• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາງວັນ ມັງກອນຄຳ 2026: ແຜ່ກະຈ່າຍຄຸນຄ່າວິສາຫະກິດ FDI, ເຊື່ອມຕໍ່ຄວາມໄວ້ເນື້ອເຊື່ອໃຈໃນການລົງທຶນຢູ່ ຫວຽດນາມ

ໃນໄລຍະ 25 ປີຜ່ານມາ, ລາຍການໄດ້ຮັບຮູ້ ແລະ ເຊີດຊູນັບຮ້ອຍເຄື່ອງໝາຍການຄ້າ FDI ໃຫຍ່ທີ່ພວມລົງທຶນຢູ່ ຫວຽດນາມ
  (ທ່ານ ດ່າວກວາງບິ່ງ, ເລຂາທິການສະມາຄົມວິທະຍາສາດ ເສດຖະກິດ ຫວຽດນາມ, ຮອງປະທານສະພາບັນນາທິການວາລະສານເສດຖະກິດ ຫວຽດນາມ)  

ຕອນ​ບ່າຍ​ວັນ​ທີ 13 ພຶດ​ສະ​ພາ, ຢູ່ ຮ່າ​ໂນ້ຍ, ສະ​ມາ​ຄົມ​ວິ​ທະ​ຍາ​ສາດ ເສດ​ຖະ​ກິດ ຫວຽດ​ນາມ ແລະ ວາ​ລະ​ສານ​ເສດ​ຖະ​ກິດ ຫວຽດ​ນາມ - VnEconomy - Vietnam Economic Times ໄດ້​ຈັດ​ພິ​ທີ​ປະ​ກາດ ແລະ ເຊີດ​ຊູ​ວິ​ສາ​ຫະ​ກິດ​ທີ່​ມີ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ດີ​ເດັ່ນ 2025 – 2026 ປ​ແລະ ມອບ​ລາງວັນ ຣົ່ງ​ວ່າງ (ມັງ​ກອນ​ຄຳ) ປີ 2026 (ຄັ້ງ​ທີ 25) - Golden Dragon Awards 2026.

ໃນ​ໄລ​ຍະ 25 ປີ​ຜ່ານ​ມາ, ລາຍ​ການ​ໄດ້​ຮັບ​ຮູ້ ແລະ ເຊີດ​ຊູນັບ​ຮ້ອຍ​ເຄື່ອງ​ໝາຍ​ການ​ຄ້າ FDI ໃຫຍ່​ທີ່​ພວມ​ລົງ​ທຶນ​ຢູ່ ຫວຽດ​ນາມ, ຄື: Toyota, Honda, Mercedes-Benz, HSBC, Samsung… ພ້ອມ​ກັນ​ນັ້ນ, ລາຍ​ການ​ຍັງ​ປະ​ກອບ​ສ່ວນ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ ແລະ ຊຸກ​ຍູ້​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ໃຫ້​ໂປ່ງ​ໃສ, ມີ​ສະ​ຖຽນ​ລະ​ພາບກວ່າ. ກ່າວ​ຄຳ​ເຫັນ​ທີ່​ເຫດ​ການ, ທ່ານ ດ່າວກວາງ​ບິ່ງ, ເລ​ຂາ​ທິ​ການ​​ສະ​ມາ​ຄົມ​ວິ​ທະ​ຍ​າ​ສາດ ເສດ​ຖະ​ກິດ ຫວຽດ​ນາມ, ຮອງ​ປະ​ທານ​ສະ​ພາບັນ​ນາ​ທິ​ການ​ວາ​ລະ​ສານ​ເສດ​ຖະ​ກິດ ຫວຽດ​ນາມ, ໃຫ້​ຮູ້​ວ່າ:

“​ລາງວັນ ມັງ​ກອນ​ຄຳ ໄດ້​ປຸກ​ລະ​ດົມ​ນັບ​ແຕ່​ປີ 2001. ນີ້​ແມ່ນ​ລາງວັນ​ມີ​ຄຸນ​ຄ່າ​ປຸກ​ລະ​ດົມ​ຈິດ​ໃຈ, ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ FDI ດີ​ເດັ່ນ ກໍ​ຄື​ຊຸກ​ຍູ້​ການ​ສ້າງ​ສັນ ແລະ ປັບ​ປຸງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ FDI ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ນັບ​ມື້​ນັບ​ເຕີບ​ໃຫຍ່​ເຂັ້ມ​ແຂງ​ຢູ່ ຫວຽດ​ນາມ, ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ”.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຮຽກຮ້ອງບັນດາຝ່າຍເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ

ຫວຽດນາມ ຮຽກຮ້ອງບັນດາຝ່າຍເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ

ເລື່ອງບັນດາຝ່າຍທີ່ກ່ຽວຂ້ອງໃຫ້ຄົນເຂົ້າໄປຍັງເຂດທີ່ເປັນເອກະລາດຂຶ້ນກັບໝູ່ເກາະ ເຈື່ອງຊາ ເຊິ່ງບໍ່ໄດ້ຮັບອະນຸຍາດຂອງ ຫວຽດນາມ ແມ່ນການກະທຳລະເມີດອະທິປະໄຕຂອງ ຫວຽດນາມ ຕາມກົດໝາຍສາກົນ

Top