• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວິຖີຊີວິດ ຂອງ ຄົນ ຫວຽດ

ລ້ຽງກຸ້ງ ມັງກອນ ຢູ່ເກາະ ກາມບິ່ງ

“ຮັງນົກແອ່ນ ຮ່ອນໂນ້ຍ, ເປັດ ນິງຮວ່າ, ກຸ້ງມັງກອນ ກາມບິ່ງ ...” - ເປັນຄໍາກອນ ກ່ຽວກັບຜະລິດຕະພັນພິເສດ ຂອງ ແຄ໋ງ ຮວ່າ ໄດ້ຫຼາຍຄົນເວົ້າເຖິງ. ເພາະສະນັ້ນ, ເກາະ ກາມບິ່ງ (ນະ ຄອນ ກາມແຣງ) ທຽບເໝືອນເປັນ “ເມືອງເອກ” ລ້ຽງກຸ້ງມັງ ກອນ ຂອງພາກກາງ. 
 
ເຂດລ້ຽງກຸ້ງ ຢູ່ເກາະ ກາມບິ່ງ, ນະຄອນ ກາມແຣງ, ແຂວງ ແຄ໋ງຮວ່າ. ພາບ: ຮວ່າງຮ່າ/VNP

ຈາກນະຄອນ ຍາຈາງ ໄປຕາມເສັ້ນທາງເລກ 1 ປະມານ 65 ກມ, ຮອດທ່າກຳປັ່ນ ກາມແຣງ ແລ້ວຂີ່ເຮືອ ກາໂນ ປະມານ 10 ນາທີ ກໍຈະໄປຮອດຕາແສງ ກາມບິ່ງ. ທີ່ນີ້ ໄດ້ສ້າງຊື່ສຽງ ໂດງດັງ ດ້ວຍກຸ້ງມັງກອນ, ບໍ່ພຽງແຕ່ມີຈຳນວນຫຼາຍເທົ່ານັ້ນ, ແຕ່ຍັງມີຄຸນນະພາບອີກດ້ວຍ.  ຜູ້ລ້ຽງກຸ້ງມັງກອນ ຫຼາຍປີ ຢູ່ ເກາະ ບິ່ງບາ ແລະ ບິ່ງຮຶງ ໃຫ້ຮູ້ວ່າ ເພາະມີນໍ້າ ທີ່ໃສສະອາດ, ແຍກອອກຈາກດິນຕໍ່ແຜ່ນ, ລະດັບເຄັມຂອງນໍ້າ ແລະ ອຸ່ນ ຫະພູມ ທີ່ເໝາະສົມ ໄດ້ເຮັດໃຫ້ ກຸ້ງມັງກອນ ຢູ່ ກາມບິ່ງ ໃຫຍ່ ໄວ, ໄດ້ນໍ້າໝັກ, ຊີ້ນຫອມ, ໜຽວ ແລະ ມີລົດຊາດຫວານ. 

ອາຫານຂອງກຸ້ງມັງກອນ ລວມມີ: ປາປົ່ນ, ຕັດເປັນຕ່ອນ ນ້ອຍໆ ໃສ່ຖົງ ເຮັດດ້ວຍຕາໜ່າງ ຢ່ອນລົງໃຫ້ກຸ້ງກິນແລ້ວເກັບ ຄືນ ເພື່ອບໍ່ເຮັດໃຫ້ນໍ້າ ມີມົນລະພິດ. ພາບ: ຮວ່າງຮ່າ/VNP
ກຸ້ງມັງກອນນ້ອຍມີລາຄາໂຕໜຶ່ງ 35.000 ດົ່ງ. ພາບ: ຮວ່າງຮ່າ/VNP

ທ່ານ ເລແອ໋ງຕວັນ, ປະທານສະມາຄົມຊາວກະສິກອນ ຕາ ແສງ ກາມບິ່ງ ໃຫ້ຮູ້ວ່າ ປັດຈຸບັນ, ເນື້ອທີ່ລ້ຽງສິນໃນນໍ້າ ທົ່ວຕາ ແສງ ບັນລຸເກືອບ 90 ເຮັກຕາ, ໃນນັ້ນ ເທິງເກາະ ບິ່ງບາ ມີ 58 ເຮັກຕາ ແລະ ເກາະ ບິ່ງຮຶງ ມີ 30 ເຮັກຕາ, ມີເຮືອນແພ 469 ແພ ແລະ ກະຊັງ ເກືອບ 10.000 ກະຊັງ,  ສ່ວນຫຼາຍແມ່ນ ລ້ຽງກຸ້ງມັງກອນຂຽວ. ໄລຍະຜ່ານມາສາມາດ ເວົ້າໄດ້ວ່າ ອາ ຊີບລ້ຽງກຸ້ງມັງກອນ ດ້ວຍກະຊັງ ສາມາດນຳມາລາຍຮັບສູງ ໃຫ້ແກ່ປະຊາຊົນ ຢູ່ທີ່ນີ້, ປະກອບສ່ວນພັດທະນາເສດຖະ ກິດ-ສັງຄົມ ຂອງທ້ອງຖິ່ນ. 

ໃນຊຸມປີມໍ່ໆ​ ມານີ້, ເມື່ອມາຍັງ ແຄ໋ງຮວ່າ, ນັກທ່ອງທ່ຽວ ຈະແວ່ມາຢາມເກາະ ບິ່ງບາ (ຕາແສງ ກາມບິ່ງ) ທີ່ສວຍງາມ. ທີ່ນີ້ ບໍ່ພຽງແຕ່ເຮັດໃຫ້ນັກທ່ອງທ່ຽວ ປະທັບໃຈ ກັບທິວທັດທຳມະ ຊາດ ທ່ີສວຍງາມ, ອາກາດທີ່ສົດໃສ ເທົ່ານັ້ນ, ແຕ່ຍັງໄດ້ກິນ ບັນດາເຍື່ອງອາຫານ ທີ່ໄດ້ປຸງແຕ່ງຈາກກຸ້ງ ມັງກອນ ອີກດ້ວຍ. 

ລຸງ ໃບໂຮ້, ຜູ້ລ້ຽງກຸ້ງມັງກອນ ເທິງເກາະ ບິ່ງບາ ໃຫ້ຮູ້ວ່າ ກຸ້ງ ມັງກອນ ມີຫຼາຍປະເພດ ແລະ ມີລາຄາແຕກຕ່າງກັນ. ແພງ ກວ່າໝູ່ອາດຈະສູງກວ່າ 2 ລ້ານດົ່ງ/ກິໂລກຣາມ, ເປັນປະ ເພດ ກຸ້ງມັງກອນ ບົງ (Panulirus ornatus) ທີ່ໄດ້ຈັບຂຶ້ນມາ ແລະ ປຸງແຕ່ງໂດຍກົງຢູ່ກັບທີ່. ປະເພດກຸ້ງມັງກອນຂຽວ ຈະມີ ລາຄາ ແຕ່ 800.000 ເຖິງກວ່າ 1 ລ້ານດົ່ງ/ກິໂລກຣາມ. ລຸງ ໃບໂຮ້ ໃຫ້ຮູ້ວ່າ: “ມີກະຊັງລ້ຽງກຸ້ງມັງກອນ 40 ກະຊັງ, ຄອບ ຄົວຂ້າພະເຈົ້າ ຈະໄດ້ຮັບກຳໄລ ປະມານ 300 ລ້ານດົ່ງ/ປີ. ສະເພາະປີນີ້, ຍ້ອນກຸ້ງມັງກອນ ມີລາຄາແພງ, ສະນັ້ນ ຄອບ ຄົວຂ້າພະເຈົ້າ ໄດ້ຮັບກຳໄລ ເກືອບ 500 ລ້ານດົ່ງ. 

ການເກັບກ່ຽວ ກຸ້ງມັງກອນ ຂຽວ ທີ່ກະຊັງ. ພາບ: ຮວ່າງຮ່າ/VNP
ບັນດາກະຊັງລ້ຽງກຸ້ງ ຖືກວາງໄວ້ ຫ່າງຈາກໜ້າ ນໍ້າທະເລ ປະມານ 1 ແມັດ. ພາບ: ຮວ່າງຮ່າ/VNP
ເຮືອນແພ ໂຮ່ງຍ່ານ ຢູ່ເກາະ ບິ່ງຮຶງ, ເປັນບ່ອນລ້ຽງກຸ້ງ, ທັງ ເປັນບ່ອນ ປຸງແຕ່ງອາຫານ ເພື່ອບໍລິການນັກທ່ອງທ່ຽວ. ພາບ: ຮວ່າງຮ່າ/VNP

ທ່ານ ຫງວຽນເອິນ, ປະທານຄະນະກຳມະການປະຊາຊົນ ຕາ ແສງ ກາມບິ່ງ ໃຫ້ຮູ້ວ່າ: “ເພື່ອພັດທະນາອາຊີບລ້ຽງ ກຸ້ງມັງ ກອນ ທີ່ໝັ້ນຄົງ, ອຳນາດການປົກຄອງທ້ອງຖິ່ນ ໄດ້ຈັດຕັ້ງ ກອງປະຊຸມ ເພື່ອໂຄສະນາເຜີຍແຜ່ ເພື່ອໃຫ້ປະຊາຊົນ ເຫັນ ໄດ້ ຢ່າງຈະແຈ້ງວ່າ ການລ້ຽງກຸ້ງມັງກອນ ເປັນແຫຼ່ງລາຍຮັບ ຕົ້ນຕໍ. ພ້ອມກັນນັ້ນ ກໍ່ສະເໜີຕໍ່ບັນດາຂະແໜງການ, ທຸກຂັ້ນ ສ້າງແຜນສັງລວມ ກໍ່ຄືເປີດກວ້າງເຂດລ້ຽງກຸ້ງມັງກອນ ເພື່ອ ແນະນຳໃຫ້ຜູ້ລ້ຽງກຸ້ງ ຢ່າງມີປະສິດທິຜົນ”. 

ເຂດລ້ຽງກຸ້ງ ຢູ່ເກາະ ກາມບິ່ງ, ນະຄອນ ກາມແຣງ, ແຂວງ ແຄ໋ງຮວ່າ. ພາບ: ຮວ່າງຮ່າ/VNP

ກຸ້ງມັງກອນ ຢູ່ຕາແສງ ກາມບິ່ງ ຮັບໃຊ້ໂດຍກົງຢູ່ຕາແສງ ແລະ ຈຳໜ່າຍອອກສູ່ຜູ້ບໍລິໂພກ ໃນທົ່ວປະເທດ. ນັກທ່ອງທ່ຽວມາ ຍັງ ເກາະ ກາມບິ່ງ ຈະໄດ້ກິນບັນດາເຍື່ອງອາຫານ ທີ່ປຸງແຕ່ງ ຈາກກຸ້ງມັງກອນ ໂດຍຊາວທ້ອງຖິ່ນເປັນຜູ້ເຮັດ. ນອກຈາກ ສົ່ງ ອອກໄປຍັງ ສປ ຈີນ, ແຕ່ລະມື້ ຕາແສງ ກາມບິ່ງ ໄດ້ສະໜອງ ກຸ້ງມັງກອນ ເກືອບ 100 ກິໂລກຣາມ ເພື່ອບໍລິການໃຫ້ແກ່ນັກ ທ່ອງທ່ຽວ. 

 

ບົດ ແລະ ພາບ: ຮວ່າງຮ່າ - ແປໂດຍ: ຢືຟຽນ

ອາຊີບຕ່ຳຫູກ ຂອງ ຊາວເຜົ່າ ລື້

ອາຊີບຕ່ຳຫູກ ຂອງ ຊາວເຜົ່າ ລື້

ຕັ້ງຫຼາຍເຊ່ັນຄົນມາແລ້ວ, ຊາວເຜົ່າ ລື້ ຢູ່ຕາແສງ ບ້ານຮອນ, ເມືອງ ຕາມເດື່ອງ, ແຂວງ ລາຍເຈົາ ໄດ້ຖືອາຊີບ ຕໍ່າຜ້າພື້ນເມືອງ ເປັນສິ່ງວັດແທກຄວາມຄ່ອງແຄ້ວ ແລະ  ເກັ່ງວຽກບ້ານການເຮືອນ ຂອງແມ່ ຍິງ. ເພາະສະນັ້ນ, ກີ່ຕໍ່າຜ້າພື້ນເມືອງ ຈຶ່ງແມ່ນເຄື່ອງ ໃຊ້ທີ່ສຳຄັນ ແລະ ຂາດບໍ່ໄດ້ໃນຄອບຄົວຊາວເຜົ່າ ລື້. 

Top