• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ສີສັນ ຂອງ ຫ້ວຍຕຽນ

ນັກທ່ອງທ່ຽວ ເມື່ອມາຢ້ຽມຢາມແຂວງ ບິ່ງທ້ວນ ບໍ່ພຽງແຕ່ໄດ້ເພີດ ເພີນໄປກັບໂນນຊາຍອັນກວ້າງໃຫຍ່, ຊາຍຝັ່ງທະເລ ທີ່ສວຍງາມ ມີສະເໜ່ ເຮັດໃຫ້ຈິດໃຈຄົນຫຼົງໄຫຼເທົ່ານັ້ນ, ຫາກຍັງໄດ້ເພີດເພີນ ໄປກັບ ຫ້ວຍຕຽນ ທີ່ສວຍງາມ ໜຶ່ງບໍ່ມີສອງຢູ່ ຫວຽດນາມ.
ຫ້ວຍຕຽນ ເກີດຈາກສາຍນໍ້າໃຕ້ດິນ ຂອງ ບັນດາໂນນຊາຍ ຊຶ່ງແກ່ ຍາວ ຂອງທາງຫຼວງ 706. ນັບແຕ່ການທ່ອງທ່ຽວ ຢູ່ນະຄອນ ຟານ ທ໋ຽດ ຍັງບໍ່ທັນຂະຫຍາຍຕົວ, ໝຸ໊ຍແນ໋ ຍັງຄົງເປັນໝູ່ບ້ານແຫ່ງໜຶ່ງ ຂອງ ຊາວປະມົງ ຢູ່ແຄມທະເລ, ຊາວ ບິ່ງທ້ວນໄດ້ຮູ້ຈັກເຖິງ ຫ້ວຍ ສາຍນີ້ ແລະ ມັກຈັດການທ່ອງທ່ຽວ ມາຍັງແຫ່ງນີ້ ໃນໂອກາດ ງານ ບຸນ, ໂອກາດປີໃໝ່ ຫຼື ທ້າຍອາທິດ. ປັດຈຸບັນ, ຫ້ວຍຕຽນ ໄດ້ເປັນທ່ີຮູ້ຈັກ ຂອງນັກທ່ອງທ່ຽວ ຈາກທົ່ວທຸກມູມໂລກ ຍ້ອນການປ່ຽນແປງ ຂອງ ທໍາມະາດ, ຊຶ່ງເປັນການປະສານ ລະຫວ່າງນໍ້າ ແລະ ຊາຍ ເພື່ອ ສ້າງພູມສັນຖານ ທີ່ມີສະເໜ່ ປະທັບໃຈ.

ເພື່ອສຳຫຼວດຫ້ວຍສາຍນີ້, ນັກທ່ອງທ່ຽວ ຕ້ອງຍ່າງຕາມສາຍນ້ຳ ຂຶ້ນສູ່ຍອດຫວ້ຍ ໃກ້ຈຸດສຸດທ້າຍ ກ່ອນຈະໄຫຼ ລົງສູ່ທະເລ. ບ່ອນ ເລິກສຸດ ນໍ້າບໍ່ເຖິງ ຫົວເຂົ່າ. ນັກທ່ອງທ່ຽວ ປົດເກີບ ຍ່າງຕີນເປົ່າ ຕາມສາຍນ້ໍາເຢັນ ມີສີແດງ ຂອງ ດິນຊາຍ. ໄປປະມານ 200-300 ແມັດ ນັກທ່ອງທ່ຽວຈະເຫັນ ໂລກແຫ່ງຄວາມງາມ ແບບມະຫັດສະ ຈັນ ປະກົດຕົວຢູ່ຕໍ່ໜ້າ. ສະຖານທີ່ແຫ່ງນີ້ ມີພຽງແຕ່ ຄວາມງາມທຳ ມະຊາດ ທ່ີບໍລິສຸດ, ບໍ່ມີຮອຍປະທັບໃດໆ ຂອງ ມະນຸດ ນອກຈາກ ຮອຍຕີນ. ບັນດາ ເສົາດິນຊາຍສູງ ຊຶ່ງແມ່ນໂນນຊາຍ ໃນເມື່ອກ່ອນ ຖືກນໍ້າໄຫຼ ເຊາະ ສ້າງເປັນຮູບຊົງທີ່ແປກຕາ ເໝືອນດັ່ງ ບັນດາຫີນ ຍ້ອຍຂະໜາດໃຫຍ່ ຢູ່ໃນຖ້ຳ ພູຫີນປູນ. ສອງຟາກຂອງຫ້ວຍ, ນ້ຳໄດ້ສ້າງຊາຍ ໃຫ້ເປັນເສົາ ທີ່ສວຍງາມ, ໃຫຍ່ໂຕ ແກ່ຍາວຄື ກຳ ແພງຫີນ ແລະ ມີການປ່ຽນແປງ ສະເໝີ.

 

ຫ້ວຍຕຽນ ຫຼື ເອີ້ນວ່າ ຫ້ວຍໂຮ່ງ ມີຄວາມຍາວ 4 ກິໂລແມັດ, ເປັນ ທັດສະນີຍະພາບ ໜຶ່ງ ທີ່ຕັ້ງຢູ່ຖະໜົນ ຮີ່ວງທຸກຄ໋າງ, ຕາແສງ ໝຸ໊ຍ ແນ໋, ນະຄອນ ຟານທ໋ຽດ, ແຂວງ ບິ່ງທ້ວນ. ພາບ: ກິມເຟືອງ/VNP


ນ້ຳຕົກຕາດຊາຍ ຢູ່ສອງຝັ່ງຂອງຫ້ວຍນ້ຳມີສີສົ້ມທີ່ສວຍງາມ. ພາບ: ກິມເຟືອງ/VNP


ຕົ້ນໄມ້ທຳມະຊາດ ປະກອບສ່ວນສ້າງ ທັດສະນີຍະພາບທີ່ສວຍງາມ ໃຫ້ແກ່ ເຂດທ່ອງທ່ຽວ. ພາບ: ກິມເຟືອງ/VNP


ຫ້ວຍຕຽນເປັນສະຖານທີ່ທ່ອງທ່ຽວທີ່ສ້າງຄວາມປະທັບໃຈ ສຳລັບ ນັກທ່ອງທ່ຽວ ຢູ່ພາຍໃນ ແລະ ຕ່າງປະເທດ ເປັນຈຳນວນຫຼາຍ. ພາບ: ກິມເຟືອງ/VNP


 ຫ້ວຍຕຽນ ປຽບເໝືອນຮູບພາບທີ່ດີເລີດຈາກທຳມະຊາດ. ຢູ່ທີ່ນັ້ນມີຄວາມກົມກຽວກັນ ຂອງຕົ້ນໄມ້ໃບຫຍ້າ ແລະ ສີສັນຂອງບັນດາ ເຂດດິນຊາຍທີ່ເປັນເອກະລັກຢູ່ ຟານທ໋ຽດ.
ພ້ອມກັນນັ້ນກໍໄດ້ປະດັບປະດາດ້ວຍຫີນຍ້ອຍ ທີ່ຄ້າຍຄື ຄະລຶຫາດ ໃນເລື່ອງນິທານ. ສິ່ງດັ່ງກ່າວໄດ້ເຮັດໃຫ້ນັກທ່ອງທ່ຽວຫຼາຍຄົນ ຢາກຊອກມາຫາ
ເພື່ອການຖ່າຍຮູບ ແລະ ຊົມຄວາມງາມອັນບໍລິສຸດຢູ່ທີ່ນີ້. ພາບ: ກິມເຟືອງ/VNP


ຫີນຍ້ອຍນັບພັນໆ ຮູບທີ່ສ້າງຂຶ້ນຈາກດິນຊາຍ, ຕາມວັນເວລາ ໄດ້ກາຍເປັນຫີນແຂງ, ຖືກຫ້ຽນໄປຍ້ອນລົມແລະຝົນ,
ເຮັດໃຫ້ ມັນມີຄວາມງາມ ແບບທໍາມະຊາດ ແລະ ໜ້າອັດສະຈັນ. ພາບ: ກິມເຟືອງ/VNP



ຫີນຍ້ອຍສີຂາວ, ສີແດງ ແລະ ສີສົ້ມ ແມ່ນສີສັນທີ່ຕົ້ນຕໍທີ່ເຮັດໃຫ້ ຫ້ວຍຕຽນ ມີຄວາມເອກະລັກ ແລະ ລຶກລັບຍິ່ງຂຶ້ນ. ພາບ: ກິມເຟືອງ/VNP


ຫ້ວຍຕຽນ ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ. ພາບ: ກິມເຟືອງ/VNP

ຢູ່ໃຕ້ສາຍນ້ຳ ແມ່ນດິນຊາຍທ່ີອ່ອນນຸ້ມ. ນີ້ແມ່ນແຫຼ່ງນ້ໍາຈືດ ທີ່ຫາຍາກ ໃນເຂດນີ້. ສິ່ງທີ່ແປກ ກໍ່ຄື ນ້ໍາໄຫຼ ມາຈາກທະເລຊາຍ. ສຳລັບ ບັນດາໂນນຊາຍອັນກວ້າງໃຫຍ່ ທີ່ແກ່ຍາວເປັນຫຼາຍສິບກິໂລແມັດ, ນ້ຳຈືດ ແມ່ນຫາຍາກ. ແຕ່ວ່າ ຢູ່ໃຕ້ ໂນນຊາຍທ່ີຮ້ອນ ລະອຸເຫຼົ່ານີ້ ພັດມີຖົງນ້ໍາຂະຫນາດໃຫຍ່. ບໍ່ຮູ້ວ່າ ມີແຕ່ເມື່ອໃດ, ຖົງ ນ້ຳໄດ້ “ຮົ່ວໄຫຼ” ອອກມາຂ້າງນອກ, ສ້າງເປັນສາຍນ້ຳ. ແຕ່ໃດໆ ມາ, ຊາວທ້ອງຖິ່ນ ເຫັນມັນແປກປະຫຼາດ ແລະ ຄິດເຖິງ ສິ່ງເລິກລັບ ເໜືອທຳມະຊາດ. ເຂົາເຈົ້າຄິດວ່າ ນ້ຳສາຍແຫ່ງນີ້ ເປັນສິ່ງປະທານ ຈາກເທບພະເຈົ້າ ຢູ່ກາງທະເລຊາຍ. ຊື່ເອີ້ນ ຫ້ວຍຕຽນ (ຫ້ວຍນາງຟ້າ) ໄດ້ກຳເນີດມາຈາກນັ້ນ.
ຫ້ວຍຕຽນ ຫຼື ເອີ້ນວ່າ ຫ້ວຍໂຮ່ງ ມີຄວາມຍາວ 4 ກິໂລແມັດ, ເປັນ ທັດສະນີຍະພາບ ໜຶ່ງ ທີ່ຕັ້ງຢູ່ຖະໜົນ ຮີ່ວງທຸກຄ໋າງ, ຕາແສງ ໝຸ໊ຍ ແນ໋, ນະຄອນ ຟານທ໋ຽດ, ແຂວງ ບິ່ງທ້ວນ. 

ການສຳຫຼວດຫ້ວຍຕຽນ, ນັກທ່ອງທ່ຽວ ຕ້ອງໃຊ້ເວລາປະມານ ໜຶ່ງ ຊົ່ວໂມງເທົ່ານັ້ນ. ແຕ່ເຖິງຢ່າງໃດກໍຕາມ, ມີນັກທ່ອງທ່ຽວ ຈຳນວນ ບໍ່ໜ້ອຍ ໄດ້ໃຊ້ເວລາໝົດມື້ ເພື່ອໄປຫາ ຫ້ວຍຕຽນ ຢູ່ຫຼາຍບ່ອນທີ່ ແຕກຕ່າງກັນ. ບາງຄົນຍັງກັບຄືນໃນມື້ຕໍ່ມາ ເພື່ອການ ຄົ້ນຫາຕື່ມ ອີກ. ຫ້ວຍຕຽນ ຈະເປັນຈຸດທີ່ມາ ທີ່ມີສະເໜ່ ສຳລັບ ນັກທ່ອງທ່ຽວ, ເປັນຜະລິດຕະພັນການທ່ອງທ່ຽວ ທີ່ເປັນເອກະລັກສະເພາະ ເພື່ອ ໃຫ້ນັກທ່ອງທ່ຽວ ເມື່ອມາຍັງ ຟານທ໋ຽດ ຈະໄດ້ມີທາງເລືອກອີກ ທາງໜຶ່ງ ນອກຈາກທະເລສີຟ້າ ແລະ ຫາດຊາຍຂາວ.
 
ບົດ ແລະ ພາບ: ດັ້ງກິມເຟືອງ - ແປໂດຍ: ບິກລຽນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top