• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫະປະຊາຊາດ ຮັບຮອງເອົາໂຄງການດຳເນີນງານກ່ຽວກັນນ້ຳ

ບັນດາຄະນະເຂົ້າຮ່ວມກອງປະຊຸມໄດ້ເຫັນດີເຫັນພ້ອມຖືວ່າ: ແຫຼ່ງຊັບພະຍາກອນນ້ຳ ແມ່ນສ່ວນໜຶ່ງໃນໂຄງການດຳເນີນງານປີ 2030 ກ່ຽວກັບການພັດທະນາແບບຍືນຍົງ, ພ້ອມທັງແມ່ນໜຶ່ງໃນ 17 ເປົ້າໝາຍພັດທະນາແບບຍືນຍົງ (SDGs) ໃນສະພາບການໂລກ ພວມຕ້ອງຮັບມືກັບສະພາບປ່ຽນແປງຂອງດິນຟ້າອາກາດ, ການຂາດແຄນນ້ຳ.
  ກອງປະຊຸມນ້ຳ ສປຊ 2023  

ພາຍຫຼັງເຮັດວຽກມາເປັນເວລາ 3 ວັນ, ຕອນບ່າຍວັນທີ 24 ມີນາ, ຢູ່ນະຄອນຫຼວງ ນິວຢອກ, ປະເທດ ອາເມລິກາ, ກອງປະຊຸມ ນ້ຳ ສປຊ ປີ 2023 ໄດ້ອັດລົງ ດ້ວຍການຮັບຮອງເອົາໂຄງການດຳເນີນງານກ່ຽວກັບນ້ຳ ແລະ ຫຼາຍຄຳໝັ້ນສັນຍາທີ່ມີຄວາມໝາຍອື່ນໆອີກ.

ບັນດາຄະນະເຂົ້າຮ່ວມກອງປະຊຸມໄດ້ເຫັນດີເຫັນພ້ອມຖືວ່າ: ແຫຼ່ງຊັບພະຍາກອນນ້ຳ ແມ່ນສ່ວນໜຶ່ງໃນໂຄງການດຳເນີນງານປີ 2030 ກ່ຽວກັບການພັດທະນາແບບຍືນຍົງ, ພ້ອມທັງແມ່ນໜຶ່ງໃນ 17 ເປົ້າໝາຍພັດທະນາແບບຍືນຍົງ (SDGs) ໃນສະພາບການໂລກ ພວມຕ້ອງຮັບມືກັບສະພາບປ່ຽນແປງຂອງດິນຟ້າອາກາດ, ການຂາດແຄນນ້ຳ ແລະ ມົນລະພິດໃນປະຈຸບັນ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ນຳໜ້າເຂົ້າຮ່ວມບັນດາກອງປະຊຸມຄົບຄະນະ ແລະ ກອງປະຊຸມໂອ້ລົມສົນທະນາກ່ຽວກັບການຮ່ວມມືໃນຂົງເຂດນ້ຳ. ຫວຽດນາມ ມີຫຼາຍຂໍ້ລິເລີ່ມ, ຄຳເຫັນປຶກສາຫາລືແທດຈິງ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມ.

ກ່ຽວກັບເລື່ອງກອງປະຊຸມນ້ຳ ສປຊ 2023 ໄດ້ຮັບຮອງເອົາໂຄງການດຳເນີນງານກ່ຽວກັບນ້ຳ ແມ່ນໝາກຜົນທີ່ມີລັກສະນະບາດລ້ຽວ, ລວມມີເກືອບ 700 ຄຳໝັ້ນສັນຍາຂອງບັນດາປະເທດສະມາຊິກໃນການປົກປັກຮັກສາ “ແຫຼ່ງຊັບພະຍາກອນລວມອັນລ້ຳຄ່າທົ່ວໂລກຂອງມວນມະນຸດ”. ໂຄງການດຳເນີນງານນີ້ໄດ້ວາງອອກບັນດາຄຳໝັ້ນສັນຍາກະທຳມີຄວາມໝາຍສຳຄັນ, ຈາກການເລືອກເອົາສະບຽງອາຫານທີ່ດີກ່ວາ ຕະຫຼອດຮອດການຕີລາຄາຄືນແຫຼ່ງຊັບພະຍາກອນນ້ຳ ຄືດັ່ງກຳລັງໜູນເສດຖະກິດ ແລະ ແມ່ນສ່ວນໜຶ່ງຂອງມໍລະດົກວັດທະນະທຳຂອງໜ່ວຍໂລກ.

 

(ແຫຼ່ງຄັດຈາກ VOV)

ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ເຈ​ລະ​ຈາ​ຢຸ​ດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ

ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ເຈ​ລະ​ຈາ​ຢຸ​ດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ

ຮອບເຈລະຈາປັດຈຸບັນຢູ່ Cairo ໄດ້ເລີ່ມໃນວັນທີ 7 ພຶດສະພາ, ໂດຍມີທັງໝົດ 5 ຄະນະຜູ້ແທນ ຕ່າງກໍມີປະຕິກິລິຍາຢ່າງຕັ້ງໜ້າຕໍ່ກັບການເຊື່ອມຕໍ່ການເຈລະຈາຄືນໃໝ່.

Top