ສິລະປະ ການຂຽນ ອັກສອນ ວິຈິດ ຫວຽດນາມ ສະໄໝໃໝ່

ສິລະປະ

ສິລະປະ ການຂຽນ ອັກສອນ ວິຈິດ ຫວຽດນາມ ສະໄໝໃໝ່

ແຕ່ໃດໆ ມາ, ອັກສອນ ວິຈິດ ໄດ້ຖືເປັນໜຶ່ງໃນບັນດາສິ່ງ ຍອດຍິ່ງ ຂອງ ສິລະປະ ອາຊີຕາເວັນອອກ. ຢູ່​ ຫວຽດ​ນາມ, ນອກ​ຈາກ​ການ​ຂຽນ​ ອັກສອນ ວິຈິດ ຈີນ ​ແລ້ວ, ການ​ຂຽນ​ ອັກສອນວິຈິດ ພາສາ ຫວຽດ ​ກໍ​ນັບ​ມື້​ນັບ​ຢືນ​ຢັນ​ຖານະບົດ ບາດ​ຂອງ​ຕົນ. ການ​ສົມທົບ​​ຢ່າງ​ກົມກຽວກັນ ລະຫວ່າງ ​ຄວາມ​ງາມ​ແບບ​ດັ້ງ​ເດີມ ​ແລະ ຮູບ ແບບ​ທັນ​ສະ​ໄໝ ​ໄດ້​ສ້າງ​ຮູບ​ແບບ​ສິລະ​ປະ​ໜຶ່ງ ທີ່​ເປັນ​ເອກະລັກ​ສະ​ເພາະ, ປະກອບສ່ວນ​ເຮັດໃຫ້ ວັດທະນະທຳ ​ຂອງ ​ຫວຽດນາມ ອຸດົມສົມບູນ ຍິ່ງຂຶ້ນ.
ນັກ​ຂຽນ ​ສະ​ແດງ​ການ​ຂຽນ ອັກສອນ ວິຈິດ ຫວຽດ ​ຢູ່​ ວັນໝ້ຽວ-ກວັກຕື້ຢາມ.
 

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຢູ່​ຫຼາຍ​ແຫ່ງ​ໃນ​ທົ່ວ​ປະ​ເທດ, ການປະດິດ “ອັກ ສອນ ວິຈິດ ຫວຽດ” “ການປະດິດ ອັກສອນ ປະຈໍາຊາດ” (ຕົວ​ໜັງສື ລາ​ຕິນ) ​ໄດ້​ເລີ່​ມ​ປະກົດສີສັນຄວາມຈະເລີນ ແລະ ກາຍເປັນ ຂະ ບວນການພັດທະນາ ຢ່າງແຂງແຮງ. ເກືອບ​ທຸກ​ແຫ່ງ​ທີ່​ພວກ​ເຮົາ​ພົບເຫັນ​ ການປະດິດ ອັກສອນ ວິຈິດ ຫວຽດ. ນັບແຕ່ການ ພິມປຶ້ມ ແລະ ໜັງສືພິມ, ຂຽນໃສ່ປະຕິທິນ, ແຕ້ມຮູບໃສ່ເສື້ອ, ປັກແສ່ວໃສ່ຜ້າ, ເປັນຕົ້ນແມ່ນງານວາງສະແດງ ຂະໜາດໃຫຍ່ ແລະ ນ້ອຍ ຢູ່ທົ່ວທຸກແຫ່ງ ທີ່ໄດ້ຮັບຄວາມສົນໃຈ ຈາກມວນຊົນ. ນອກ​ນັ້ນ, ຍັງ​ມີ​ຫຼາຍ​ສະ​ໂມ​ສອນ ​ແລະ ຫ້ອງ​ຮຽນ​​ ສອນ​ຂຽນ ອັກສອນ ວິຈິດ​ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ.

ມຸມ​ໜຶ່ງ​ຂອງ​ບ່ອນ​ວາງ​ສະ​ແດງ​ການ​ຂຽນ​ຕົວ​ອັກສອນ ວິຈິດ ຫວຽດ ​ຢູ່​ ວັນໝ້ຽວ-ກວັກຕື້ຢາມ.

ການປະກົດຂຶ້ນຂອງ ອັກສອນ ວິຈິດ ຫວຽດ ​ໃນຍຸກປັດຈຸບັນ ແມ່ນ​ບາດ​ກ້າວ​ໃໝ່ ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ສິ​ລະ​ປະ​ແຫ່ງ​ຊາດ. ເມື່ອເບິ່ງຄືນ, ສາມາດເວົ້າໄດ້ວ່າ ໃນຂົງເຂດ ວັດທະນະທຳ, ບໍ່ຫຼາຍວິ ຊາສິລະປະ ທີ່ເກີດໃໝ່ ຈະໄດ້ຮັບຄວາມສົນໃຈຈາກ ມວນຊົນຫຼາຍຄືກັບ ອັກສອນ ວິຈິດ ຫວຽດ. ພິ​ເສດ​ ແມ່ນ​ຍ້ອນ​ໄດ້ຮັບການ​ສືບ​ທອດ ​ແລະ ​ເຊື່ອມ​ໂຍງ​ຮີດຄອງ​ປະ​ເພນີ ອັນ​ດີງາມ​ຂອງ​ການ​ເຄົາ ລົບນັບຖື ອັກສອນ ຂອງຊາດ.


ອັກສອນ ວິຈິດ ຫວຽດ ​ເກີດ​ມາ​ພ້ອມ​ກັບ​ການ​ເກີດ​ ຂອງ​ ພາສາ​ຊາດ. ໃນເບື້ອງຕົ້ນ, ພາສາຊາດ ສ່ວນໃຫຍ່ແມ່ນໃຊ້ໃນເອກະ ສານບໍລິຫານ ແລະ ການສຶກສາ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ດ້ວຍ​​ຫົວ ຄິດ​ປະດິດ​ສ້າງ​ຂອງ​ບັນດານັກ​ສິລະ​ປິນ​ ຢ່າງ​ບໍ່​ຢຸດ​ຢັ້ງ, ພາສາຊາດ ​ໄດ້​ຍົກ​ຂຶ້ນ​ສູ່ລະດັບ​ສິລະ​ປະ, ກາຍ​ເປັນ​ພາຫະນະ ເພື່ອສະ​ແດງ​ໃຫ້​ເຫັນ ​ອາລົມ​ຈິດ, ຄວາມ​ຄິດ​ຂອງ​ນັກ​ຂຽນ.

ນັກຂຽນແນະນໍາຄວາມໝາຍຂອງຜົນງານການປະຕິດແຕ່ງຂອງຕົນຕໍ່ທ່ານຜູ້ຊົມ. 

ບົດປະພັນ ອັກສອນ ວິຈິດ ຫວຽດ ໜຶ່ງ ທີ່ສວຍງາມ ບໍ່ພຽງແຕ່ ຮຽກຮ້ອງໃຫ້ຜູ້ຂຽນຕ້ອງມີທັກສະການຂຽນ ທີ່ດີເທົ່ານັ້ນ, ແຕ່ຍັງຕ້ອງມີຈິດວິນຍານ ທາງດ້ານສິລະປະ ອີກດ້ວຍ. ບັນດາປັດໄຈສຳຄັນທີ່ສ້າງສຳເລັດບົດປະພັນໜຶ່ງ ປະກອບມີ:

ຕົວອັກສອນ: ການເລືອກຕົວອັກສອນ, ການຈັດລຽງ ແລະ ຄວາມໝາຍຂອງຕົວອັກສອນ ມີບົດບາດສໍາຄັນ ໃນການຖ່າຍ ທອດເນື້ອໃນຂອງບົດປະພັນ.

ລາຍມື: ແຕ່ລະລາຍມື ມີຄວາມໝາຍໂດຍສະເພາະ. ການປ່ຽນ ແປງແບບຍືດຫຍຸ່ນຂອງລາຍມື ຈະເຮັດໃຫ້ ບົດປະພັນ ມີຊີວິດຊີ ວາ ແລະ ຫຼາກຫຼາຍຮູບແບບ.

ຈັດໂຄງປະກອບ: ວິທີຈັດໂຄງປະກອບບັນດາ ຕົວອັກສອນເທິງ ເຈ້ຍ, ສ້າງຄວາມສົມດູນ, ປະສົມກົມກຽວ ແລະ ສ້າງຈຸດເດັ່ນ ທີ່ດຶງດູດຜູ້ຊົມ.

ສີສັນ: ສີສັນບໍ່ພຽງແຕ່ເພີ່ມຄວາມງາມໃຫ້ແກ່ບົດປະພັນ ເທົ່ານັ້ນ, ແຕ່ຍັງສະແດງເຖິງຄວາມຮູ້ສຶກ ແລະ ອາລົມຂອງຜູ້ຂຽນອີກດ້ວຍ.

ວັດສະດຸ: ເຈ້ຍ, ປາກກາ, ແລະ ນໍ້າມຶກ ແມ່ນວັດສະດຸ ທີ່ຂາດ ບໍ່ໄດ້ໃນການຂຽນ ອັກສອນ ວິຈິດ ການເລືອກອຸປະກອນ ທີ່ເໝາະສົມຈະຊ່ວຍໃຫ້ບົດປະພັນ ບັນລຸປະສິດທິຜົນດ້ານ ຄວາມງາມສູງສຸດ.

 





ອັກສອນ ວິຈິດ ຫວຽດ ມີ​ຫຼາຍ​ຮູບ​ແບບ​ທີ່​ແຕກ​ຕ່າງ​ກັນ, ແຕ່​ແບບມູນເຊື້ອ ເຖິງແບບ​ທັນ​ສະ​ໄໝ, ແຕ່​ລະ​ແບບ​ມີ​ລັກ​ສະ​ນະ​ໂດຍສະເພາະ ຂອງ​ ມັນ.

ອັກສອນ ວິຈິດ ແບບມູນເຊື້ອ​: ການ​ຮັກ​ສາ​ຄວາມ​ງາມ ​ຄລາ​ສ​ສິກ​ ຂອງ ​ຕົວ​ອັກ​ສອນ ​ຫວຽດ​​, ມັກ​ຈະ​ໃຊ້​ຟອຍແຕ້ມ ​ແລະ​ ນໍ້າມຶກຈີນ​.

ອັກສອນ ວິຈິດ ແບບທັນສະໄໝ: ປະສົມປະສານບັນດາ ປັດໄຈ ທີ່ທັນສະໄໝເຊັ່ນ: ສີສັນ, ວັດສະດຸເພື່ອສ້າງບັນດາ ບົດປະພັນ ທີ່ແປກໃໝ່ ແລະ ມີເອກະລັກສະເພາະ.

ອັກສອນ ວິຈິດ ໃຫ້ໂດດເດັ່ນ: ການສ້າງຮູບຮ່າງຕົວອັກສອນ ດ້ວຍວິທີສ້າງສັນ, ບໍ່ຕາມແບບແຜນເກົ່າ, ມີສັນຍາລັກສ່ວນຕົວ ຂອງນັກຂຽນ.



ອັກສອນ ວິຈິດ ຫວຽດ ບໍ່ພຽງແຕ່ເປັນຮູບແບບ ສິລະປະໜຶ່ງ ເທົ່ານັ້ນ,  ແຕ່ຍັງມີຄວາມໝາຍທາງດ້ານ ວັດທະນະທຳ ແລະ ສັງຄົມທີ່ເລິກເຊິ່ງອີກດ້ວຍ. ອັກສອນ ວິຈິດ ຊ່ວຍ​ໃຫ້​ພວກ​ເຮົາ​ປົກ​ປັກ​ຮັກ​ສາ​ ແລະ ​ສົ່ງ​ເສີມ​ວັດ​ທະ​ນະ​ທໍາ​ ຂອງ ​ຊາດ​, ປັບ​ປຸງ​ຄວາມ​ຮັບ​ຮູ້​ດ້ານ​ພາ​ສາ ​ແລະ​ການ​ຂຽນ​, ການ​ຝຶກ​ອົບ​ຮົມ​ຄວາມ​ອົດ​ທົນ ​ແລະ​ ຄວາມເອົາ ໃຈໃສ່, ນອກຈາກນັ້ນ ​ຍັງ​ຊ່ວຍ​ຜ່ອນ​ຄາຍອາລົມ ​ແລະ ​ຫຼຸດ​ຜ່ອນ​ຄວາມ​ກົດ​ດັນ​, ຊຸກຍູ້​​ຄວາມ​ຄິດ​ສ້າງ​ສັນ​.

ອັກສອນ ວິຈິດ ຫວຽດ ບໍ່ພຽງແຕ່ຢຸດຢູ່ການຂຽນ ຄຳສັບໃສ່ເຈ້ຍ ເທົ່ານັ້ນ. ປັດຈຸ​ບັນ, ອັກສອນ ວິຈິດ ​ໄດ້​ຖືກ​ນຳ​ໃຊ້​ໃນ​ຫຼາຍ​ຂົງ​ເຂດ​ຂອງ​ຊີວິດ​ເຊັ່ນ: ການ​ອອກ​ແບບ, ແຟຊັ່ນ, ສະຖາປັດຕະຍະກຳ, ການ​ໂຄສະນາ...

 


ອັກສອນ ວິຈິດ ຫວຽດ ເປັນຮູບແບບ ສິລະປະ ທີ່ເປັນເອກະລັກ ແລະ ມີຄວາມສາມາດບົ່ມຊ້ອນ. ດ້ວຍ​ການ​ພັດທະນາ ​ຢ່າງ​ບໍ່​ຢຸດ​ຢັ້ງ, ອັກສອນ ວິຈິດ ຫວຽດ ​ຈະ​ນັບ​ມື້​ນັບ​ຢືນຢັນ​ ທີ່​ຕັ້ງ​ຂອງ​ຕົນ ​ແລະ ປະກອບສ່ວນ​ເຮັດໃຫ້​ຊີວິດ ​ດ້ານ​ວັດທະນະທຳ ​ແລະ ຈິດ​ໃຈ​ຂອງ ​ຊາວ ຫວຽດນາມ ອຸດົມສົມບູນ ຍິ່ງຂຶ້ນ.

ບົດ: VNP/ແຄ໋ງລອງ - ພາບ: ກົງດາດ - ແປໂດຍ: ຢືຟຽນ

 

ງານສິລະປະ ຈາກ ເສດແກ້ວ

ງານສິລະປະ ຈາກ ເສດແກ້ວ

ຈາກການລິເລີ່ມ ໃນຂະບວນການ ນໍາວັດຖຸ ກັບມານໍາໃຊ້ຄືນໃໝ່ (ຣີໄຊເຄິນ) ສໍາລັບເດັກນ້ອຍ, ໂຄງການ “ການເດີນທາງສີຂຽວ” ທີ່ສ້າງ ຕັ້ງຂຶ້ນໂດຍທ່ານ ບຸ່ຍແມ້ງຮຸ່ງ ແລະ ເລຮ່ວາຍນາມ, ເພື່ອສ້າງ ສັນຜົນງານສິລະປະ ຈາກຂວດແກ້ວ ທີ່ຖືກຖິ້ມ, ບໍ່ພຽງແຕ່ເປັນໂຄງ ການປົກປ້ອງສິ່ງແວດລ້ອມເທົ່ານັ້ນ, ແຕ່ຍັງເປັນການເປີດຊ່ອງທາງ ໃໝ່ ໃຫ້ແກ່ງານສິລະປະ ແບບຍືນຍົງຢູ່ ຫວຽດນາມ ອີກດ້ວຍ.

Top