ໃນໄລຍະ 25 ປີຜ່ານມາ, ລາຍການໄດ້ຮັບຮູ້ ແລະ ເຊີດຊູນັບຮ້ອຍເຄື່ອງໝາຍການຄ້າ FDI ໃຫຍ່ທີ່ພວມລົງທຶນຢູ່ ຫວຽດນາມ
(ທ່ານ ດ່າວກວາງບິ່ງ, ເລຂາທິການສະມາຄົມວິທະຍາສາດ ເສດຖະກິດ ຫວຽດນາມ, ຮອງປະທານສະພາບັນນາທິການວາລະສານເສດຖະກິດ ຫວຽດນາມ)
ຕອນບ່າຍວັນທີ 13 ພຶດສະພາ, ຢູ່ ຮ່າໂນ້ຍ, ສະມາຄົມວິທະຍາສາດ ເສດຖະກິດ ຫວຽດນາມ ແລະ ວາລະສານເສດຖະກິດ ຫວຽດນາມ - VnEconomy - Vietnam Economic Times ໄດ້ຈັດພິທີປະກາດ ແລະ ເຊີດຊູວິສາຫະກິດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ດີເດັ່ນ 2025 – 2026 ປແລະ ມອບລາງວັນ ຣົ່ງວ່າງ (ມັງກອນຄຳ) ປີ 2026 (ຄັ້ງທີ 25) - Golden Dragon Awards 2026.
ໃນໄລຍະ 25 ປີຜ່ານມາ, ລາຍການໄດ້ຮັບຮູ້ ແລະ ເຊີດຊູນັບຮ້ອຍເຄື່ອງໝາຍການຄ້າ FDI ໃຫຍ່ທີ່ພວມລົງທຶນຢູ່ ຫວຽດນາມ, ຄື: Toyota, Honda, Mercedes-Benz, HSBC, Samsung… ພ້ອມກັນນັ້ນ, ລາຍການຍັງປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກ ແລະ ຊຸກຍູ້ສະພາບແວດລ້ອມແຫ່ງການລົງທຶນໃຫ້ໂປ່ງໃສ, ມີສະຖຽນລະພາບກວ່າ. ກ່າວຄຳເຫັນທີ່ເຫດການ, ທ່ານ ດ່າວກວາງບິ່ງ, ເລຂາທິການສະມາຄົມວິທະຍາສາດ ເສດຖະກິດ ຫວຽດນາມ, ຮອງປະທານສະພາບັນນາທິການວາລະສານເສດຖະກິດ ຫວຽດນາມ, ໃຫ້ຮູ້ວ່າ:
“ລາງວັນ ມັງກອນຄຳ ໄດ້ປຸກລະດົມນັບແຕ່ປີ 2001. ນີ້ແມ່ນລາງວັນມີຄຸນຄ່າປຸກລະດົມຈິດໃຈ, ສ້າງກຳລັງໜູນໃຫ້ແກ່ບັນດາວິສາຫະກິດ FDI ດີເດັ່ນ ກໍຄືຊຸກຍູ້ການສ້າງສັນ ແລະ ປັບປຸງປະຊາຄົມວິສາຫະກິດ FDI ເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ນັບມື້ນັບເຕີບໃຫຍ່ເຂັ້ມແຂງຢູ່ ຫວຽດນາມ, ປະກອບສ່ວນຕັ້ງໜ້າໃຫ້ແກ່ພື້ນຖານເສດຖະກິດ ຫວຽດນາມ”.