ວັດ ທຽນມູ້, ປູຊະນິຍະສະຖານ ທີ່ລືຊື່ແຫ່ງໜ່ຶງ ໄດ້ຮັບຂະໜານນາມ ວ່າ ເປັນວັດບູຮານ
ວັດ ທຽນມູ້ ຕັ້ງຢູ່ເທິງໂນນ ຮ່າເຄ, ຫັນໜ້າສູ່ແມ່ນ້ຳ ເຮືອງ ທີ່ມີຄວາມສວຍງາມຊວນຝັນ. ພາບ: ແທງຮ່ວາ/VNP
ມີເລື່ອງລາວທີ່ເລົ່າຂານຕໍ່ໆ ກັນວ່າ ປີ 1600, ເມື່ອຫາກໍເຂົ້າເປັນເຈົ້າຄອງເຂດ ຖ້ວນຮ໋ວາ, ທ່ານ ຫງວຽນຮວ່າງ (ເຈົ້າ ຫງວຽນ ຜູ້ທຳອິດຢູ່ ພາກໃຕ້) ມັກໄປເບິ່ງພູມສັນຖານດ້ວຍຕົນເອງ ເພື່ອຂະ ຫຍາຍອານາເຂດ ແລະ ສ້າງພາລະກິດໃຫຍ່ຫຼວງ. ໃນຄັ້ງໜຶ່ງເດີນ ທາງໄປສູ່ພື້ນທີ່ຕົ້ນ ຂອງ ແມ່ນໍ້າ ເຮືອງ, ເພິ່ນພົບເຫັນ ໂນນນ້ອຍ ແຫ່ງໜຶ່ງ ຊື່ວ່າ ຮ່າເຄ ຢູ່ຝັ່ງທິດເໜືອ ຂອງ ແມ່ນໍ້າ ພົ້ນສູງຂຶ້ນ ຢູ່ຂ້າງຕອນໂຄ້ງຂອງແມ່ນໍ້າ ມີຮູບຮ່າງຄ້າຍ ມັງກອນ ກຳລັງອວ່າຍໜ້າເບິ່ງຄືນ. ປະຊາຊົນ ໃນເຂດດັ່ງກ່າວ ຍັງກ່າວຕື່ມອີກວ່າ ໃນຕອນກາງຄືນ, ຈະມີນາງເທວະດາ ນຸ່ງເສື້ອສີຟ້າ ແລະ ສີແດງ ໄດ້ປາກົດ ຢູ່ເທິງໂນນ ແລະ ບອກໃຫ້ທຸກຄົນວ່າ ຈະມີພະຍາ ທີ່ສະຫຼາດຫຼັກ ແຫຼມ ມາທີ່ນີ້ ຕັ້ງວັດ ເພື່ອເຕົ້າໂຮມສິ່ງສັກສິດ, ສ້າງຄວາມເຂັ້ມແຂງໃຫ້ແກ່ປະເທດຊາດ.
ທ່ານ ຫງວຽນຮວ່າງ ເມື່ອໄດ້ຟັງເລື່ອງລາວ ກໍດີໃຈຫຼາຍ, ສະນັ້ນ ປີ 1601 ເພິ່ນໃຫ້ສ້າງວັດ ແຫ່ງໜຶ່ງຢູ່ເທິງໂນນ ແລະ ຕັ້ງຊື່ໃຫ້ວ່າ “ທຽນມູ້” ເຊິ່ງມີຄວາມໝາຍວ່າ “ນາງ ຕຳແຍ ແຫ່ງສະຫວັນ”. ໃນປີ 1862, ຍ້ອນຢ້ານຄຳວ່າ “ທຽນ” ຕ້ອງເຖິງຊື່ຂອງ “ສະຫວັນ” ເພາະສະນັ້ນ ເຈົ້າຊີວິດ ຕື້ດຶກ ໃຫ້ປ່ຽນຊື່ “ທຽນມູ້” ເປັນ “ລິງມູ້”, ໝາຍຄວາມວ່າ “ນາງຕຳແຍ ຜູ້ສັກສິດ”.
ບັນດານັກຄົ້ນຄວ້າ ເຫັນວ່າ ເລື່ອງເຈົ້າ ຫງວຽນຮວ່າງ ໃຫ້ກໍ່ສ້າງວັດ 2 ແຫ່ງຄື ວັດ ທຽນມູ້ (ປີ 1601) ຢູ່ທິດເໜືອແມ່ນໍ້າ ເຮືອງ ແລະ ວັດ ຊຸ່ງຮ໋ວາ (ປີ 1602) ຢູ່ທິດໃຕ້ ແມ່ນ້ຳ ເຮືອງ ແມ່ນການ “ໝາຍໄວ້” ເຂດດິນເພື່ອປຸກສ້າງພາລະກິດທີ່ໃຫຍ່ຫຼວງ ຂອງ ວົງຕະກຸນ ຫງວຽນ (ລວມມີ 9 ເຈົ້າ ແລະ 13 ກະສັດ) ຢູ່ເຂດພາກໃຕ້ ຊຶ່ງເລີ່ມຕົ້ນຈາກການສ້າງຕັ້ງວັງຢູ່ ກິມລອງ (ຢູ່ໃກ້ວັດ ທຽນມູ້) ຂອງ ເຈົ້າ ຫງວຽນ ແລະ ຖັດຈາກນັ້ນແມ່ນກໍ່ສ້າງເມືອງຫຼວງ ຝູ໋ຊວນ (ໃຈກາງ ນະຄອນ ເຫວ້ ໃນປັດຈຸບັນ) ຂອງ ກະສັດ ຫງວຽນ ໃນຮຸ່ນໆ ຕໍ່ມາ. ພ້ອມກັນນັ້ນ, ການສ້າງເລື່ອງລາວ ນາງ ຕຳແຍ ມີສີສັນເລິກລັບ ເມື່ອສ້າງວັດ ທຽນມູ້ ກໍແມ່ນວິທີດຶງດູດໃຈຜູ້ຄົນ ຂອງ ເຈົ້າ ຫງວຽນ ເມື່ອຫາກໍເຂົ້າ ກຳອຳນາດປົກຄອງ ຢູ່ເຂດດິນ “ຊົ່ວຮ້າຍ” ກັບຜູ້ຢູ່ອາໃສ ທີ່ເປັນນັກໂທດ, ຂີ້ລັກ, ຄົນເລ່ລ່ອນ ຢູ່ທຸກເຂດ ມາລີ້ຕົວ ໃຊ້ຊີວິດ ຢູ່ ຖ້ວນຮ໋ວາ ໃນເວລານັ້ນ.
ເສົາໃຫຍ່ 4 ເສົາ ແລະ ຂັ້ນໄດ19 ຂັ້ນ ແຕ່ຖະໜົນ ຂຶ້ນໄປເດີ່ນວັດ. ພາບ: ແທງຮ່ວາ/VNP
ທາດ ເຟືອກຢວຽນ ແມ່ນໜຶ່ງໃນບັນດາສັນຍາລັກວັດທະນະທຳ ທີ່ມີຊື່ສຽງຂອງ ເຫວ້. ພາບ: ແທງຮ່ວາ/VNP
ປະຕູໂຂງວັດ ມີທາງເຂົ້າ-ອອກ 3 ທາງ, ມີ 2 ຊັ້ນ, ຊັ້ນເທິງເປັນບ່ອນບູຊາເຈົ້າ ຫງວຽນຮວ່າງ ແລະ ໝໍຕຳແຍ. ພາບ: ແທງຮ່ວາ/VNP
ຮູບປັ້ນຜູ້ພິທັກຂະໜາດໃຫຍ່ສອງອົງ ຢູ່ທີ່ປະຕູໂຂງວັດ. ພາບ: ແທງຮ່ວາ/VNP
ນັກທ່ອງທ່ຽວເຂົ້າວັດ ເພື່ອທຳພິທີໄຫວ້ ພະ. ພາບ: ແທງຮ່ວາ/VNP
ນັບແຕ່ປີ 1601 ມາຮອດປັດຈຸບັນ, ວັດ ທຽນມູ້ ໄດ້ຜ່ານການຜັນແປ ປ່ຽນແປງຂອງປະຫວັດສາດ ມາເປັນເວລາ 421 ປີແລ້ວ ແຕ່ຍັງມີ ຄວາມສວຍງາມທາງດ້ານພູມສັນຖານ ແລະ ສະຖາປັດຕະຍະກຳ, ສົມເປັນໜຶ່ງ ທັດສະນີຍະພາບ ໃນ 20 ແຫ່ງ ທີ່ມີຊ່ືສຽງທີ່ສຸດ ແລະ ເປັນວັດ ຖືກຈັດຢູ່ອັດດັບແຖວໜ້າ ຂອງ ເຫວ້.
ປັດຈຸບັນ, ວັດ ສັງກັດພື້ນທີ່ ບ້ານ ກິມລອງ, ຫ່າງຈາກໃຈກາງນະ ຄອນ ເຫວ້ ປະມານ 5 ກມ. ນັບແຕ່ການກໍ່ສ້າງມາຮອດປັດຈຸບັນ, ວັດ ທຽນມູ້ ໄດ້ຜ່ານການບູລະນະ ສ້ອມແປງ ມາຫຼາຍຄັ້ງແລ້ວ, ແຕ່ບາງທີ ການປະຕິສັງຂອນ ຄັ້ງໃຫຍ່ ໃນປີ 1714 ໃນສະໄໝ ລາຊະ ວົງ ເຈົ້າ ຫງວຽນຟຸກຈູ (ເຈົ້າ ຫງວຽນ ຮຸ່ນທີ 6) ຈຶ່ງມີລັກສະນະ ເຕັມໄປດ້ວຍສີສັນ ສະຖາປັດຕະຍະກຳ ພະລາຊະວັງ ທີ່ໃຫຍ່ໂຕ ແລະ ສວຍງາມ ຄືໃນປັດຈຸບັນ.
ຫ້ອງໂຖງໃຫ່ຍ ຖືກສ້າງຂຶ້ນ ຕາມແບບເຮືອນມູນເຊື້ອ ຂອງ ເຫວ້ ແຕ່ໄດ້ຮັບອິດທິພົນ ຈາກສະຖາປັດຕະຍະກຳ ພະລາຊະວັງ ສະໄໝລາຊະວົງ ຫງວຽນ. ພາບ: ແທງຮ່ວາ/VNP
ຮ່ອງຮອຍສະຖາປັດຕະຍະກຳ ພະລາຊະວັງ ໄດ້ສະແດງໃຫ້ເຫັນ ໂຄງສ້າງເສົາ ແລະ ການຕົກແຕ່ງ ພາຍໃນຫ້ອງໂຖງໃຫຍ່ ຢ່າງຈະ ແຈ້ງ. ພາບ: ແທງຮ່ວາ/VNP
ດິນຂໍງໍ, ທໍ່ລະບາຍນ້ຳ ຮູບກ້ອນເມກ, ມັງກອນ ຖືກສະຫຼັກ ໃນເຄື່ອງປັ້ນ ດິນເຜົາ ຕາມແບບສະຖາປັດຕະຍະກຳ ພະລາຊະວັງ ສະໄໝ ລາຊະວົງ ຫງວຽນ. ພາບ: ແທງຮ່ວາ/VNP
ດ້ານຊ້າຍ ແລະ ຂວາ ຫຼັງປະຕູໂຂງວັດ ມີທາງເຂົ້າ-ອອກ 3 ທາງ ແມ່ນ 2 ຫ້ອງ ຂອງ ຮູບປັ້ນຜູ້ພິທັກ. ພາບ: ແທງຮ່ວາ/VNP
ວັດ ມີຮູບປັ້ນ ຜູ້ພິທັກໃຫຍ່ 12 ອົງ ທີ່ເຮັດດ້ວຍປູນຊາຍ ມີລວດ ລາຍຢ່າງປານີດ ມີຮູບຊົງ ງຽບຂຶມ ແລະ ສະຫງ່າຜ່າເຜີຍ. ພາບ: ແທງຮ່ວາ/VNP
ນອກຈາກໃຫ້ການກໍ່ສ້າງ ຫຼາຍກິດຈະກຳໃຫຍ່ເຊັ່ນ: ຫໍລະຄັງ, ຫໍກອງ, ຫໍທຳມະສະພາ, ຫໍບູຊາບັນພະບຸລຸດ, ຫໍເທດສະໜາ ກ່ຽວກັບ ການຖືສິນກິນທານ... ເຈົ້າ ຫງວຽນຟຸກຈູ ຍັງໃຫ້ຫຼໍ່ລະຄັງທອງ ມີນໍ້າໜັກ ກວ່າ 2000 ກິໂລກຣາມ ແລະ ກໍ່ສ້າງແຜ່ນຫີນສີລາ “ງື້ກຽນທຽນມູ້” ສູງ 3,89 ມ, ກວ້າງ 1.68 ມ, ໜາ 0,25 ມ ວາງຢູ່ເທິງຫຼັງເຕົ່າ ດ້ວຍຫີນກ້ອນໃຫຍ່. ວັດຖຸບູຮານ ທັງສອງນີ້ໄດ້ຮັບການຮັບຮອງວ່າ ເປັນວັດຖຸລໍ້າຄ່າ ລະດັບຊາດ.
ໃນປີ 1844, ເຈົ້າຊີວິດ ທ້ຽວຈີ້ ໃຫ້ການກໍ່ສ້າງ ທາດ ຕື່ເຍີນ ຕື່ມອີກ (ຕໍ່ມາໄດ້ປ່ຽນເປັນທາດ ເຟືອກຢວຽນ) ຕາມແບບສະຖາປັດຕະຍະກຳ ຮູບແປດລ່ຽມ ທີ່ສວຍງາມ, ສູງ 21 ມ, ລວມມີ 7 ຊັ້ນ ຢູ່ຕໍ່ໜ້າ ປະຕູໂຂງວັດ ທີ່ມີທາງເຂົ້າ-ອອກສາມທາງ. ປັດຈຸບັນ, ທາດດັ່ງກ່າວໄດ້ກາຍເປັນກິດຈະກຳ ຕົວແທນ ແລະ ເປັນເອກະລັກ ໃນສະຖາປັດ ຕະຍະກຳວັດບູຮານ ຂອງ ຫວຽດນາມ ແລະ ແມ່ນໜຶ່ງໃນບັນດາສັນ ຍາລັກ ວັດທະນະທຳ ທີ່ມີຊື່ສຽງຂອງ ເຫວ້.
ຜ່ານການເວລາ ແລະ ຟ້າຝົນ ລົມແດງ, ກິດຈະການກໍ່ສ້າງຫຼາຍຢ່າງ ຂອງ ວັດຄ່ອຍໆ ຖືກຊຸດໂຊມລົງ, ສະນັ້ນ ແຕ່ປີ 2003 – 2006, ວັດ ທຽນມູ້ ສືບຕໍ່ໄດ້ຮັບການບູລະນະ ປະຕິສັງຂອນ ຄືນໃໝ່ ດ້ວຍມູນຄ່າ ກວ່າ 26 ຕື້ດົ່ງ (ປະມານ 1 ລ້ານ ໂດລາສະຫະລັດ) ບົນພື້ນຖານອະນຸລັກຮັກສາ ສະຖາປັດຕະຍະກໍາວັດ ໄວ້ໄດ້ຄີືເກົ່າ.
ປັດຈຸບັນ, ວັດທຽນມູ້ ແມ່ນ ສະຖານທີ່ທ່ອງທ່ຽວ ທີ່ມີຊື່ສຽງ ຂອງນະ ຄອນຫຼວງເກົ່າ ເຫວ້, ແຕ່ລະປີ ໄດ້ດຶງດູດນັກທ່ອງທ່ຽວ ແລະ ຊາວພຸດນັບລ້ານ ເທື່ອຄົນ ມາຢ້ຽມຊົມ ແລະ ທຳພິທີທາງສະສາໜາ. ມາຍັງ ວັດ ທຽນມູ້, ນັກທ່ອງທ່ຽວ ບໍ່ພຽງແຕ່ໄດ້ຢ້ຽມຊົມຄວາມສວຍງາມ ຊວນຝັນ ຂອງ ວັດຖຸບູຮານ ສະຖາປັດຕະຍະກຳ ສິລະປະກຳ ລະດັບຊາດເທົ່ານັ້ນ, ແຕ່ຍັງໄດ້ເຂົ້າໃຈຕື່ມອີກ ກ່ຽວກັບສັນຍາລັກວັດທະນະທຳ ທີ່ມີຊື່ສຽງ ທີ່ຕິດພັນກັບປະຫວັດສາດ ການກໍ່ສ້າງນະ ຄອນຫຼວງເກົ່າ ເຫວ້ ອີກດ້ວຍ.
ແຕ່ລະປີ, ວັດ ທຽນມູ້ ດຶງດູດນັກທ່ອງທ່ຽວ ແລະ ຊາວພຸດນັບລ້ານຄົນມາຢ້ຽມຊົມ ແລະ ທຳພິທີທາງສາສະໜາ. ພາບ: ແທງຮ່ວາ/VNP
ຫໍລະຄັງ ຕັ້ງຢູ່ກາງສວນຕົ້ນແປກ ທີ່ຂຽວອຸ່ມທຸ່ມ ມີລົມພັດ ຕະຫຼອດປີ. ພາບ: ແທງຮ່ວາ/VNP
ຍິງສາວ ຊາວ ເຫວ້ ຢ້ຽມຊົມ ວັດ ທຽນມູ້. ພາບ: ແທງຮ່ວາ/VNP
ນັກທ່ອງທ່ຽວຕ່າງປະເທດ ມາຢ້ຽມຊົມ ວັດ ທຽນມູ້. ພາບ: ແທງຮ່ວາ/VNP
ນັກທ່ອງທ່ຽວມາຢ້ຽມຊົມ ແລະ ຖ່າຍຮູບທີ່ລະນຶກຢູ່ວັດ ທຽນມູ້. ພາບ: ແທງຮ່ວາ/VNP