ຕອນບ່າຍວັນທີ 14 ພຶດສະພາ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາງ ຟ້າມທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕອບຄຳຖາມຂອງນັກຂ່າວກ່ຽວຂ້ອງເຖິງບັນດາເນື້ອໃນທີ່ໄດ້ເຕື້ອງເຖິງໃນບົດລາຍງານພິເສດ 301 ປີ 2026 ຂອງ ອາເມລິກາ ກ່ຽວກັບສິດຊັບສິນທາງປັນຍາ.
ທ່ານນາງ ຟ້າມທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)
ຕາມທ່ານແລ້ວ, ທັດສະນະຂອງ ຫວຽດນາມ ແມ່ນເດັດດ່ຽວແກ້ໄຂທຸກການກະທຳທີ່ລະເມີດສິດຊັບສິນທາງປັນຍາ ແລະ ຈະສືບຕໍ່ເພີ່ມທະວີວຽກງານປົກປ້ອງ, ປະຕິບັດສິດຊັບສິນທາງປັນຍາ. ລະບົບກົດໝາຍທີ່ກ່ຽວຂ້ອງເຖິງຊັບສິນທາງປັນຍາຂອງ ຫວຽດນາມ ໄດ້ຮັບການດັດປັບໃຫ້ສົມບູນແບບຢ່າງຕໍ່ເນື່ອງ. ພ້ອມກັນນັ້ນ, ລັດຖະບານກໍ່ປະກາດໃຊ້ເອກະສານຊີ້ນຳ, ບໍລິຫານຫຼາຍສະບັບ ເພື່ອແນໃສ່ເພີ່ມທະວີການປະຕິບັດສິດຊັບສິນທາງປັນຍາ, ຕໍ່ສູ້ຕ້ານການຄ້າເຖື່ອນ, ສໍ້ໂກງທາງການຄ້າ, ສິນຄ້າປອມ ແລະ ສິນຄ້າລະເມີດສິດຊັບສິນທາງປັນຍາ. ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ:
“ຫວຽດນາມ ສະເໜີໃຫ້ຝ່າຍ ອາເມລິກາ ມີການຕີລາຄາຢ່າງພາວະວິໄສ, ດຸ່ນດ່ຽງກ່ຽວກັບຄວາມມານະພະຍາຍາມ ແລະ ຜົນງານຂອງ ຫວຽດນາມ ໃນຂົງເຂດປົກປ້ອງສິດຊັບສິນທາງປັນຍາ. ຫວຽດນາມ ພວມຮ່ວມມືກັບ ອາເມລິກາ ໃນຂົງເຂດນີ້ຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ, ພ້ອມແລ້ວທີ່ຈະແບ່ງປັນຂໍ້ມູນ, ເຮັດແຈ້ງບັນດານະໂຍບາຍ, ຂໍ້ກຳນົດຂອງ ຫວຽດນາມ ແລະ ຖືວ່າ 2 ຝ່າຍຕ້ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອແກ້ໄຂບັນດາຄວາມແຕກຕ່າງຢ່າງສົມເຫດສົມຜົນ, ເພື່ອຜົນປະໂຫຍດຂອງ 2 ປະເທດ”.
ປີ 2025, ບັນດາກຳລັງເຈົ້າໜ້າທີ່ຂອງ ຫວຽດນາມ ໄດ້ແກ້ໄຂນັບພັນເຫດການທີ່ກ່ຽວຂ້ອງເຖິງສິດຊັບສິນທາງປັນຍາ. ພ້ອມກັນນັ້ນ, ມີກວ່າ 1.200 ເວັບໄຊແບ່ງປັນເນື້ອໃນທີ່ມີສັນຍານລະເມີດສິດຜູ້ແຕ່ງ, ສິດທີ່ກ່ຽວຂ້ອງໄດ້ຖືກສະກັດກັ້ນ.
(ແຫຼ່ງຄັດຈາກ VOV)