• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລົດໄຟ​ຟ້າ VinFast ສ້າງ​ຄວາມ​ປະ​ທັບ​ໃຈ​ໃນ​ງານ​ວາງ​ສະ​ແດງລົດ​ໂອ​ໂຕ​ສາ​ກົນ ບາງກອກ ປີ 2024

ເຂົ້າຮ່ວມງານວາງສະແດງ BIMS 2024, ເປັນຄັ້ງທໍາອິດທີ່ VinFast ໄດ້ແນະນຳບັນດາຜະລິດຕະພັນລົດໂອໂຕໄຟຟ້າທີ່ໄດ້ຜະລິດຢ່າງສໍາເລັດບໍລິບຸນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ພິເສດແມ່ນລົດກະບະໄຟຟ້າ VF Wild, ທີ່ເຄີຍສ້າງຄວາມປະທັບໃຈຢ່າງແຮງໃນງານວາງສະແດງເອເລັກໂຕນິກການໃຊ້ສອຍ (CES 2024) ເຊິ່ງໄດ້ດຳເນີນໃນຕົ້ນເດືອນມັງກອນ 2024 ຢູ່ ອາເມລິກາ.
VinFast ໄດ້ແນະນຳບັນດາຜະລິດຕະພັນລົດໂອໂຕໄຟຟ້າໃນງານວາງສະແດງ BIMS 2024 (ພາບ: VOV)

ດ້ວຍຫົວຂໍ້ “ການເຄື່ອນໄຫວພ້ອມດ້ວຍການຄົ້ນຫາທີ່ຈັບໃຈ”, ງານວາງສະແດງລົດໂອໂຕສາກົນ ບາງກອກ (BIMS) 2024 ຖືກໄຂຂຶ້ນຢ່າງເປັນທາງການໃນວັນທີ 26 ມີນາ ຢູ່ສູນວາງສະແດງ ຫໍປະຊຸມ Impact, ປະເທດ ໄທ, ເຊິ່ງເປັນຄັ້ງທຳອິດທີ່ເຄື່ອງໝາຍການຄ້າລົດໄຟຟ້າ ຫວຽດນາມ VinFast Auto ໄດ້ປະກົດມີຢູ່ງານວາງສະແດງນີ້ ດ້ວຍການເປີດໂຕຢ່າງຈັບອົກຈັບໃຈ.

ເຂົ້າຮ່ວມງານວາງສະແດງ BIMS 2024, ເປັນຄັ້ງທໍາອິດທີ່ VinFast ໄດ້ແນະນຳບັນດາຜະລິດຕະພັນລົດໂອໂຕໄຟຟ້າທີ່ໄດ້ຜະລິດຢ່າງສໍາເລັດບໍລິບຸນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ພິເສດແມ່ນລົດກະບະໄຟຟ້າ VF Wild, ທີ່ເຄີຍສ້າງຄວາມປະທັບໃຈຢ່າງແຮງໃນງານວາງສະແດງເອເລັກໂຕນິກການໃຊ້ສອຍ (CES 2024) ເຊິ່ງໄດ້ດຳເນີນໃນຕົ້ນເດືອນມັງກອນ 2024 ຢູ່ ອາເມລິກາ. ທີ່ປຶກສາດ້ານການຄ້າ ຫວຽດນາມ ປະຈຳ ໄທ, ທ່ານ ເລຫຶວຝຸກ ໃຫ້ຂໍ້ສັງເກດວ່າ:

“ພວກເຮົາຮູ້ແລ້ວວ່າ ຕະຫຼາດໄທ ແມ່ນຕະຫຼາດທີ່ພັດທະນາທີ່ສຸດກ່ຽວກັບຂົງເຂດລົດໂອໂຕໃນພາກພື້ນ ກໍຄື ອາຊີ. ດັ່ງນັ້ນ, ເລື່ອງ VinFast ເຂົ້າຮ່ວມງານວາງສະແດງນີ້ເປັນຄັ້ງທໍາອິດນັ້ນ ໄດ້ສ້າງຂີດໝາຍແກ່ບາດກ້າວພັດທະນາໃດໜຶ່ງຂອງ VinFast ເວົ້າລວມ ແລະ ຂອງຂະແໜງອຸດສາຫະກຳ ຫວຽດນາມ ເວົ້າສະເພາະ.”

ງານວາງສະແດງ BIMS 2024 ດຳເນີນຈົນເຖິງວັນທີ 7 ເມສາ ຈຶ່ງອັດລົງ.

(ແຫຼ່ງຄັດຈາກ VOV)

ຮ່າໂນ້ຍ: ພົບປະແລກປ່ຽນມິດຕະພາບອວຍພອນບຸນປີໃໝ່ປະເພນີຂອງບັນດາປະເທດ ອາຊີ

ຮ່າໂນ້ຍ: ພົບປະແລກປ່ຽນມິດຕະພາບອວຍພອນບຸນປີໃໝ່ປະເພນີຂອງບັນດາປະເທດ ອາຊີ

ມີຜູ້ແທນກ່ວາ 250 ຄົນມາຈາກບັນດາສະຖານທູດ, ບັນດາອົງການຈັດຕັ້ງສາກົນ ແລະ ບັນດາອົງການສະມາຊິກຂອງສະຫະພັນບັນດາອົງການມິດຕະພາບ ນະຄອນ ຮ່າໂນ້ຍ ໄດ້ເຂົ້າຮ່ວມລາຍການ.

Top