາດສູງ (ຄົນໜຶ່ງ ເປັນຜູ້ຊ່ຽວຊານດ້ານເຕັກໂນໂລຊີອາຫານ, ອີກຄົນໜຶ່ງ ເປັນຜູ້ຊ່ຽວຊານດ້ານວິສະວະກໍາໄຟຟ້າ) ໄດ້ຕັດສິນໃຈອອກຈາກຊີວິດ ໃນຕົວເມືອງ ທີ່ສີວິໄລຢູ່ນະຄອນ ໂຮ່ຈີມິນ ເພື່ອກັບຄືນບ້ານເກີດ ແຂວງ ຈ່າຫວິງ ຕັດສິນໃຈເລີ່ມຕົ້ນທຸລະກິດ ດ້ວຍຄວາມຄິດ ຢາກຊ່ວຍເຫຼືອພໍ່ແມ່ ແລະ ຊາວກະສິກອນ ຊາວ ຂະແມ. ນາງ ບໍ່ໄດ້ເລືອກເສັ້ນທາງເກົ່າ, ແຕ່ໄດ້ຄົ້ນພົບຄືນຄຸນຄ່າພື້ນເມືອງ ທີ່ຄິດວ່າ ໄດ້ສູນຫາຍໄປແລ້ວ, ນັ້ນຄືອາຊີບເກັບນໍ້າຫວານຈາກດອກໝາກພ້າວ ຂອງຊາວ ຂະແມ ພື້ນ ເມືອງ. ຄວາມຄິດນີ້ ໃນເບື້ອງຕົ້ນ ໄດ້ປະເຊີນກັບຄວາມສົງໄສ, ເຖິງຂັ້ນບໍ່ເຫັນດີເຫັນພ້ອມຈາກປະຊາຊົນ ໃນທ້ອງຖິ່ນ, ເພາະວ່າ “ແຕ່ກ່ອນ, ຊາວກະສິກອນ ປູກໝາກພ້າວເພື່ອເອົາໝາກ, ບໍ່ມີໃຜເກັບ ນໍ້າຫວານ ຈາກດອກໝາກພ້າວ”.
ໃນເວລານັ້ນ, ນາງ ຈາທີ ໄດ້ຊັກຊວນພໍ່ ໃຫ້ຢືມຕົ້ນໝາກພ້າວ 20 ຕົ້ນ ເພື່ອຄົ້ນຄວ້າ ເກັບນໍ້າຫວານຈາກດອກໝາກພ້າວ. ດ້ວຍຄວາມໄດ້ປຽບທີ່ເປັນນັກ ສຶກສາປະລິນຍາໂທ ສາຂາເຕັກໂນໂລຊີອາຫານ, ຈາທີ ໄດ້ຄົ້ນຄວ້າເອກະສານວິທະຍາສາດ ກ່ຽວກັບນໍ້າຫວານຈາກດອກໝາກພ້າວ. ເຖິງຢ່າງໃດກໍ່ຕາມ, ເມື່ອນໍາໃຊ້, 6 ເດືອນຕໍ່ມາ ນາງ ຈາທີ ກໍ່ຍັງບໍ່ສາມາດເກັບ ນໍ້າຫວານ ໄດ້ຈັກຢອດ. ຊາວບ້ານໃກ້ຄຽງໃນເວລານັ້ນ ໄດ້ເວົ້າກັບຂ້າພະເຈົ້າວ່າ: “ລຸງ ໝີ໊ (ຊື່ພໍ່ຂອງນາງ ຈາທີ) ເສຍສະຕິ, ໃຫ້ລູກໄປຮຽນ, ກັບມາແລ້ວທໍາລາຍ”, ນາງ ຈາທີ ໄດ້ຫົວຂຶ້ນມາເມື່ອແບ່ງປັນຄວາມຊົງຈໍາໃນຊ່ວງກ່ອນເລີ່ມຕົ້ນທຸລະກິດ Sokfarm.

ຫຼັງຈາກນັ້ນ, ສາມພໍ່ລູກ ໄດ້ນັ່ງເບິ່ງ ວີດີໂອ ວິທີທີ່ຊາວກະສິກອນໃນຕ່າງປະເທດນວດ, ເຄາະ ເພື່ອເກັບນໍ້າຫວານຈາກດອກໝາກພ້າວ ແນວໃດ. ແລະ ຕ້ອງໃຊ້ເວລາອີກ 1 ປີຕໍ່ມາ, ເຕັກນິກການນວດເພື່ອເກັບນໍ້າຫວານຈາກດອກໝາກພ້າວ ຈຶ່ງປະສົບຄວາມສໍາເລັດ. ການຕິດ ຕາມສິ່ງທີ່ມີຄວາມໝາຍ, ດ້ວຍຄວາມຄິດທີ່ຢາກຊ່ວຍເຫຼືອພໍ່ແມ່ ແລະ ຊາວບ້ານໃຫ້ໄດ້ ນັ້ນຄືສິ່ງທີ່ຊ່ວຍໃຫ້ ຈາທີ ສາມາດເອົາຊະນະທັດ ສະນະຄະຕິ ແລະ ຄວາມຫຍຸ້ງຍາກໃນໄລຍະເລີ່ມຕົ້ນທຸລະກິດ.
ເດືອນ ກັນຍາ 2019, ບໍລິສັດ ຈ່າຫວິງຟາມ ຈໍາກັດ ພາຍໃຕ້ເຄື່ອງໝາຍການຄ້າ Sokfarm ໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງການ. ຊື່ “Sokfarm” ບໍ່ພຽງແຕ່ເປັນຊື່ຍີ່ຫໍ້ທໍາມະດາ, ແຕ່ຍັງເປັນຄໍາຖະແຫຼງ ທີ່ມີຄວາມໝາຍເລິກເຊິ່ງ. ໃນພາສາຂະແມ, “Sok” ໝາຍເຖິງ “ຄວາມສຸກ”. ດັ່ງນັ້ນ, “Sokfarm” ຈຶ່ງໝາຍເຖິງ “ກະສິກໍາແຫ່ງຄວາມສຸກ”.
Sokfarm ພູມໃຈກັບຂະບວນການຜະລິດທີ່ເປັນເອກະລັກ, ບ່ອນທີ່ປະເພນີ ແລະ ເຕັກໂນໂລຊີ ປະສົມປະສານກັນຢ່າງສົມບູນແບບ. ນໍ້າຫວານຈາກດອກໝາກພ້າວ ຖືກເກັບດ້ວຍມື ໂດຍໃຊ້ເຕັກນິກການນວດດອກ ໝາກພ້າວ ແບບດັ້ງເດີມຂອງຊາວ ຂະແມ ແຂວງ ຈ່າຫວິງ. ຫຼັງຈາກນັ້ນ, ນໍ້າດອກໝາກພ້າວສົດ ຈະຖືກບີບອັດດ້ວຍເຕັກໂນໂລຊີ ສູນຍາກາດ ທີ່ອຸນຫະພູມຕໍ່າ 55⁰C, ຮັບປະກັນຮັກ ສາລົດຊາດ ທໍາມະຊາດ, ສານອາຫານ ແລະ ແຮ່ທາດອັນລ້ໍາຄ່າໄວ້ຄົບຖ້ວນ. ຈຸດພິເສດ ຂອງ ຜະລິດຕະພັນ Sokfarm ແມ່ນທໍາມະຊາດ 100%, ບໍ່ມີການເພີ່ມນໍ້າຕານ, ບໍ່ມີສານກັນບູດ ຫຼື ສານເສີມອາຫານ.
ປັດຈຸບັນ, ບັນຊີລາຍຊື່ຜະລິດຕະພັນ ຂອງ Sokfarm ມີຫຼາກຫຼາຍ: ຕັ້ງແຕ່ນໍ້າດອກໝາກພ້າວ ອໍແກນິກ ເຂັ້ມຂຸ້ນ, ນໍ້າຕານດອກໝາກພ້າວ ອໍແກນິກ, ນໍ້າສົ້ມສາຍຊູ ນໍ້າດອກໝາກພ້າວ ອໍແກນິກ, ຈົນເຖິງເຄື່ອງດື່ມນໍ້າດອກໝາກພ້າວ, ເມັດ ໂກໂກ້ & ນໍ້າດອກໝາກພ້າວ, ເຫຼົ້າ Cider ນໍ້າດອກໝາກພ້າວ, ໂດຍສະເພາະແມ່ນ ນໍ້າປານໍ້າດອກໝາກພ້າວ.
ປີ 2023, ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ໄດ້ຮັບຮອງນໍ້າຕານດອກ ໝາກພ້າວ ເປັນສານ ໃຫ້ ຄວາມຫວານ ທີ່ຍືນຍົງທີ່ສຸດໃນໂລກ, ອີງຕາມຄວາມສາມາດໃນການປັບປຸງຊີວິດການເປັນຢູ່, ການປັບຕົວເຂົ້າກັບການປ່ຽນແປງສະພາບອາກາດ ແລະ ຄວາມຍືນຍົງຂອງທ່າອ່ຽງການບໍລິໂພກ. ນີ້ແມ່ນຄວາມໄດ້ປຽບດ້ານການແຂ່ງຂັນທີ່ເຂັ້ມແຂງ, ເຊິ່ງຢືນຢັນຄຸນ ຄ່າຍືນຍົງຂອງຜະລິດຕະພັນ Sokfarm.
ພຽງແຕ່ໃນໄລຍະສອງສາມປີ ຂອງ ການດໍາເນີນງານ, Sokfarm ໄດ້ບຸກເບີກຕະຫຼາດສາກົນ ທີ່ຕ້ອງການຫຼາຍແຫ່ງຢ່າງວ່ອງໄວ. ຜະລິດ ຕະພັນຂອງພວກເຂົາໄດ້ມີຢູ່ໃນປະເທດ ຍີ່ປຸ່ນ, ໂຮນລັງ, ເຢຍລະມັນ, ສ ອາເມລິກາ, ການາດາ, ເລບານອນ ແລະ ກໍາປູເຈຍ. ທີ່ສໍາຄັນ, ໃນຕົ້ນເດືອນ ທັນວາ 2024, ນໍ້າຕານດອກໝາກພ້າວ ອໍແກນິກ Sokfarm ເກືອບ 1 ໂຕນ ໄດ້ຖືກສົ່ງອອກໄປ ສ ອາເມລິກາ ເພື່ອຜະລິດອາຫານຫວ່າງທີ່ມີສຸຂະພາບດີ. ເດືອນ ກັນຍາ 2024, ສິນ ຄ້ານໍ້າດອກໝາກພ້າວ ຊຸດທໍາອິດກໍໄດ້ຖືກສົ່ງອອກຢ່າງເປັນທາງການໄປ ປະເທດ ການາດາ.
ເພື່ອເພີ່ມການຮັບຮູ້ເຄື່ອງໝາຍການຄ້າ ແລະ ຂະຫຍາຍເຄືອຂ່າຍຄູ່ຮ່ວມງານທົ່ວໂລກ, Sokfarm ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນງານວາງ ສະແດງສິນຄ້າສາກົນ ທີ່ສໍາຄັນຕ່າງໆ. ພວກເຂົາໄດ້ເຂົ້າຮ່ວມ “ວັນກະສິກໍາ ອໍແກນິກ ສາກົນ” Biofach 2024 ທີ່ປະເທດ ເຢຍລະມັນ ສອງຄັ້ງ ແລະ ມີແຜນທີ່ຈະເຂົ້າຮ່ວມ THAIFEX - Anuga Asia 2025.
ບາດກ້າວທາງຍຸດທະສາດເຫຼົ່ານີ້ ບໍ່ພຽງແຕ່ຂະຫຍາຍຕະຫຼາດເທົ່ານັ້ນ, ແຕ່ຍັງຢືນຢັນຖານະ ຂອງ Sokfarm ໃນຖານະທູດກະສິກໍາ ຫວຽດນາມ ໃນເວທີສາກົນ. ດ້ວຍລາຍຮັບທີ່ໜ້າປະທັບໃຈກວ່າ 30 ຕື້ດົ່ງຕໍ່ປີ, Sokfarm ຕັ້ງເປົ້າໝາຍທີ່ຈະກາຍເປັນວິສາຫະກິດຊັ້ນນໍາໃນຂົງເຂດການຜະລິດນໍ້າດອກໝາກພ້າວໃນ ຫວຽດນາມ ແລະ ກ້າວຂຶ້ນສູ່ 5 ອັນດັບຕົ້ນໆ ຂອງ ວິສາຫະກິດຜະລິດນໍ້າດອກໝາກພ້າວ ທີ່ໃຫຍ່ທີ່ສຸດໃນໂລກ.
ຄວາມພະຍາຍາມຢ່າງບໍ່ຢຸດຢັ້ງ ຂອງ Sokfarm ໄດ້ຮັບຜົນຕອບແທນດ້ວຍລາງວັນ ແລະ ໃບຢັ້ງຢືນ ທີ່ມີຊື່ສຽງຫຼາຍຢ່າງ. ປີ 2023, ສາມ ຜະລິດຕະພັນຫຼັກ ຂອງ ພວກເຂົາ (ນໍ້າດອກໝາກພ້າວ, ນໍ້າຕານດອກໝາກພ້າວ, ນໍ້າສົ້ມສາຍຊູ ນໍ້າດອກໝາກພ້າວ) ໄດ້ຮັບລາງວັນອັນຊົງກຽດ Great Taste (ອັງກິດ), ປຽບເໝືອນ “ລາງວັນ Oscar” ຂອງ ວົງການອາຫານທົ່ວໂລກ. ໃນປີດຽວກັນ, ນໍ້າດອກ ໝາກພ້າວ ແລະ ນໍ້າຕານດອກໝາກພ້າວ Sokfarm ຍັງໄດ້ຮັບການຮັບຮອງເປັນຜະລິດຕະພັນ OCOP 5 ດາວ ລະດັບຊາດ.
- ບົດ: ຖາວວີ/VNP - ພາບ: Sokfarm - ແປໂດຍ: ຢືຟຽນ