• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນ​ບຸນ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ​​ບັນ​ດາ​​ເຜົ່າ​ເຂດ​ໄຕ​ບັກ ຄັ້ງ​ທີ 15ໄດ້​ຈັດ​ຕັ້ງ​ຢ່າງຟົດ​ຟື້ນ​ມ່ວນ​ຊືນ

ຕອນຄ່ຳວັນທີ 1 ທັນຍາ, ຢູ່ແຂວງຝຸເທາະ ໄດ້ດຳເນີນພິທີໄຂວັນບຸນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວບັນດາເຜົ່າເຂດ ໄຕບັກ ຄັ້ງທີ 15 ດ້ວຍຫົວຂໍ້ “ສີສັນວັດທະນະທຳບັນດາເຜົ່າເຂດໄຕບັກ”.

ຕອນຄ່ຳວັນທີ 1 ທັນຍາ, ຢູ່ແຂວງຝຸເທາະ ໄດ້ດຳເນີນພິທີໄຂວັນບຸນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວບັນດາເຜົ່າເຂດ ໄຕບັກ ຄັ້ງທີ 15 ດ້ວຍຫົວຂໍ້ “ສີສັນວັດທະນະທຳບັນດາເຜົ່າເຂດໄຕບັກ”. 

  ພາບປະກອບ: phutho.gov.vn  

ວັນບຸນໄດ້ດຳເນີນແຕ່ວັນທີ 1 – 4 ທັນວາ ດ້ວຍການເຂົ້າຮ່ວມຂອງນັກສິລະປະການ, ສິລະປິນ, ນັກສະແດງ, ນັກກິລາ ພ້ອມກັບພໍ່ແມ່ປະຊາຊົນບັນດາເຜົ່າໃນເຂດ. ທ່ານ ຫງວຽນດັງຖຸຍ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງ ຝຸເທາະໃຫ້ຮູ້ວ່າ:

ວັນບຸນເພື່ອແນໃສ່ຍ້ອງຍໍຊົມເຊີຍບັນດາຄຸນຄ່າທາງດ້ານວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງບັນດາເຜົ່າເຂດໄຕບັກ ໃນພື້ນຖານວັດທະນະທຳທີ່ເປັນເອກະພາບ, ມີຫຼາຍຮູບຫຼາຍສີຂອງ ວົງຄະນະຍາດ 54 ຊົນເຜົ່າ ຫວຽດນາມ, ເຜີຍແຜ່ໂຄສະນາ ບັນດາຄຸນຄ່າມໍລະດົກວັດທະນະທຳ, ຮີດຄອງປະເພນີທີ່ເປັນມູນເຊື້ອອັນດີງາມຂອງບັນດາເຜົ່າເຂດໄຕບັກ ໄປຍັງເພື່ອນມິດພາຍໃນປະເທດ ແລະ ສາກົນ. ຜ່ານນັ້ນ, ປຸກລຸກຄວາມສາມາດບົ່ມຊ້ອນພັດທະນາການທ່ອງທ່ຽວເພື່ອດຶງດູດການລົງທຶນຂອງບັນດາວິສາຫະກິດໄປຍັງເຂດໄຕບັກ, ຂຸດຄົ້ນການພັດທະນາຊຸກຍູ້ເສດຖະກິດສັງຄົມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top