ເພື່ອກະກຽມບຸກຄະລາກອນໃຫ້ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ກົມການເມືອງ, ຄະນະບໍລິຫານງານສູນກາງ ສະໄໝທີ XIII ໄດ້ດຳເນີນການພິຈາລະນາຢ່າງລະອຽດລະອໍ, ລົງມະຕິ, ເປັນເອກະພາບແນະນຳບຸກຄະລາກອນທີ່ໄດ້ຮັບເລືອກຕັ້ງອີກສະໄໝໜຶ່ງ.
ທ່ານ ເຈິ່ນເກິ່ມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
ວັນທີ 22 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມກ້າວເຂົ້າສູ່ມື້ທີ 4 ຂອງການເຮັດວຽກ. ທີກອງປະຊຸມໃຫຍ່, ວຽກງານການກະກຽມບຸກຄະລາກອນ ຄະນະບໍລິຫານງານສູນກາງໄດ້ດຳເນີນບົນຈິດ ໃຈ ເອົາຈິງເອົາຈັງ, ເຂັ້ມງວດ, ມີປະຊາທິປະໄຕ, ວິທະຍາສາດ ແລະ ໂປ່ງໃສ.
ເພື່ອກະກຽມບຸກຄະລາກອນໃຫ້ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ກົມການເມືອງ, ຄະນະບໍລິຫານງານສູນກາງ ສະໄໝທີ XIII ໄດ້ດຳເນີນການພິຈາລະນາຢ່າງລະອຽດລະອໍ, ລົງມະຕິ, ເປັນເອກະພາບແນະນຳບຸກຄະລາກອນທີ່ໄດ້ຮັບເລືອກຕັ້ງອີກສະໄໝໜຶ່ງ ແລະ ເຂົ້າຮ່ວມເທື່ອທຳອິດ; ຜ່ານບົດລາຍງານ ແລະ ລາຍຊື່ຜູ້ອອກສະໝັກຮັບເລືອກຕັ້ງຄະນະບໍລິຫານງານສູນກາງ ສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIV ພິຈາລະນາເລືອກເອົາຕາມຂໍ້ກຳນົດ. ທ່ານ ເຈິ່ນເກິ່ມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ເນັ້ນໜັກວ່າ:
“ວຽກງານການກະກຽມ ບຸກຄະລາກອນ ຄະນະບໍລິຫານງານສູນກາງ ສະໄໝທີ XIV ໂດຍຄະນະບໍລິຫານງານສູນກາງ ສະໄໝທີ XIII, ອະນຸກຳມະການບຸກຄະລາກອນ ດຳເນີນຢ່າງຖືກຕ້ອງຕາມບັນດາຂໍ້ກຳນົດຂອງພັກ, ຫຼັກການລວມສູນປະຊາທິປະໄຕ, ບັນດາຂໍ້ກຳນົດຂອງກົດໝາຍ; ມີຄວາມຄົບຊຸດ, ມີວິທະຍາສາດ, ມີແບບແຜນ, ເຂັ້ມງວດ, ປະຊາທິປະໄຕ, ພາວະວິໄສ, ໂປ່ງໃສ, ເສີມຂະຫຍາຍປະຊາທິປະໄຕ, ພູມປັນຍາ; ຮັບປະກັນຄວາມກົມກຽວ, ຄວາມເໝາະສົມລະຫວ່າງ ມາດຕະຖານ ແລະ ໂຄງປະກອບ; ລະຫວ່າງ ການສືບທອດ ແລະ ຄວາມເປັນປົກກະຕິ, ການປ່ຽນແປງໃໝ່ ແລະ ການພັດທະນາ; ລະຫວ່າງວິຊາສະເພາະບຳລຸງສ້າງ ແລະ ຄວາມສາມາດໂດດເດັ່ນ, ຄວາມສາມາດຕົວຈິງ; ລະຫວ່າງຄວາມເຊື່ອໝັ້ນ, ປະສົບການວຽກງານ ກັບທິດທາງການພັດທະນາ.
(ແຫຼ່ງຄັດຈາກ VOV)