ຕັ້ງຢູ່ໃຈກາງ ຂອງ ກຸ່ມປູຊະນີຍະສະຖານ ທັດສະນີຍະພາບ ຈ່າງອານ, ຕາມກົກ ມີທົ່ງນາ ທີ່ສວຍງາມ. ຕາມກົກ ຈະມີຄວາມງາມຍິ່ງຂຶ້ນໃນລະດູຮ້ອນ, ເມື່ອເຂົ້າສຸກເຫຼືອງ ເຕັມທົ່ງ ຕາມສອງຝັ່ງແມ່ນ້ຳ
ເບິ່ງຈາກມູມສູງ ບັນດາທົ່ງນາ ທີ່ຍາວຢຽດ ເໝືອນດັ່ງເສັ້ນໄໝ ຢູ່ ຕາມບັນດາຮ່ອມພູ. ຕາມກົກ - ບິກດ້ົງ ຕັ້ງຢູ່ຕາແສງ ນິງຫາຍ, ເມືອງ ຮວາລື, ແຂວງ ນິງບິ່ງ, ຫ່າງຈາກໃຈກາງນະຄອນ ນິງບິ່ງ ປະມານ 7 ກິໂລແມັດ. ຕາມກົກ ມີຄວາມໝາຍວ່າ 3 ຖ້ໍາ ປະກອບດ້ວຍ ຖໍ້າກ໊າ, ຖ້ຳ ຮາຍ ແລະ ຖ້ຳ ບາ ກັບສາຍນ້ຳ ໂງດົ່ງ ທີ່ງຽບສະຫງົບຂຽວສົດໃສ ໄຫຼ ຜ່ານ ລະຫວ່າງ ບັນດາຮ່ອມພູ. ນັກທ່ອງທ່ຽວ ຈະເພີດເພີນ ໄປກັບ ທິວທັດທໍາມະຊາດ ຢູ່ ຕາມກົກ ນັກທ່ອງທ່ຽວຈະຕ້ອງໃຊ້ເວລາ ປະມານ 2 ຫາ 3 ຊົ່ວໂມງ ນັ່ງເຮືອ ລ່ອງຕາມ ສາຍນ້ໍາ ໂງດົ່ງ, ໄຫຼຜ່ານບັນດາ ຮ່ອມພູ ແລະ ຖໍ້າ.
ຕາມກົກ ມີຄວາມສວຍງາມຕະຫຼອດປີ, ແຕ່ລະດູຮ້ອນ ຈະແມ່ນລະ ດູງາມທີ່ສຸດ ຂອງ ປີ ເມື່ອບັນດາທົ່ງນາເຂົ້າສຸກເຫຼືອງ ເຕັມທົ່ງ ແກ່ ຍາວລຽບຕາມສາຍນໍ້າ ໂງດົ່ງ. ພາຍໃຕ້ແສງແດດຕົ້ນລະດູຮ້ອນ, ຕາມກົກ ແຈ້ງສະຫວ່າງຂຶ້ນ ໃນຄວາມງາມແບບຊວນຝັນ. ຄວາມ ງາມຂອງ ທົ່ງນາ ສີເຫຼືອງ, ສາຍນໍ້າ, ທ້ອງຟ້າ ປະສານເຂົ້າກັນ ເຮັດ ໃຫ້ ທ່ີນີ້ສວຍງາມ ຄືກັບຮູບແຕ້ມທໍາມະຊາດ ທ່ີຕົກແຕ່ງດ້ວຍ ສີສັນ ນັບບໍ່ຖ້ວນ.
ພິເສດ, ປີນີ້ ນັກທ່ອງທ່ຽວ ມາຍັງ ຕາມກົກ ຈະໄດ້ຊົມທົ່ງນາສິລະປະ ປະກອບດ້ວຍ ຮູບທຸງງານບຸນ ທີ່ໂອບດ້ວຍຕົວໜັງສື “ສີເຫຼືອງ ຕາມກົກ”. ນີ້ແມ່ນໜຶ່ງໃນບັນດາທົ່ງນາສິລະປະ ທຳອິດຢູ່ພາກເໜືອ, ແມ່ນການຮ່ວມມື ພ້ອມໃຈກັນ ຂອງ ບັນດາວິສາຫະກິດ ກັບອຳນາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນ ໄດ້ສ້າງເປັນ ຜົນງານປະດິດແຕ່ງສິລະປະ ທີ່ເປັນເອກະລັກ ຈາກຕົ້ນເຂົ້າ ຊຶ່ງສ້າງ ແຫຼ່ງບັນດານໃຈບໍ່ມີທີ່ສິ້ນສຸດ ສຳລັບ ບັນດາຊ່າງພາບ ເມື່ອມາຍັງ ຕາມກົກ ເວົ້າສະເພາະ ແລະ ເຂດດິນ ນິງບິ່ງ ທີ່ສວຍງາມ ມີສະເໜ່ເວົ້າລວມ.
ຮູບພາບສາຍນ້ຳ ໂງດົ່ງ ເໝືອນດັ່ງເສັ້ນໄໝທີ່ອ່ອນນຸ່ມ, ຄ່ອຍໆ ພາດໃສ່ແຜ່ນພົມເຂົ້າສີເຫຼືອງ, ຄົດລ້ຽວ ໄປຕາມບັນດາຮ່ອມພູ ຢູ່ ຕາມກົກ ເຊີນຊວນໃຫ້ຜູ້ມາທ່ຽວ ຢ້ຽມຊົມ ແລະ ຄົ້ນພົບ ຢູ່ສະເໝີ.
ຫວ່າງມໍ່ໆ ມານີ້, ເມື່ອການລະບາດໂຄວິດ-19 ໄດ້ຮັບການຄວບຄຸມ, ແຂວງ ນິງບິ່ງ ໄດ້ຈັດສັບປະດາ ການທ່ອງທ່ຽວພາຍໃຕ້ຫົວຂໍ້ “ສີເຫຼືອງ ຕາມກົກ - ຈ່າງອານ” ລວມມີກິດຈະກໍາ ທ່ີໜ້າສົນໃຈ ຫຼາຍຢ່າງເຊັ່ນ: ຖະໜົນຄົນຍ່າງ, ຕະຫຼາດອາຫານ ຕາມກົກ, ທົວ ທ່ອງທ່ຽວຖ່າຍຮູບລະດູເຂົ້າສຸກເຫຼືອງ ຢູ່ ຕາມກົກ, ໂຄງການສໍາ ຫຼວດ, ແນະນໍາບັນດາຜະລິດຕະພັນທ່ອງທ່ຽວ ນິງບິ່ງ, ງານວາງສະ ແດງສິລະປະ ໃນຫົວຂໍ້ “ລະດູເຂົ້າສຸກເຫຼືອງ ຕາມກົກ-ຈ່າງອານ”, ສະແດງລະຄອນຕຸກກະຕານໍ້າ, ຂັບແຈ່ວ, ຂັບເສີມ, ເພງພື້ນເມືອງ ຂອງ ທັງ 3 ພາກ ແລະ ກິດຈະກໍາອື່ນໆ.
ແຂວງ ນິງບິ່ງ ສູ້ຊົນນຳສັບປະດາທ່ອງທ່ຽວ “ສີເຫຼືອງ ຕາມກົກ-ຈ່າງ ອານ” ກາຍເປັນງານທ່ອງທ່ຽວປະຈຳປີ ແລະ ເປັນຜະລິດຕະພັນ ທີ່ເປັນເອກະລັກ ສະເພາະ ແລະ ດຶງດູດໃຈ ຂອງ ທ້ອງຖິ່ນ.
ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄປທ່ຽວຊົມລະດູການ ເກັບກ່ຽວຢູ່ ຕາມກົກ ຊຶ່ງແມ່ນຊ່ວງເວລາສວຍງາມທີ່ສຸດໃນປີ. ຢູ່ເທິງເຮືອ, ນັກທ່ອງທ່ຽວ ຈະໄດ້ຟັງບັນດາເລື່ອງລາວ ຕ່າງໆ ກ່ຽວ ກັບ ຕາມກົກ ຈາກຜູ້ພາຍເຮືອ, ຊົມທົ່ງນາເຂົ້າສຸກເຫຼືອງ, ສູບດົມ ອາກາດທ່ີສົດຊື່ນ.
ບົດ: ກົງດາດ - ພາບ: ກົງດາດ, ລືວຈ້ອງຖັ໋ງ - ເຕັກນິກກະຣາຟິກໂດຍ: ຈາງຍູງ - ແປໂດຍ: ບິກລຽນ