ສີເຫຼືອງ ຕາມກົກ

ສີເຫຼືອງ ຕາມກົກ

ເບິ່ງຈາກ​ມູມສູງ ບັນດາ​ທົ່ງ​ນາ ທີ່ຍາວ​ຢຽດ​ ເໝືອນດັ່ງເສັ້ນໄໝ ຢູ່ ຕາມບັນດາຮ່ອມພູ.

ຕາມກົກ - ບິກດ້ົງ ຕັ້ງ​ຢູ່​ຕາ​ແສງ ນິງຫາຍ, ເມືອງ ຮວາລື, ແຂວງ ນິງບິ່ງ, ຫ່າງ​ຈາກ​ໃຈກາງນະ​ຄອນ ນິງບິ່ງ ປະ​ມານ 7 ກິ​ໂລ​ແມັດ. ຕາມກົກ ມີຄວາມໝາຍວ່າ 3 ຖ້ໍາ ປະກອບດ້ວຍ ຖໍ້າກ໊າ, ຖ້ຳ ຮາຍ ແລະ ຖ້ຳ ບາ ກັບ​ສາຍນ້ຳ ໂງດົ່ງ ທີ່ງຽບສະຫງົບຂຽວສົດໃສ ໄຫຼ ຜ່ານ ລະຫວ່າງ ບັນດາຮ່ອມພູ. ນັກທ່ອງທ່ຽວ ຈະເພີດເພີນ ໄປກັບ ທິວທັດທໍາມະຊາດ ຢູ່ ຕາມກົກ ນັກທ່ອງທ່ຽວຈະຕ້ອງໃຊ້ເວລາ ປະມານ 2 ຫາ 3 ຊົ່ວໂມງ ນັ່ງເຮືອ ລ່ອງຕາມ ສາຍນ້ໍາ ໂງດົ່ງ, ໄຫຼຜ່ານບັນດາ ຮ່ອມພູ ແລະ ຖໍ້າ.

ຕາມກົກ ມີຄວາມສວຍງາມຕະຫຼອດປີ, ແຕ່ລະດູຮ້ອນ ຈະແມ່ນລະ ດູງາມທີ່ສຸດ ຂອງ ປີ ເມື່ອບັນດາທົ່ງນາເຂົ້າສຸກເຫຼືອງ ເຕັມທົ່ງ ແກ່ ຍາວລຽບຕາມສາຍນໍ້າ ໂງດົ່ງ. ພາຍໃຕ້ແສງແດດຕົ້ນລະດູຮ້ອນ, ຕາມກົກ ແຈ້ງສະຫວ່າງຂຶ້ນ ໃນຄວາມງາມແບບຊວນຝັນ. ຄວາມ ງາມຂອງ ທົ່ງນາ ສີເຫຼືອງ, ສາຍນໍ້າ, ທ້ອງຟ້າ ປະສານເຂົ້າກັນ ເຮັດ ໃຫ້ ທ່ີນີ້ສວຍງາມ ຄືກັບຮູບແຕ້ມທໍາມະຊາດ ທ່ີຕົກແຕ່ງດ້ວຍ ສີສັນ ນັບບໍ່ຖ້ວນ.

 

ພິເສດ, ປີນີ້ ນັກທ່ອງທ່ຽວ ມາຍັງ ຕາມກົກ ຈະໄດ້ຊົມທົ່ງນາສິລະປະ ປະກອບດ້ວຍ ຮູບທຸງງານບຸນ ທີ່ໂອບດ້ວຍຕົວໜັງສື   “ສີເຫຼືອງ ຕາມກົກ”. ນີ້ແມ່ນໜຶ່ງໃນບັນດາທົ່ງນາສິລະປະ ທຳອິດຢູ່ພາກເໜືອ, ແມ່ນການຮ່ວມມື ພ້ອມໃຈກັນ ຂອງ ບັນດາວິສາຫະກິດ ກັບອຳນາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນ ໄດ້ສ້າງເປັນ ຜົນງານປະດິດແຕ່ງສິລະປະ ທີ່ເປັນເອກະລັກ ຈາກຕົ້ນເຂົ້າ ຊຶ່ງສ້າງ ແຫຼ່ງບັນດານໃຈບໍ່ມີທີ່ສິ້ນສຸດ ສຳລັບ ບັນດາຊ່າງພາບ ເມື່ອມາຍັງ ຕາມກົກ ເວົ້າສະເພາະ ແລະ ເຂດດິນ ນິງບິ່ງ ທີ່ສວຍງາມ ມີສະເໜ່ເວົ້າລວມ.

 

ຮູບ​ພາບ​ສາຍນ້ຳ​ ໂງ​ດົ່ງ ເໝືອນດັ່ງ​ເສັ້ນ​ໄໝທີ່​ອ່ອນນຸ່ມ, ຄ່ອຍໆ ພາດ​ໃສ່​ແຜ່ນ​ພົມເຂົ້າ​ສີເຫຼືອງ, ຄົດລ້ຽວ ໄປຕາມບັນດາຮ່ອມພູ ຢູ່ ຕາມກົກ ເຊີນຊວນ​ໃຫ້ຜູ້ມາ​ທ່ຽວ ຢ້ຽມ​ຊົມ ແລະ ຄົ້ນພົບ ຢູ່ສະເໝີ.

ຫວ່າງມໍ່ໆ ມາ​ນີ້, ​ເມື່ອ​ການ​ລະບາດ​ໂຄ​ວິດ-19 ​ໄດ້​ຮັບ​ການ​ຄວບ​ຄຸມ, ​ແຂວງ ​ນິງບິ່ງ ​ໄດ້​ຈັດ​ສັບປະດາ​ ການທ່ອງ​ທ່ຽວ​ພາຍໃຕ້​ຫົວ​ຂໍ້ ສີເຫຼືອງ ຕາມກົກ - ຈ່າງອານ​ລວມມີກິດຈະກໍາ ທ່ີໜ້າສົນໃຈ ຫຼາຍຢ່າງເຊັ່ນ: ຖະໜົນຄົນຍ່າງ, ຕະຫຼາດອາຫານ ຕາມກົກ, ທົວ ທ່ອງທ່ຽວຖ່າຍຮູບລະດູ​ເຂົ້າສຸກເຫຼືອງ ຢູ່ ຕາມກົກ, ໂຄງການສໍາ ຫຼວດ, ແນະນໍາບັນດາຜະລິດຕະພັນທ່ອງທ່ຽວ ນິງບິ່ງ, ງານວາງສະ ແດງສິລະປະ ໃນຫົວຂໍ້ ລະດູເຂົ້າສຸກເຫຼືອງ ຕາມກົກ-ຈ່າງອານ, ສະແດງລະຄອນຕຸກກະຕານໍ້າ, ຂັບແຈ່ວ, ຂັບເສີມ, ເພງພື້ນເມືອງ ຂອງ ທັງ 3 ພາກ ແລະ ກິດຈະກໍາອື່ນໆ.

ແຂວງ ນິງບິ່ງ ສູ້​ຊົນ​ນຳ​ສັບປະດາ​ທ່ອງ​ທ່ຽວ ສີເຫຼືອງ ຕາມກົກ-ຈ່າງ ອານ ກາຍ​ເປັນ​ງານ​ທ່ອງ​ທ່ຽວ​ປະຈຳ​ປີ ​ແລະ ​ເປັນຜະລິດຕະພັນ ​​ທີ່​ເປັນ​ເອກະລັກ ​ສະ​ເພາະ ​ແລະ ດຶງ​ດູດ​ໃຈ ຂອງ ທ້ອງຖິ່ນ.

ນັກ​ທ່ອງ​ທ່ຽວ ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ໄປທ່ຽວຊົມລະດູການ ເກັບກ່ຽວຢູ່ ​ຕາມກົກ ຊຶ່ງແມ່ນຊ່ວງ​ເວລາ​​ສວຍ​ງາມ​ທີ່​ສຸດ​ໃນ​ປີ. ຢູ່ເທິງ​ເຮືອ, ນັກ​ທ່ອງ​ທ່ຽວ​ ຈະ​ໄດ້​ຟັງ​ບັນດາເລື່ອງລາວ ຕ່າງໆ ກ່ຽວ ກັບ ຕາມກົກ ຈາກ​ຜູ້​ພາຍ​ເຮືອ, ຊົມທົ່ງ​ນາເຂົ້າສຸກເຫຼືອງ, ສູບດົມ ອາກາດທ່ີສົດຊື່ນ.

ບົດ: ກົງດາດ - ພາບ: ກົງດາດ, ລືວຈ້ອງຖັ໋ງ - ເຕັກນິກກະຣາຟິກໂດຍ: ຈາງຍູງ - ແປໂດຍ: ບິກລຽນ


top