• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກຳລັງເສນາທິການຕຳຫຼວດປະຊາຊົນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ວຽກງານເສນາທິການຕຳຫຼວດປະຊາຊົນ ຕ້ອງແມ່ນພື້ນຖານເພື່ອຊຸກຍູ້ການປະຕິບັດບັນດາຈິນຕະນາການ, ຄວາມຮັບຮູ້ໃໝ່ກ່ຽວກັບຄວາມໝັ້ນຄົງ
  (ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ)  

ຕອນ​ເຊ​ົ້າ​ວັນ​ທີ 11 ເມ​ສາ, ຢູ່ ຮ່າ​ໂນ້ຍ, ຄະ​ນະ​ພັກ​ຕຳ​ຫຼວດ​ສູນ​ກາງ, ກະ​ຊວງ​ຕຳ​ຫຼວດ ຫວຽດ​ນາມ ໄດ້​ຈັດພິ​ທີ​ສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອກ​ຳ​ລັງ​ເສ​ນາ​ທິ​ການ​ຕຳ​ຫຼວດ​ປະ​ຊາ​ຊົນ (18 ເມ​ສາ 1946  18 ເມ​ສາ 2026) ແລະ ປະ​ດັບ​ນາມ​ະ​ຍົດ​ນັກ​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ​ໃຫ້​ແກ່​ຫ້ອງ​ວ່າການ​ກະ​ຊວງ​ຕຳ​ຫຼວດ. ທ່ານ​ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນຊີ້​ນຳ​ທີ່​ພິ​ທີ.

ຢູ່​ທີ່ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ຕາງ​ໜ້າ​ໃຫ້​ການ​ນຳ​ພັກ, ລັດ ປະ​ດັບ​ນ​າມ​ມະ​ຍົດ “​ນັກ​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ​” ທີ່ມອບ​ໃຫ້​ຫ້ອງ​​ວ່າການ​ກະ​ຊວງ​ຕ​ຳ​ຫຼວດ - ອົງ​ການ​ເສ​ນາ​ທິ​ການ​ສູງ​ສຸດ​ຂອງ​ກຳ​ລັງ​ຕຳ​ຫຼວດ​ປະ​ຊາ​ຊົນ.

ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີໃຫ້​ວຽກ​ງານ​ເສນ​າ​ທິ​ການ​ຕຳ​ຫຼວດ​ປະ​ຊາ​ຊົນ ຕ້ອງ​ແມ່ນ​ພື້ນ​ຖານ​ເພື່ອ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ບັນ​ດາ​ຈິນ​ຕະ​ນາ​ການ, ຄວາມ​ຮັບ​ຮູ້​ໃໝ່​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ, ​ການປົກ​ປ້ອງ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາ​ດ ເຊິ່ງ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 14 ຂອງ​ພັກ​ໄດ້​ກຳ​ນົດ​ໄວ້​ແລ້ວນັ້​ນ ຢ່າງ​ມີ​ໄຊ.

“​ຍິ່ງ​ກວ່າ​ໃດ​ໝົດ, ກຳ​ລັງ​ເສ​ນາ​ທິ​ການ​ຕຳ​ຫຼວດ​ປະ​ຊາ​ຊົນຕ້ອງ​ແມ່ນ​ກຳ​ລັງ​ແບບ​ຢ່າງ​ນຳ​ໜ້າ ແລະ ແຜ່​ກະ​ຈາຍ​ຢ່າງ​ແຮງ, ຊຸກ​ຍູ້​ກຳ​ລັງ​ຕຳ​ຫຼວດ​ນຳ​ໜ້າ​​ໃນ​ການປະ​ຕິ​ບັດ​ຈິດ​ໃຈ​ການ​ກະ​ທຳ, ລະ​ບຽບ​ວິ​ໄນ, ເຮັດ​ວຽກ​ງານ​ຢ່າງ​ເຖິງ​​ຖອງ, ສູ້​ຊົນ​ສ້າງ​ບັນ​ດາ​ຂີດ​ໝາຍ, ຜົນ​ງານ​ໃໝ່​ເພື່ອ​ພັກ, ເພື່ອ​ປະ​ຊາ​ຊົນ”.

(ແຫຼ່ງຄັດຈາກ VOV)

ການເຄື່ອນໄຫວຟົດຟື້ນມ່ວນຊື່ນທີ່ງານບຸນປີໃໝ່ບັນດາປະເທດ ກຳປູເຈຍ, ລາວ, ໄທ ຢູ່ນະຄອນ ໂຮ່ຈິມິນ

ການເຄື່ອນໄຫວຟົດຟື້ນມ່ວນຊື່ນທີ່ງານບຸນປີໃໝ່ບັນດາປະເທດ ກຳປູເຈຍ, ລາວ, ໄທ ຢູ່ນະຄອນ ໂຮ່ຈິມິນ

ງານບຸນປະເພນີຂອງບັນດາປະເທດ ກຳປູເຈຍ, ລາວ, ໄທ ທີ່ນະຄອນ ໂຮ່ຈິມິນ ໄດ້ຮັບການຈັດຕັ້ງປະຈຳປີ, ເຊິ່ງສະແດງໃຫ້ເຫັນນ້ຳໃຈມິດຕະພາບລະຫວ່າງປະຊາຊົນບັນດາປະເທດໃນ ອາຊຽນ

Top