ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ໄດ້ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າທີ່ຍາມໃດກໍໃຫ້ການໜູນຊ່ວຍສະຖານທູດ, ບັນດາອົງການຕາງໜ້າ, ວິສາຫະກິດ ແລະ ປະຊາຄົມຊາວ ຫວຽດນາມ ທີ່ດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນ ແລະ ປະຕິບັດງານຢູ່ລາວ ຢ່າງທັນການ, ມີປະສິດທິຜົນ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ກ່າວຄຳເຫັນທີ່ງານລ້ຽງ
ຕອນຄ່ຳວັນທີ 09 ກຸມພາ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຈັດງານລ້ຽງຕ້ອນຮັບລະດູບານໃໝ່ປີມະເມຍ 2026. ເມື່ອກ່າວຄຳເຫັນທີ່ງານລ້ຽງ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ໄດ້ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າທີ່ຍາມໃດກໍໃຫ້ການໜູນຊ່ວຍສະຖານທູດ, ບັນດາອົງການຕາງໜ້າ, ວິສາຫະກິດ ແລະ ປະຊາຄົມຊາວ ຫວຽດນາມ ທີ່ດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນ ແລະ ປະຕິບັດງານຢູ່ລາວ ຢ່າງທັນການ, ມີປະສິດທິຜົນ; ພ້ອມທັງຢັ້ງຢືນວ່າ ປະຊາຊົນ ຫວຽດນາມ ຈະຜູກພັນຮັກໄຄ່ກັບປະຊາຊົນລາວຕະຫຼອດໄປ, ພ້ອມກັນມານະພະຍາຍາມເພື່ອພາລະກິດສ້າງສາ, ປົກປັກຮັກສາ ແລະ ການພັດທະນາຂອງແຕ່ລະປະເທດ. ສ່ວນທ່ານ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລາວ ເນັ້ນໜັກວ່າ:
“ເຖິງວ່າສະພາບການພາກພື້ນ ແລະ ໂລກ ຈະມີການຜັນແປແນວໃດກໍຕາມ, ພັກ, ລັດ ແລະ ປະຊາຊົນ ລາວ ຍາມໃດກໍຮຽງບາຮຽງໄຫຼພ້ອມກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ ນັບມື້ນັບມີປະສິດທິຜົນດ້ວຍຄຸນນະພາບໃໝ່, ນຳມາເຊິ່ງຜົນປະໂຫຍດຢ່າງແທ້ຈິງໃຫ້ແກ່ປະຊາຊົນສອງປະເທດ ລາວ ແລະ ຫວຽດນາມ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.”
ທ່ານຮອງນາຍົກລັດຖະມົນຕີ ວິໄລ ຫຼ້າຄຳຟອງ ເຊື່ອໝັ້ນວ່າ ບັນດາຜົນງານອັນຍິ່ງໃຫຍ່ເຊິ່ງ ຫວຽດນາມ ຍາດມາໄດ້ ຈະແມ່ນພື້ນຖານສຳຄັນເພື່ອປະຕິບັດສຳເລັດບັນດາເປົ້າໝາຍໃນສັງກາດໃໝ່.
(ແຫຼ່ງຄັດຈາກ VOV)