• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ມາ ສີ່ເຖົາຈ໊າຍ ຟັງເລື່ອງລາວ ກ່ຽວກັບການປົກປັກຮັກສາປ່າ

ແຕ່ໃດໆ ມາ, ບ້ານ ສີເຖົາຈ໊າຍ ຢູ່ຕາແສງ ໂຮ່ເຖົ່າ, ເມືອງ ຕາມເດື່ອງ ຕັ້ງຢູ່ລະດັບຄວາມສູງ 1.400 ແມັດ ທຽບກັບ ໜ້ານຳ້ທະເລ ໄດ້ເປັນທ່ີ ຮູ້ເຖິງວ່າ ເປັນແຫຼ່ງທ່ອງທ່ຽວປະຊາຄົມ ທີ່ດຶງດູດນັກທ່ອງທ່ຽວ ຂອງ ແຂວງ ລາຍເຈົາ. ຈຸດພິເສດ ຢູ່ໝູ່ບ້ານແຫ່ງນີ້ ແມ່ນຄວາມເຊື່ອຖື ກ່ຽວ ກັບປ່າ ແລະ ຮີບຄອງປະເພນີ ປົກປັກ​ຮັກສາປ່າ ເຊິ່ງໄດ້ຊາວເຜົ່າ ຢາວ ຮັກສາໄວ້ ໃນຕະຫຼອດເວລາຫຼາຍພັນປີ. 
ຈຸດພິເສດ ຂອງ ຮູບການປົກປັກຮັກສາ ປ່າ ຢູ່ທີ່ນີ້ ແມ່ນພິທີກຳ ລ້ຽງ ເຈົ້າປ່າເຈົ້າເຂົາ ເຊິ່ງໄດ້ຊາວເຜົ່າ ຢາວ ປະຕິບັດ 2 ເທື່ອ ຕໍ່ປີ (ວັນທີ 1 ກຸມພາ ແລະ 1 ເມສາ). ໃນມື້ນັ້ນ, ຊາວບ້ານ ທຸກຄົນ ຈະເຕົ້າໂຮມ ກັນ ຢູ່ເຮືອນຂອງ ນາຍບ້ານ, ພ້ອມກັນຊື້ໝູໂຕໜຶ່ງ ເພື່ອເປັນເຄື່ອງ ເສັ້ນໄຫວ້ ເຈົ້າປ່າເຈົ້າເຂົາ. ພິທີກຳລ້ຽງເຈົ້າປ່າເຈົ້າເຂົາ ໄດ້ຈັດຂຶ້ນຢູ່ ໃນເຂດປ່າສະຫງວນ. ຜູ້ທີ່ມີອິດທິພົນໃນບ້ານ ຈະໄດ້ເລືອກໃຫ້ ເປັນຜູ້ ຕາງໜ້າໃຫ້ແກ່ ຊາວບ້ານ ມາປະຕິບັດພິທີກຳ ລ້ຽງເຈົ້າປ່າເຈົ້າເຂົາ. ເນື້ອໃນ ແມ່ນຂໍໃຫ້ເຈົ້າປ່າເຈົ້າເຂົາ ປະທານໃຫ້ປະຊາຊົນທຸກຄົນ ໃນບ້ານ ມີສຸຂະພາບແຂງແຮງ, ອາກາດ ເອື້ອອຳນວຍ ເພື່ອໃຫ້ລະດູ ການຜະລິດ ເກັບກ່ຽວ ໄດ້ຜົນດີ, ຫຼີກລ່ຽງສິ່ງບໍ່ດີ. ນອກຈາກບັນດາ ຜູ້ທຳພິທີກຳລ້ຽງ ເຈົ້າປ່າເຈົ້າເຂົາ ຕົ້ນຕໍ, ຍັງມີຜູ້ຊ່ວຍເປັນຍິງສາວ 2 ຄົນ ອາຍຸ 15-18 ປີ.

ຊາວບ້ານ ສີເຖົາຈ໊າຍ ຖືເຈົ້າປ່າເຈົ້າເຂົາ ເປັນເທວະດາ ອົງໜຶ່ງໃນ ການ ປົກປ້ອງໝູ່ບ້ານແຫ່ງນີ້. ພາຍຫຼັງພິທີກຳລ້ຽງ ເຈົ້າປ່າເຈົ້າເຂົາ, ຊາວບ້ານ ຈະບໍ່ໄດ້ເຂົ້າມາໃນເຂດຈັດພິທີບູຊາ, ບໍ່ໃຫ້ມີການ ກະທຳ ລະເມີດຕໍ່ເຈົ້າປ່າເຈົ້າເຂົາ. ໂດຍມີການປົກປັກຮັກສາປ່າ ເຊິ່ງເຮັດໃຫ້ ປ່າສະຫງວນ ຢູ່ ສີເຖົາຈ໊າຍ ມີທັດສະນີຍະພາບສວຍງາມຄືປັດຈຸບັນ, ປະກອບສ່ວນຢ່າງໃຫຍ່ຫຼວງ ເຂົ້າໃນການກໍ່ສ້າງໝູ່ບ້ານວັດທະນະ ທຳ-ທ່ອງທ່ຽວປະຊາຄົມ, ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເປັນຈຳນວນຫຼວງຫຼາຍ. 


ບ້ານ ສີເຖົາຈ໊າຍ ຢູ່ຕາແສງ ໂຮ່ເຖົ່າ, ເມືອງ ຕາມເດື່ອງ ຕັ້ງຢູ່ລະດັບຄວາມສູງ 1.400 ແມັດ ທຽບກັບ ໜ້ານຳ້ທະເລ. ພາບ: ເຕິດເຊີນ/VNP


ຊາວບ້ານ ຖືເຄື່ອງເສັ້ນໄຫວ້ ມາຍັງເຮືອນນາຍບ້ານ ລູ່ອາສາງ ເພື່ອທຳພິທີກຳລ້ຽງ ເຈົ້າປ່າເຈົ້າເຂົາ. ພາບ: ຫງວຽນລວນ/VNP


ຊາວບ້ານ ທຸກຄົນ ຈະເຕົ້າໂຮມກັນ ຢູ່ເຮືອນຂອງ ນາຍບ້ານ, ພ້ອມກັນຊື້ໝູໂຕໜຶ່ງ ເພື່ອເປັນເຄື່ອງ ເສັ້ນໄຫວ້ ເຈົ້າປ່າເຈົ້າເຂົາ. ພາບ: ເຕິດເຊີນ/VNP


ບັນດາເສັ້ນທາງໄດ້ກໍ່ດ້ວຍຫີນ ແລ່ນອ້ອມບ້ານ ສີ່ເຖົາຈ໊າຍ.ພາບ: ຫງວຽນລວນ/VNP


ຊາວບ້ານ ສີ່ເຖົາຈ໊າຍ ຖືເຈົ້າປ່າເຈົ້າເຂົາ ເປັນເທວະດາ ອົງໜຶ່ງ ປົກປັກຮັກສາໝູ່ບ້ານ ຂອງເຂົາເຈົ້າ, ສະນັ້ນ ຈຶ່ງຈັດ ກຳລັງ ລາດຕະເວນກວດການ ເພື່ອປົກປ້ອງເຂດປ່າ ສະ ຫງວນ ຢູ່ໃນບ້ານ. ພາບ: ຫງວຽນລວນ/VNP


- ນໍ້າຕົກຕາດ ຕາກຕິ່ງ ເປັນໜຶ່ງໃນບັນດານໍ້າຕົກຕາດ ທີ່ ສວຍງາມທີ່ສຸດຂອງເມືອງ ຕາມເດື່ອງ, ຢູ່ຕິດກັບບ້ານ ສີ່ເຖົາຈ໊າຍ. ພາບ: ຫງວຽນລວນ/VNP


ຢ້ຽມຢາມສວນໝາກຄາຍ ເປັນປະສົບການໜຶ່ງທີ່ຍາກ ຈະລືມ ໄດ້ຂອງນັກທ່ອງທ່ຽວ ເມື່ອມາຍັງທີ່ນີ້. ພາບ: ຫງວຽນລວນ/VNP


ຊາວບ້ານ ສີ່ເຖົາຈ໊າຍ ຕ້ອນຮັບນັກທ່ອງທ່ຽວດ້ວຍຄວາມຍິ້ມແຍ້ມແຈ່ມໃສ.ພາບ: ຫງວຽນລວນ/VNP


ນັກທ່ອງທ່ຽວ ມາຢ້ຽມຢາມບ້ານ ສີ່ເຖົາຈ໊າຍ. ພາບ: ເຕິດເຊີນ/VNP


ຊອກຮູ້ວິທີເຮັດ ເຕົ້າຮູ້ ຂອງຊາວເຜົ່າ ຢາວ. ພາບ: ເຕິດເຊີນ/VNP

ປີ 2019, ເມື່ອ ພະຍາດໂຄວິດ-19 ຍັງບໍ່ລະບາດ, ເມືອງ ຕາມເຢືອງ ໄດ້ຕ້ອນຮັບຮັກທ່ອງທ່ຽວ ກວ່າ 40.000 ເທື່ອຄົນ, ໃນນັ້ນ ສະເພາະ ບ້ານ ສີເຖົາຈ໊າຍ ໄດ້ຕ້ອນຮັບນັກທ່ອງທ່ຽວ 11.000 ເທື່ອຄົນ, ໃນນັ້ນກວ່າ 700 ຄົນ ນອນຄ້າງຄືນ ຢູ່ບັນດາຄອບຄົວເຮັດ homestay. ສີເຖົາຈ໊າຍ ເປັນໜຶ່ງ ໃນບັນດາຈຸດເດັ່ນ ໃນລະບົບ ຈຸດທ່ອງທ່ຽວ ປະຊາຄົມ, ທ່ອງທ່ຽວຄົ້ນຫາທີ່ ລາຍເຈົາ.   
ນອກຈາກຈຸດພິເສດດ້ານວັດທະນະທຳ, ສີເຖົາຈ໊າຍ ມີພູມປະເທດ ຕັ້ງຢູ່ເທິງພູສູງ, ມີອາກາດອົບອຸ່ນ, ເຢັນຕະຫຼວດປີ. ພິເສດ, ເມື່ອມາ ຍັງ ສີເຖົາຈ໊າຍ, ນັກທ່ອງທ່ຽວ ຈະພົບເຫັນເມກຫຼາຍກຸ່ມເລັດລອດ ຢູ່ໃນຮົ່ມໄມ້, ເທິງຫຼັງຄາເຮືອນ, ກາຍເປັນຫວ່າງເວຫາ ທີ່ເຕັມໄປດ້ວຍ ຄວາມເລິກລັບ ແລະ ສວຍງາມຊວນຝັນ. 

ປັດຈຸບັນ, ຊາວບ້ານ ໄດ້ລື້ງກັບວຽກງານຕ້ອນຮັບນັກທ່ອງທ່ຽວ. ເຂົາ ເຈົ້າ ໄດ້ລົງທຶນ ສ້າງບັນດາຕົວແບບ homestay ເພື່ອຮັບໃຊ້ ນັກທ່ອງ ທ່ຽວ ກິນນອນໃນຄອບຄົວ. ນັກທ່ອງທ່ຽວ ສາມາດເລືອກ ຄອບຄົວ ໃດ ທີ່ເໝາະສົມ ແລ້ວມາຢູ່ນຳ, ໄດ້ກິນ, ນອນພັກຜ່ອນ ແລະ ຮຽນຮູ້ ວິທີເຮັດເຄື່ອງນຸ່ງ ກໍ່ຄືບັນດາອາຊີບມູນເຊື້ອ ອີກດວ້ຍ. 

ບ້ານ ເປັນບ່ອນຢູ່ອາໄສ ຂອງ ພໍ່ແມ່ປະຊາຄົນຊົນເຜົ່າ ຢາວ, ທີ່ນີ້ ມີ ຈຸດພິເສດໃນແບບແຜນວິຖີຊີວິດ ແລະ ເປັນສັນຍະລັກຂອງໝູ່ບ້ານ ເທິງ ເຂດພູສູງ ພາກເໜືອ ຫຼາຍແຫ່ງ. ຊົນເຜົ່າ ຢາວ ກວ່າ 60 ຄອບ ຄົວ ຍັງຮັກສາ ໄດ້ຈຸດສວຍງາມດ້ານ ວັດທະນະທຳ ມູນເຊື້ອ ຜ່ານ ຫຼາຍ ຮຸ່ນຄົນ. ນອກຈາກພິທີກຳລ້ຽງ ເຈົ້າປ່າເຈົ້າເຂົາ, ບ້ານ ສີເຖົາ ຈ໊າຍ ຍັງມີຫຼາຍງານບຸນ ພິເສດຄື: ຟ້ອນໄຟ, ພິທີເກີບສັກ (ພິທີເລື່ອນຊັ້ນ ຮັບຮອງ ຜູ້ຊາຍ ເມື່ອຮອດອາຍຸກະສຽນ)...
ປະຕິບັດ: ເຕິດເຊີນ-ຫງວຽນລວນ - ແປໂດຍ: ຢືຟຽນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top