• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວິຖີຊີວິດ ຂອງ ຄົນ ຫວຽດ

ມຸ່ງໜ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ: ຊາວຫວຽດນາມ ອາໄສຢູ່ ສ ອາເມລິກາ ມີຄວາມມຸ່ງຫວັງຢ່າງເລິກເຊິ່ງຕໍ່ບັນດາທິດທາງຍຸດທະສາດຂອງພັກ

ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ຈະຈັດຂຶ້ນໃນວັນທີ 19-25 ມັງກອນນີ້, ສະໂມສອນນັກທຸລະກິດ ແລະ ຜູ້ຮັກຊາດ ເຂດ DMV (ເຂດ ວໍຊິງຕັນ ດີຊີ, Maryland ແລະ Virginia ຂອງ ສ ອາເມລິກາ) ໄດ້ສະແດງຄວາມຮູ້ສຶກ, ຄວາມເຊື່ອໝັ້ນ ແລະ ຄວາມມຸ່ງຫວັງຢ່າງເລິກເຊິ່ງຂອງປະຊາຄົມຊາວ ຫວຽດນາມອາໄສຢູ່ຕ່າງປະເທດ, ນັກທຸລະກິດ ແລະ ປັນຍາຊົນຫວຽດນາມ ຢູ່ ສ ອາເມລິກາ ທີ່ມີຕໍ່ເຫດການການເມືອງທີ່ສຳຄັນຍິ່ງຂອງປະເທດຊາດ.

 

ໃນຈົດໝາຍອວຍພອນທີ່ສົ່ງເຖິງ ຄະນະບໍລິຫານງານສູນກາງພັກ ແລະ ຄະນະປະທານກອງປະຊຸມໃຫຍ່, ສະໂມສອນໄດ້ເນັ້ນໜັກວ່າ ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XIV ມີຄວາມໝາຍສຳຄັນເປັນພິເສດ, ເປີດໄລຍະແຫ່ງການພັດທະນາໃໝ່ຂອງ ຫວຽດນາມ ໃນທ່າມກາງສະພາບເສດຖະກິດໂລກທີ່ມີການຫັນປ່ຽນຢ່າງແຂງແຮງ, ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ ໄດ້ກາຍເປັນກຳລັງໜູນຕົ້ນຕໍຂອງການເຕີບໂຕ. ປະຊາຄົມນັກທຸລະກິດ ແລະ ຊາວ ຫວຽດນາມ ຢູ່ ສະຫະລັດ ອາເມລິກາ ໄດ້ສະແດງຄວາມສົນໃຈຢ່າງເລິກເຊິ່ງ ແລະ ມີຄວາມມຸ່ງຫວັງຕໍ່ບັນດາທິດທາງຍຸດທະສາດຂອງກອງປະຊຸມໃຫຍ່, ໂດຍສະເພາະແມ່ນການປະຕິຮູບລະບອບລະບຽບການ, ການພັດທະນາເສດຖະກິດເອກະຊົນ, ການດຶງດູດການລົງທຶນທີ່ມີຄຸນນະພາບສູງ ແລະ ການພັດທະນາແບບຍືນຍົງ.

 

ທ່ານເລຂາທິການໃຫຍ່ ໂຕເລິມ ຖ່າຍຮູບຮ່ວມກັບພໍ່ແມ່ປະຊາຊົນຊາວ ຫວຽດນາມອາໄສຢູ່ຕ່າງປະເທດທີ່ດີເດັ່ນ ເຂົ້າຮ່ວມລາຍການ "ລະດູບານໃໝ່ແຫ່ງບ້ານເກີດ" ປີ 2025. ພາບ: ຖົ໋ງເຍິດ/VNA
ທ່ານປະທານປະເທດ ເລືອງ ເກື່ອງ ແລະ ພັນລະຍາ ຖ່າຍຮູບຮ່ວມກັບພໍ່ແມ່ປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດ ທີ່ກັບມາຢ້ຽມຢາມບ້ານເກີດເນື່ອງໃນໂອກາດບຸນເຕັດ ປີມະເສັງ 2025. ພາບ: ເລີມແຄ໋ງ/VNA
ທ່ານ ຫງວຽນ ກວາງ ແທັງ, ປະທານສະໂມສອນນັກທຸລະກິດ ແລະ ຜູ້ຮັກຊາດ ເຂດວໍຊິງຕັນ ດີຊີ, Maryland ແລະ Virginia (ສ ອາເມລິກາ). ພາບ: ດວ່ານຮຸ່ງ/VNA
ຊາວ ຫວຽດນາມອາໄສຢູ່ຕ່າງປະເທດກວ່າ 60 ທ່ານ ທີ່ມາຈາກ 24 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ ເທິງ "ຂະບວນລົດໄຟມະຫາສາມັກຄີ" ໄປຢ້ຽມຢາມກອງທັບ ແລະ ປະຊາຊົນ ຢູ່ເມືອງເກາະ ເຈື່ອງຊາ ແລະ ເຮືອນຮ້ານ DK1. ພາບ: VNA

ຕາງໜ້າໃຫ້ນັກທຸລະກິດ ແລະ ຜູ້ຮັກຊາດເຂດ DMV, ທ່ານ ຫງວຽນກວາງແທງ, ປະທານສະໂມສອນ ໄດ້ລົງນາມໃນຈົດໝາຍອວຍພອນ, ສົ່ງຝັງຄວາມເຊື່ອໝັ້ນ ແລະ ຄຳອວຍພອນໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ປະສົບຜົນສຳເລັດຢ່າງຈົບງາມ, ນຳພາປະເທດຊາດນັບມື້ນັບພັດທະນາ, ຮັ່ງມີ ແລະ ເຂັ້ມແຂງ.

ກະສິກໍາ ຮ່າໂນ້ຍ ຫັນປ່ຽນຢ່າງແຂງແຮງ ເພື່ອເຂົ້າເຖິງ ຕະຫຼາດ ຍີ່ປຸ່ນ-ສ ເກົາຫຼີ

ກະສິກໍາ ຮ່າໂນ້ຍ ຫັນປ່ຽນຢ່າງແຂງແຮງ ເພື່ອເຂົ້າເຖິງ ຕະຫຼາດ ຍີ່ປຸ່ນ-ສ ເກົາຫຼີ

ໃນຄວາມພະຍາຍາມ ຍົກລະດັບຖານະ ຂອງ ຜະລິດຕະພັນ ກະສິ ກໍາ ຫວຽດນາມ, ນະຄອນຫຼວງ ຮ່າໂນ້ຍ ກໍາລັງເພີ່ມທະວີການ ສ້າງມາດຕະຖານ ຂະບວນການຜະລິດ, ກວດສອບຕົ້ນກໍາເນີດ ແລະ ສ້າງເຂດວັດຖຸດິບ ທີ່ມີຄຸນນະພາບສູງ. ນັບແຕ່ການຫັນເປັນ ດີຈີຕອນ ຈົນເຖິງການເຊື່ອມໂຍງ ລະບົບຕ່ອງໂສ້, ຂະແໜງກະສິ ກໍາ ຂອງ ນະຄອນຫຼວງ ກໍາລັງກ້າວເຂົ້າສູ່ໄລຍະແຫ່ງການປ່ຽນ ແປງໃໝ່ຢ່າງແຂງແຮງ, ໂດຍມີເປົ້າໝາຍເຂົ້າເຖິງຕະຫຼາດທີ່ເອົາ ໃຈຍາກ ເຊັ່ນ: ຍີ່ປຸ່ນ ແລະ ສ ເກົາຫຼີ.

Top