• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ພື້ນ​ຖານ​ຍາວ​ນານ​ເພື່ອ​ປັບ​ປຸງ​ສະ​ພາ​ບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ

ລັດຖະບານ ຫວຽດນາມ ສືບຕໍ່ໃຫ້ຄຳໝັ້ນສັນຍາຢ່າງແຮງ, ສ້າງທຸກເງື່ອນໄຂທີ່ສະດວກເພື່ອໃຫ້ບັນດາວິສາຫະກິດພັດທະນາ. ນີ້ແມ່ນສານໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນຢູ່ເວທີປາໄສວິສາຫະກິດ ຫວຽດນາມ ປະຈຳປີ ດ້ວຍຫົວຂໍ້ “ປະຊາຄົມວິສາຫະກິດຮ່ວມເດີນທາງກັບລັດຖະບານ ຫວຽດນາມ ໃນການຊຸກຍູ້ການເຕີບໂຕສີຂຽວ”, ໂດຍກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ທະນາຄານໂລກ (WB), ອົງການການເງິນສາກົນ (IFC) ຂຶ້ນກັບກຸມ WB ແລະ ສະຫະພັນເວທີປາໄສວິສາຫະກິດ ຫວຽດນາມ (VBF) ສົມທົບກັນຈັດຕັ້ງໃນວັນທີ 19 ມີນາ ຢູ່ຮ່າໂນ້ຍ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມເວທີປາໄສ (ພາບ: nhandan)  

ເວທີປາໄສວິສາຫະກິດ ຫວຽດນາມ ດ້ວຍຫົວຂໍ້ “ປະຊາຄົມວິສາຫະກິດຮ່ວມເດີນທາງພ້ອມກັບລັດຖະບານ ຫວຽດນາມ ໃນການຊຸກຍູ້ການເຕີບໂຕສີຂຽວ” ມີຄວາມແທດຈິງທີ່ສຸດໃນສະພາບການຫວຽດນາມ ພວມຫັນປຽນໂຄງປະກອບພື້ນຖານເສດຖະກິດ, ປ່ຽນແປງໃໝ່ຮູບແບບການເຕີບໂຕຈາກ ການມີຜົນສະທ້ອນຕໍ່ສິ່ງແວດລ້ອມ ໄປສູ່ ເປັນມິດກັບສິ່ງແວດລ້ອມ, ພັດທະນາໂດຍອີງໃສ່ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ເສດຖະກິດພູມປັນຍາ, ອີງຕາມວິທະຍາສາດ ແລະ ເຕັກໂນໂລຢີເພື່ອພັດທະນາປະເທດຊາດ. ສານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະແດງໃຫ້ເຫັນວ່າ ຫວຽດນາມ ພວມມານະພະຍາຍາມປ່ຽນແປງໃໝ່, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດທີ່ເໝາະສົມກັບທ່າອ່ຽງພັດທະນາໃນປັດຈຸບັນ.

ວິສາຫະກິດຊຸກຍູ້ປະເທດຊາດພັດທະນາໂດຍໄວ, ຍືນຍົງ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ

ປະຊາຄົມວິສາຫະກິດ ຫວຽດນາມ ພວມມີການປະກອບສ່ວນຢ່າງສຳຄັນເພື່ອຊຸກຍູ້ພື້ນຖານເສດຖະກິດ ຫວຽດນາມ ພັດທະນາໂດຍໄວ ແລະ ຍືນຍົງ, ເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ແລະ ສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ, ມີປະສິດທິຜົນ. ພາຍຫຼັງກ່ວາ 37 ປີແຫ່ງການປ່ຽນແປງໃໝ່, ຂອບຂະໜາດເສດຖະກິດ ຫວຽດນາມ ບັນລຸກ່ວາ 400 ຕື້ USD, GDP ສະເລ່ຍຕໍ່ຫົວຄົນບັນລຸກ່ວາ 4.100 USD, ຫວຽດນາມ ນອນໃນກຸ່ມ 20 ພື້ນຖານເສດຖະກິດແຖວໜ້າກ່ຽວກັບການຄ້າສາກົນ. ປີ 2022 ແລະຊຸມເຄື່ອນຕົ້ນປີ 2023, ເສດຖະກິດມະຫາພາກ ຂອງ ຫວຽດນາມ ໄດ້ຮັບການຮັກສາເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ການເຕີບໂຕໄດ້ຮັບການຊຸກຍູ້, ດູນການຄ້າໃຫຍ່ໄດ້ຮັບປະກັນ. ການໜູນຊ່ວຍສັງຄົມ, ຄວາມເປັນລະບຽບຮຽບຮ້ອຍໄດ້ຮັບປະກັນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບໄດ້ຮັບການປັບປຸງ, ການຕ່າງປະເທດ ແລະ ການເຊື່ອມໂຍງສາກົນສືບຕໍ່ໄດ້ຮັບການເປີດກ້າງ, ເພີ່ມທະວີ… ທຶນປະຕິບັດຂອງບັນດາໂຄງການລົງທຶນຕ່າງປະເທດ ປີ 2022 ບັນລຸກ່ວາ 22 ຕື້ USD, ເພີ່ມຂຶ້ນ 13,5%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2021, ເຊິ່ງສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງບັນດານັກລົງທຶນຕ່າງປະເທດ. ມາຮອດປັດຈຸບັນ, ຫວຽດນາມ ໄດ້ເຂົ້າຮ່ວມສັນຍາການຄ້າເສລີ (FTA) ສອງຝ່າຍ ແລະ ຫຼາຍຝ່າຍ 17 ສະບັບ ກັບເກືອບ 60 ພື້ນຖານເສດຖະກິດໃນທົ່ວໂລກ. ເລື່ອງຫວຽດນາມ ພວມສຸມໃສ່ ກໍ່ສ້າງລັດແຫ່ງກົດໝາຍສັງຄົມນິຍົມ, ພື້ນຖານປະຊາທິປະໄຕສັງຄົມນິຍົມ, ພື້ນຖານເສດຖະກິດການຕະຫຼາດກຳນົດທິດສັງຄົມນິຍົມ, ຖືປະຊາຊົນເປັນໃຈກາງ, ເປັນເຈົ້າກຳ, ເປັນເປົ້າໝາຍ ແລະ ແມ່ນກຳລັງໜູນ, ແຫຼ່ງກຳລັງໃຫ້ແກ່ການພັດທະນາ ນັ້ນແມ່ນພື້ນຖານເພື່ອໃຫ້ ຫວຽດນາມສືບຕໍ່ພັດທະນາໃນອະນາຄົດ.

ສືບຕໍ່ສ້າງພື້ນຖານເພື່ອໃຫ້ວິສາຫະກິດພັດທະນາ

ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລ້ວ, ຫວຽດນາມ ພວມຢຶດໝັ້ນຕໍ່ແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ສ້າງພື້ນຖານເສດຖະກິດເປັນເອກະລາດ, ເປັນເຈົ້າຕົນເອງຕິດພັນກັບຄວາມເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ, ມີປະສິດທິຜົນ. ລັດຖະບານ ໄດ້ກຳນົດແຫຼ່ງກຳລັງພາຍໃນ (ລວມມີມະນຸດ, ຊັບພະຍາກອນທຳມະຊາດ ແລະ ມູນເຊື້ອປະຫວັດສາດວັດທະນະທຳ) ແມ່ນພື້ນຖານ, ຍຸດທະສາດ, ຍາວນານ, ການຕັດສິນ; ແຫຼ່ງກຳລັງພາຍນອກ (ລະບອບລະບຽບການ, ການເງິນ, ເຕັກໂນໂລຢີ, ການຄຸ້ມຄອງທີ່ກ້າວໜ້າ ແລະ ລະດັບແຫຼ່ງຊັບພະຍາກອນມະນຸດ) ແມ່ນສຳຄັນ ແລະ ບາດກ້າວບຸກທະລຸ ດັ່ງນັ້ນໄດ້ສຸມໃສ່ປະຕິບັດ 3 ຂັ້ນຕອນບຸກທະລຸກ່ຽວກັບລະບອບລະບຽບການ, ໂຄງປະກອບໂຄງລ່າງ ແລະ ແຫຼ່ງຊັບພະຍາກອນມະນຸດ.ກ່ຽວກັບລະບອບລະບຽບການ, ຫວຽດນາມ ໄດ້ສຸມໃສ່ກວດກາຄືນໃໝ່ຂໍ້ຕິດຂັດກ່ຽວກັບນິຕິກຳ, ປັບປຸງ, ເພີ່ມເຕີມລະບົບກົດໝາຍ, ເປັນຕົ້ນແມ່ນບັນຫາໃນຕົວຈິງທີ່ເກີດໃໝ່, ຕ້ອງປັບປຸງເພື່ອແກ້ໄຂບັນດາຂໍ້ຕິດຂັດກ່ຽວກັບກົນໄກ, ນະໂຍບາຍ, ສ້າງຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດສັງຄົມ. ກ່ຽວກັບສິ່ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

ການປະຕິຮູບລະບຽບການບໍລິຫານແມ່ນ 1 ໃນ 3 ບຸກທະລຸເຊິ່ງລັດຖະບານໄດ້ເຮັດ. ປີ 2022 ໄດ້ຫຼຸດຂັ້ນຕອນປະຕິບັດລະບຽບການບໍລິຫານກ່ວາ 1000 ຢ່າງຕໍ່ກັບປະຊາຊົນແລະ ວິສາຫະກິດ. ພ້ອມກັນນັ້ນ ແມ່ນ ຍູ້ແຮງການຫັນເປັນດີຈີຕອນ ດ້ວຍການປະຕິຮູບລະບຽບການບໍລິຫານ, ສ້າງສູນຂໍ້ມູນແຫ່ງຊາດ, ສ້າງແຜນຮ່າງ 06 ເພື່ອແກ້ໄຂການປະຕິບັດລະບຽບການບໍລິຫານຢູ່ຂັ້ນຮາກຖານ ຕິດພັນກັບຖານຂໍ້ມູນພົນລະເຮືອນ ເພື່ອໃຫ້ປະຊາຊົນ, ວິສາຫະກິດເຂົ້າຮ່ວມສະພາບແວດລ້ອມດີຈີຕອນ ເພື່ອປະຕິຮູບການປະຕິບັດລະບຽບການບໍລິຫານ.

ກ່ຽວກັບໂຄງປະກອບພື້ນຖານໂຄງລ່າງ, ຫວຽດນາມ ສຸມໃສ່ໃຫ້ແກ່ພື້ນຖານໂຄງລ່າງຍຸດທະສາດ, ເປັນຕົ້ນແມ່ນພື້ນຖານໂຄງລ່າງຄົມມະນາຄົມ, ພິເສດແມ່ນລະບົບເສັ້ນທາງຄວາມໄວສູງ, ກະກຽມພັດທະນາເສັ້ນທາງລົດໄຟຄວາມໄວສູງ, ສ້າງບັນດາສະໜາມບິນ, ທ່າກຳປັ່ນ, ການເດີນເຮືອພາຍໃນປະເທດ, ພື້ນຖານໂຄງລ່າງພະລັງງານ, ພື້ນຖານໂຄງລ່າງດີຈີຕອນ, ພື້ນຖານໂຄງລ່າງຮັບປະກັນການປ່ຽນແປງຂອງດິນຟ້າອາກາດ…ກ່ຽວກັບແຫຼ່ງຊັບພະຍາກອນມະນຸດ, ຫວຽດນາມ ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ຊຸກຍູ້ການເລີ່ມຕົ້ນທຸລະກິດ Startup; ເອົາໃຈໃສ່ເປັນພິເສດເຖິງການບຳລຸງສ້າງຊັບພະຍາກອນມະນຸດໃນບັນດາຂົງເຂດຄືຫັນເປັນດີຈີຕອນ, ຫັນເປັນສີຂຽວ, ເຕັກໂນໂລຢີສູງ…ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລ້ວນີ້ແມ່ນບັນດາມາດຕະການພື້ນຖານ, ຍາວນານເພື່ອສ້າງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດທີ່ອຳນວຍຄວາມສະດວກ, ພັດທະນາເສດຖະກິດແບບຍືນຍົງ, ຍາວນານ.

ພ້ອມກັບບັນດາມາດຕະການພື້ນຖານ, ຍາວນານແລ້ວ, ໃນສະເພາະໜ້າ, ລັດຖະບານ ຫວຽດນາມ ສືບຕໍ່ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດພັດທະນາ. ຫວຽດນາມ ຈະພັດທະນາຕະຫຼາດສິນຄ້າ ແລະ ການບໍລິການ, ການເງິນ - ເງິນຕາ, ຕະຫຼາດຫຼັກຊັບ, ສິດນຳໃຊ້ທີ່ດິນ, ອະສັງຫາລິມະຊັບ, ວິທະຍາສາດ - ເຕັກໂນໂລຢີ, ແຮງງານ, ການຊື້ປະກອບວັດຖຸເຄື່ອງຂອງສ່ວນລວມ…ໃຫ້ຄົບຊຸດ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດໄດ້ສຳພັດຢ່າງມີຄວາມສະເໝີພາບໃນການພັດທະນາ, ປະກອບສ່ວນກໍ່ສ້າງປະເທດຊາດ.

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ຕອນບ່າຍວັນທີ 22/4, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ເນື່ອງໃນໂອກາດມາຫວຽດນາມ ເພື່ອເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ 2024

Top