ຕອນຄ່ຳວັນທີ 8 ກຸມພາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເລືອງເກືອງ ແລະ ພັນລະຍາ ໄດ້ເຂົ້າຮ່ວມລາຍການສະແດງສິລະປະພິເສດ ລະດູບານໃໝ່ຢູ່ ບ້ານເກີດເມືອງນອນ 2026 ດ້ວຍຫົວຂໍ້ “ຄາດຫວັງຫວຽດນາມ: ສັນຕິພາບ, ຈະເລີນຮຸ່ງເຮືອງ”.
ທ່ານປະທານປະເທດ ຫວຽດນາມ ເລືອງເກືອງ ກ່າວຄຳເຫັນທີ່ລາຍການ (ພາບ: Lâm Khánh/TTXVN)
ລາຍການລະດູບານໃໝ່ຢູ່ບ້ານເກີດເມືອງນອນໂດຍຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ແລະ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍສົມທົບກັນຈັດຂຶ້ນໃນແຕ່ລະປີ, ໄດ້ກາຍເປັນເຫດການວັດທະນະທຳ - ການເມືອງສຳຄັນ, ດຶງດູດຄວາມສົນໃຈເປັນພິເສດ ຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ປະເທດຕ່າງໆ ໃນທົ່ວໂລກ. ລາຍການລະດູບານໃໝ່ຢູ່ບ້ານເກີດເມືອງນອນ ປີນີ້ມີການເຂົ້າຮ່ວມຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະມານ 1.500 ຄົນໃນທົ່ວໂລກ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ເລືອງເກື່ອງ ປາດຖະໜາວ່າ:
ກາລະໂອກາດອັນໃຫຍ່ຫຼວງ -ຄວາມຄາດຫວັງຍິ່ງໃຫຍ່ - ຄວາມຮັບຜິດຊອບຢ່າງໜັກໜ່ວງ ແມ່ນໜ້າທີ່ຂອງຊາວຫວຽດນາມ ແຕ່ລະຄົນ - ເຊິ່ງແມ່ນບັນດາຜູ້ຄົນມີສາຍເລືອດ ລູກມັງກອນ, ຫຼານເທວະດາ, ເຖິງວ່າຢູ່ພາຍໃນ ຫຼື ຕ່າງປະເທດ. ກໍ່ຕາມກຳລັງແຮງຕັດສິນເພື່ອຫັນຄວາມຄາດຫວັງຫວຽດນາມໃຫ້ປະກົດຜົນເປັນຈິງນັ້ນແມ່ນຄວາມ ເປັນຈິດໜຶ່ງໃຈດຽວ, ຈິດໃຈມະຫາສາມັກຄີຂອງທົ່ວທັງຊາດ ຫວຽດນາມ. ຂ້າພະເຈົ້າຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ໝົດທຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງສືບຕໍ່ປັບປຸງ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ຮ່ວມແຮງຮ່ວມໃຈ, ນຳມາເຊິ່ງພູມປັນຍາ, ແຫຼ່ງກຳລັງ ແລະ ສາຍຈິດມິດໃຈຂອງຕົນປະກອບສ່ວນໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.
(ແຫຼ່ງຄັດຈາກ VOV)